ກອງປະຊຸມປຶກສາຫາລື ກ່ຽວກັບ ການສ້າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ

ໃນຕອນເຊົ້າຂອງວັນທີ 22 ເມສາ 2022 ທີ່ຜ່ານມາ, ຄະນະຮັບຜິດຊອບສ້າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ໄດ້ຈັດກອງປະຊຸມຂຶ້ນ ຢູ່ທີ່ຫ້ອງປະຊຸມຂອງກະ ຊວງພະລັງງານ ແລະ ບໍ່ແຮ່ ເພື່ອສືບຕໍ່ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄໍາເຫັນເຂົ້າໃສ່ຮ່າງກົດໝາຍ ວ່າດ້ວຍຄວາມປອດໄພຂອງເຂື່ອນ ຕາມການຊີ້ນໍາມອບໝາຍຂອງທ່ານ ສົມມາດ ພົນເສນາ ຮອງປທານສະພາແຫ່ງຊາດ,​ໂດຍມີຜູ້ຕາງໜ້າຫ້ອງການ ແລະ ກົມທີ່ກ່ຽວ ຂ້ອງ ຂອງກະຊວງພະລັງງານ ແລະ ບໍ່ແຮ່;  ຜູ້ຕາງໜ້າກົມກົດໝາຍ, ກົມຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ສະພາແຫ່ງຊາດ; ຜູ້ຕາງໜ້າກົມນິຕິກໍາ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ຜູ້ຕາງໜ້າກົມກົດໝາຍ, ກະຊວງຍຸຕິທໍາ,  ແລະ ພະນັກງານວິຊາການຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ຄົ້ນຄວ້າ, ປຶກສາຫາລືເນື້ອໃນບາງມາດຕາຂອງຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນເປັນຕົ້ນແມ່ນ : ການເພີ່ມຕື່ມບາງເນື້ອໃນຢູ່ໃນມາດຕາ 1 ກ່ຽວກັບຈຸດປະສົງຂອງການປະກາດໃຊ້ກົດໝາຍ; ມາດຕາ 10 ກ່ຽວກັບການອະທິບາຍ ຄວາມປອດໄພຂອງເຂື່ອນແມ່ນແນວໃດ ? .

ຢູ່ໃນພາກທີ III ກ່ຽວກັບການຄຸ້ມຄອງຄວາມປອດໄພຂອງເຂື່ອນ, ຜູ້ເຂົ້າຮ່ວມກອງປະຊຸມເຫັນວ່າ : ຢູ່ໃນກົດໝາຍສະບັບນີ້, ມີຜູ້ສະເໜີຢາກໃຫ້ກໍານົດສະເພາະແຕ່ບັນຫາຄວາມປອດໄພຂອງເຂື່ອນ, ໂດຍບໍ່ຄວນກໍານົດຮອດຂັ້ນຕອງຂອງການກໍ່ສ້າງ ຊຶ່ງມັນຈະພາໃຫ້ມີຄວາມສັບສົນໃນທາງປະຕິບັດ.ແຕ່, ເມື່ອພິຈາລະນາທົບທວນແລ້ວ, ຜູ້ເຂົ້າຮ່ວມສ່ວນຫຼາຍເຫັນວ່າ : ຄວນຮັກສາໄວ້ຄືເກົ່າ, ຍ້ອນວ່າ : ຄວາມປອດໄພຂອງເຂື່ອນແມ່ນພົວພັນເຖິງທຸກຂັ້ນຕອນ, ທຸກໄລຍະຂອງການກໍ່ສ້າງເຂື່ອນ.

ມາດຕາ 27 ກ່ຽວກັບໜ້າວຽກທີ່ຈະຕ້ອງເຮັດສໍາເລັດກ່ອນການກັກເກັບນໍ້າ, ຄວນມີການກໍານົດໄວ້ໃນກົດໝາຍຫຼືບໍ່ ? ຜູ້ເຂົ້າຮ່ວມເຫັນຄວນໃຫ້ກໍານົດໄວ້ ຈຶ່ງຈະສາມາດຮັບປະກັນຄວາມປອດໄພຂອງເຂື່ອນໄດ້.

ມາດຕາ 42 ກ່ຽວກັບການບໍລິຫານຈັດການນໍ້າຂອງເຂື່ອນໃນສາຍນໍ້າດຽວກັນ, ຜູ້ເຂົ້າຮ່ວມເຫັນດີວ່າ: ຄວນກໍານົດຄວາມຮັບຜິດຊອບຂອງຜູ້ພັດທະນາຕໍ່ຜົນເສຍຫາຍທີ່ເກີດຂຶ້ນຈາກກໍລະນີ : ເຂື່ອນແຕກ, ການປ່ອຍນໍ້າອອກຈາກເຂື່ອນທີ່ໄດ້ສົ່ງກະທົບຕໍ່ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ; ການກໍານົດຄະນະກໍາມະການສະເພາະກິດກ່ຽວກັບການຄຸ້ມຄອງຄວາມປອດໄພຂອງເຂື່ອນ; ກ່ຽວກັບອົງການຄຸ້ມຄອງວຽກງານຄວາມປອດໄພຂອງເຂື່ອນໃນມາດຕາ 58 ແລະ ມາດຕາ 71 ກ່ຽວກັບມາດຕາການປັບໄໝ.

ກອງປະຊຸມໄດ້ມອບໝາຍໃຫ້ຄະນະຮັບຜິດຊອບດ້ານເນື້ອໃນຂອງການສ້າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນນໍາເອົາເນື້ອໃນການຄົ້ນຄວ້າ, ປອກບຄໍາເຫັນຂອງຜູ້ເຂົ້າຮ່ວມປະຊຸມໄປຈັດວາງເຂົ້າໃສ່ຮ່າງໃຫ້ຖືກຕ້ອງເພື່ອນໍາສະເໜີໃຫ້ຄະນະຮັບຜິດຊອບ ແລະ ຄະນະຊີ້ນໍາພິຈາລະນາໃນຕໍ່ໜ້າ.

ຂ່າວ: ພະແນກ ປະຊາສຳພັນ ແລະ ໄອທີ