ກອງປະຊຸມປືກສາຫາລືກ່ຽວກັບການຈັດຕັ້ງປະຕິບັດຕົວເລກສະຖິຕິໃນແຜນພັດທະນາ ຂະແໜງພະລັງງານ ແລະ ບໍ່ແຮ່ ຂາດຕົວ 9 ເດືອນປີ 2022, ຄາດຄະເນໝົດປີ 2022 ແລະ ທິດທາງປີ 2023.

          ໃນລະຫວ່າງວັນທີ 21-22 ພະຈິກ 2022, ກົມແຜນການ ແລະ ການຮ່ວມມື, ກະຊວງ ພບ ໄດ້ມີການຈັດກອງປະຊຸມປືກສາຫາລືກ່ຽວກັບການຈັດຕັ້ງປະຕິບັດຕົວເລກສະຖິຕິໃນແຜນພັດທະນາ ຂະແໜງພະລັງງານ ແລະ ບໍ່ແຮ່ ຂາດຕົວ 9 ເດືອນປີ 2022, ຄາດຄະເນໝົດປີ 2022 ແລະ ທິດທາງປີ 2023 ທີ່ ເມືອງ ວັງວຽງ, ແຂວງ ວຽງຈັນ. ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ໂຄຕາມີ ຈັນທະມາລິນ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ເຊິ່ງໃນກອງປະຊຸມໄດ້ມີຜູ້ເຂົ້າຮ່ວມຈາກ ຫ້ອງການ, ບັນດາກົມ, ສະຖາບັນ, ລັດວິສາຫະກິດ ແລະ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຈໍານວນ 43 ທ່ານ. ນອກຈາກນັ້ນ ຍັງໄດ້ມີການນຳສະເໜີກ່ຽວກັບການພັດທະນາແບບຍືນຍົງ (SDG7) ຈາກທ່ານ ຮສ.ດຣ ແສງປະສົງ ພຣະກອນຄຳ ທີ່ປຶກສາຄະນະບໍດີ, ຄະນະວິສະວະກຳສາດ, ມະຫາວິທິທະຍາໄລແຫ່ງຊາດ.
ພາບ ແລະ ຂ່າວ: ກົມແຜນການ ແລະ ການຮ່ວມມື