ເຜີຍແຜ່ສັນຍາສຳປະທານພັດທະນາສຳຫຼວດ, ຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ເຫຼັກ ແບບທົດລອງ

          ໃນລະຫວ່າງວັນທີ 24 ເມສາ ຫາ 1 ພຶດສະພາ 2022, ຄະນະວິຊາການຈາກກົມຄຸ້ມຄອງບໍ່ແຮ່, ກົມທໍລະນີສາດ ແລະ ແຮ່ທາດ, ກົມຄຸ້ມຄອງຊັບສີນຂອງລັດ ກະຊວງການເງີນ, ກົມສົ່ງເສີມການລົງທືນ ກະຊວງແຜນການ ແລະ ການລົງທືນ, ກົມສີ່ງແວດລ້ອມ ກະຊວງຊັບພະຍາກອນ, ທຳມະຊາດ ແລະ ສີ່ງແວດດລ້ອມ ພ້ອມດ້ວຍ ບໍລິສັດ ຜາເຫຼັກມີໄຊ ພັດທະນາແຮ່ທາດ ຈຳກັດຜູ້ດຽວ ແລະ ບໍລິສັດ ເຊີນຮວາ(ກາສີ) ບໍ່ຄຳ ຈຳກັດ ໄດ້ຈັດກອງປະຊຸມ ແລະ ເຮັດວຽກຮ່ວມກັບທີ່ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງວຽງຈັນ ແລະ ຂະແໜງການທີກ່ຽວຂ້ອງຂອງທ້ອງຖີ່ນເຂົ້າຮ່ວມ ໃນກອງປະຊຸມດັ່ງກ່າວແມ່ນໄດ້ເຜີຍແຜ່ ສັນຍາສຳປະທານພັດທະນາບໍ່ແຮ່  ແລະ  ລົງປັກຫຼັກໜາຍຂອບເຂດເນື້ອທີ່ສຳປະທານ ຂອງໂຄງການຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ເຫຼັກ (ແບບທົດລອງ) ຢູ່ເຂດບ້ານ ບວມພຸກ, ເມືອງ ກາສີ, ແຂວງ ວຽງຈັນ ແລະ ເຜີຍແຜ່ສັນຍາສຳປະທານຂຸດຄົ້ນຄຳຕົກຂ້ອນ ( ແບບທົດລອງ ) ຢູ່ເຂດບ້ານ ໂພນທ່ຽງ ແລະ ບ້ານ ປຸ່ງຫຼັກ, ເມືອງ ກາສີ, ແຂວງ ວຽງຈັນ ຂອງບໍລິສັດ ເຊີນຮວາ (ກາສີ) ບໍ່ຄຳ ຈຳກັດ.

           ໃນມື້ຕໍ່ມາ ວັນທີ  25 ເມສາ 2022,  ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງເມືອງ ກາສີ, ແຂວງ ວຽງຈັນ ກໍ່ໄດ້ຈັດກອງປະຊຸມເຜີຍແຜ່ເນື້ອໃນສັນຍາສຳປະທານສຳຫຼວດ, ຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກ ແຮ່ເຫຼັກ (ແບບທົດລອງ) ຢູ່ເຂດບ້ານ ບວມພຸກ, ເມືອງ ກາສີ, ແຂວງ ວຽງຈັນ ຂອງ ບໍລິສັດ ຜາເຫຼັກມີໄຊ ພັດທະນາແຮ່ທາດ ຈຳກັດຜູ້ດຽວ, ພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ສະຖາພອນ ດວງຕາວັນ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່, ທ່ານ ຄໍາພຸດ ນາມວົງສັກ ຫົວໜ້າ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ວຽງຈັນ ແລະ ທ່ານ ຄຳອ້ວນ ສຸວັນທອງ ຮອງເຈົ້າເມືອງໆ ກາສີ. ນອກນັ້ນຍັງມີຜູ້ຕ່າງຈາກກົມສົ່ງເສີມການລົງທຶນ, ກົມຄຸ້ມຄອງຊັບສິນຂອງລັດ, ກົມສິ່ງແວດລ້ອມ, ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ຄຳມ່ວນ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງບ້ານ, ເມືອງກາສີ, ແຂວງ ວຽງຈັນທີ່ ໂຄງການຕັ້ງຢູ່ ແລະ ບໍລິສັດ ຜາເຫຼັກມີໄຊ ພັດທະນາແຮ່ທາດ ຈຳກັດຜູ້ດຽວ ກໍໄດ້ເຂົ້າຮ່ວມ. ໃນກອງປະຊຸມຍັງໄດ້ແລກປ່ຽນຄຳຄິດຄຳເຫັນເພື່ອເຮັດໃຫ້ວຽກງານໃນຂົງເຂດ ບໍ່ແຮ່ ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍແຮ່ທາດ ແລະ ນິຕິກຳ ທີ່ກະຊວງ ໄດ້ວາງອອກ.

         ພາຍຫຼັງທ່ານປະທານກ່າວເປີດກອງປະຊຸມແລ້ວ ບໍລິສັດກໍໄດ້ລາຍງານໂດຍຫຍໍ້ກ່ຽວກັບຄວາມເປັນມາ ແລະ ການເຄື່ອນໄຫວວຽກງານຂອງບໍລິສັດ ໂດຍສະເພາະບໍລິສັດໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຢູ່ ພາກສະໜາມ ເຊິ່ງບໍລິສັດ ກໍ່ໄດ້ຢູ່ໃນຂັ້ນຕອນການກໍ່ສ້າງພື້ນຖານໂຄ່ງລ່າງເພື່ອກະກຽມເຂົ້າສູ່ການຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກ ແຮ່ເຫຼັກ (ແບບທົດລອງ).

ແຫຼ່ງຂ່າວ: ກົມຄຸ້ມຄອງບໍ່ແຮ່