ໃນໂອກາດກ່າວເປີດກອງປະຊຸມ ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວວ່າ: “ກອງປະຊຸມພົບປະລະຫວ່າງ ຄະນະລັດຖະບານ ກັບພາກທຸລະກິດໃນຄັ້ງນີ້, ພວກເຮົາຈະໄດ້ຮັບຟັງການລາຍງານ ແລະ ປຶກສາຫາລື ໃນ 06 ວາລະສໍາຄັນ” ເປັນຕົ້ນແມ່ນ:
1) ແຜນການປະຕິບັດງານຕົວຈິງ ກ່ຽວກັບການປັບປຸງການບໍລິການລົງທຶນປະຕູດຽວ ຕິດພັນກັບການແບ່ງຂັ້ນຄຸ້ມຄອງ;
2) ແຜນການປະຕິບັດຕົວຈິງໃນການຊຸກຍູ້ ແລະ ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ;
3) ແຜນການປະຕິບັດຕົວຈິງໃນການຊຸກຍູ້ ແລະ ສົ່ງເສີມອຸດສາຫະກໍາປຸງແຕ່ງ ເພື່ອສະໜອງໃຫ້ການຊົມໃຊ້ພາຍໃນ ແລະ ສົ່ງອອກ;
4) ແຜນການຈັດຕັ້ງປະຕິບັດຕົວຈິງ ກ່ຽວກັບການສົ່ງເສີມຊຸກຍູ້ໂຄງການທີ່ຕິດພັນກັບຂົງເຂດການບໍລິການ ແລະ ການສ້າງລາຍຮັບ;
5) ແຜນການຈັດຕັ້ງປະຕິບັດຕົວຈິງ ໃນການສໍາຫລວດທີ່ດິນ ແລະ ການກໍານົດຂອບເຂດ ຢູ່ບັນດາແຂວງລຽບຕາມທາງລົດໄຟ ລາວ-ຈີນ ເພື່ອກໍານົດເປັນເຂດກະສິກໍາ, ເຂດອຸດສາຫະກໍາ ແລະ ເຂດການບໍລິການ ເພື່ອດຶງດູດການລົງທຶນ;
6) ແຜນການຈັດຕັ້ງປະຕິບັດຕົວຈິງ ກ່ຽວກັບການພັດທະນາ, ຝຶກອົບຮົມສີມືແຮງງານ, ຈັດຫາວຽກເຮັດງານທໍາໃຫ້ບັນດາແຮງງານທັງພາຍໃນ ແລະ ຕ່າງປະເທດ.