ຫຼາຍພາກສ່ວນທັງສູນກາງ ແລະ ທ້ອງຖິ່ນ ລົງຕິດຕາມ, ກວດກາ ອຸໂມງ ໃຕ້ດິນໂຄງການຂຸດຄົ້ນ, ປຸງແຕງເກືອກາລີ ຂອງບໍລິສັດລາວຄາຍຢວນ Post author:mem admin Post published:09/06/2023 Post category:ກົມຄຸ້ມຄອງບໍ່ແຮ່ ໃນວັນທີ 5 ມີຖຸນາ 2023 ຜ່ານມານີ້, ກົມຄຸ້ມຄອງບໍ່ແຮ່ ຮ່ວມກັບ ກົມທໍລະນີສາດ ແລະ ແຮ່ທາດ; ກົມແຜນທີ່ແຫ່ງຊາດ, ກະຊວງພາຍໃນ; ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ; ພະແນກພະລັງງານ ແລະ ບໍ່ແຮ່ ແຂວງຄໍາມ່ວນ, ຫ້ອງວ່າການແຂວງຄຳມ່ວນ, ສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍຂະແໜງການກ່ຽວຂ້ອງຂອງທ້ອງຖິ່ນ ລົງກວດກາວັດແທກອຸມົງ ຂຸດຄົ້ນໃຕ້ດິນ ຂອງບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດ ເພື່ອສົມທຽບຄວາມສອດຄ່ອງ ລະຫວ່າງ ການຂຸດຄົ້ນຢູ່ໃຕ້ດິນ ກັບ ເຂດສຳປະທານເທິງໜ້າດິນ ແລະ ກວດກາການຂຸດຄົ້ນຕົວຈິງ ກັບ ແຜນການອອກແບບຂຸດຄົ້ນ ທີ່ໄດ້ຮັບຮອງໃນໄລຍະຜ່ານມາ ໂດຍການນຳພາຂອງ ທ່ານ ນາງ ອຳວຽງ ເພົ້າວົງໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່. ຕາມແຜນ ການກວດກາຄັ້ງນີ້ ຈະໃຫ້ສຳເລັດ ໃນວັນທີ 13 ມິຖຸນາ 2023 ທີ່ຈະມາເຖິງນີ້. ພາບ ແລະ ຂ່າວ: ກົມຄຸ້ມຄອງບໍ່ແຮ່ຮຽບຮຽງ: ຄຳແສງ ແກ້ວປະເສີດ You Might Also Like ຫົວໜ້າກົມຄຸ້ມຄອງບໍ່ແຮ່ ເຂົ້າຮ່ວມ ເວທີສົນທະນາ ຫົວຂໍ້ ການປະຕິບັດທີ່ດີຂອງສາກົນ ໃນການພັດທະນາແຮ່ທາດແບບຍືນຍົງ Internation Best Practice in Mining Sustainable 08/01/2025 ທ່ານ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ລົງຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດໂຄງການຂຸດຄົ້ນ-ປຸງແຕງແຮ່ທອງ-ຄຳ ຂອງບໍລິສັດ ລ້ານຊ້າງມິເນໂຣນ ລີມິເຕັດ 17/02/2025 ບໍລິສັດ ພັດທະນາແຮ່ທາດ COECCO ຈຳກັດ ເອົາໃຈປະຕິບັດພັນທະການປິດບໍ່ ແລະ ການຟື້ນຟູເນື້ອທີ່ເຂດສຳປະທານໂຄງການ. 15/08/2023
ຫົວໜ້າກົມຄຸ້ມຄອງບໍ່ແຮ່ ເຂົ້າຮ່ວມ ເວທີສົນທະນາ ຫົວຂໍ້ ການປະຕິບັດທີ່ດີຂອງສາກົນ ໃນການພັດທະນາແຮ່ທາດແບບຍືນຍົງ Internation Best Practice in Mining Sustainable 08/01/2025
ທ່ານ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ລົງຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດໂຄງການຂຸດຄົ້ນ-ປຸງແຕງແຮ່ທອງ-ຄຳ ຂອງບໍລິສັດ ລ້ານຊ້າງມິເນໂຣນ ລີມິເຕັດ 17/02/2025
ບໍລິສັດ ພັດທະນາແຮ່ທາດ COECCO ຈຳກັດ ເອົາໃຈປະຕິບັດພັນທະການປິດບໍ່ ແລະ ການຟື້ນຟູເນື້ອທີ່ເຂດສຳປະທານໂຄງການ. 15/08/2023