ພະນັກງານ-ຫຼັກແຫຼ່ງພາຍໃນກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຮັບຟັງການເຜີຍແຜ່ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ

          ເພື່ອຈັດຕັ້ງຜັນຂະຫຍາຍສອງວາລະແຫ່ງຊາດຂອງ ລັດຖະບານ ໂດຍສະເພາະແມ່ນວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ທີ່ກຳລັງແຜ່ລະບາດ ແລະ ເປັນໄພຄຸກຄາມຢ່າງໜັກໜ່ວງໃນທົ່ວໂລກ ແລະ ຢູ່ ສປປລາວ ໃຫ້ໝົດໄປຈາກສັງຄົມລາວພວກເຮົາ. ໃນຕອນບ່າຍ ວັນທີ 9 ມັງກອນ 2023 ນີ້ ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ກົມຕໍາຫຼວດໃຫຍ່, ກະຊວງປ້ອງກັນຄວາມສະຫງົບ ໄດ້ລົງເຜີຍແຜ່ໂຄສະນາຜົນຮ້າຍໄພອັນຕະລາຍຂອງສິ່ງເສບຕິດ ພ້ອມກັນນີ້ ຍັງໄດ້ເຜີຍແຜ່ກ່ຽວກັບນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ຕໍ່ກັບການຕ້ານ, ສະກັດກັ້ນ ແລະ ແກ້ໄຂສິ່ງເສບຕິດຢູ່ປະເທດພວກເຮົາ.

ເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາໂສ້ ກຸໂພຄໍາ ຫົວໜ້າຫ້ອງການກະຊວງ ພະລັງງານ ແລະ ບໍ່ແຮ່ ມີພະນັກງານຫຼັກແຫຼ່ງຈາກຫ້ອງການກະຊວງ, ບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມ 150 ທ່ານ.

          ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ພັທ ນາງ ກອງຄໍາ ເພັດສົມພູ ຫົວໜ້າພະແນກໂຄສະນາ ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ກຽດບັນຍາຍ ກ່ອນອື່ນ ທ່ານ ໄດ້ຍົກໃຫ້ເຫັນເຖິງຜົນຮ້າຍ, ໄພອັນຕະລາຍ ແລະ ໂທດຂອງຢາເສບຕິດ ຕໍ່ກັບຊີວິດ, ຊັບສິນ ຂອງບຸກຄົນ, ລວມໝູ່ ແລະ ລວມເຖິງປະເທດຊາດ. ເພື່ອປ້ອງກັນບໍ່ໃຫ້ປະເທດຂອງພວກເຮົາຕົກເປັນເຫຍື່ອຂອງຢາເສບຕິດ ທ່ານ ໄດ້ຮຽກຮ້ອງໃຫ້ພະນັກງງານລັດຖະກອນ ເອົາໃຈໃສ່ຕັກເຕື່ອນ, ສຶກສາອົບຮົມ, ສັ່ງສອນ ລູກຫຼານຂອງຕົນບໍ່ໃຫ້ໄປຫຍຸ້ງກ່ຽວຢ່າງເດັດຂາດ. ພ້ອມດຽວກັນນີ້, ກໍ່ໃຫ້ເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ຕິດຕາມເປົ້າໝາຍໃນພື້ນທີ່ທີ່ຕົນເຄື່ອນໄຫວ ເພື່ອສາມາດແກ້ໄຂໄດ້ຢ່າງທັນການ.

          ຫຼັງຈາກນັ້ນ, ທ່ານ ທັທ ສົມບັດ ລັດຈະເລີນ ຮອງຫົວໜ້າພະແນກໂຄສະນາ ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດໄດ້ເຜີຍແຜ່ກົດໝາຍວ່າດ້ວຍຢາເສບຕິດ ແລະ ປະມວນກົດໝາຍອາຍາທັງຜູ້ເສບ ແລະ ຜູ້ຂາຍມີຄວາມຜິດຕໍ່ກົດໝາຍບ້ານເມືອງສ້າງປະກົດການຫຍໍ້ທໍ້ແກ່ສັງຄົມ ເກີດການປຸ້ນຈີ້ຊິງຊັບລັກເຄື່ອງຂອງພໍ່ແມ່ປະຊາຊົນ, ໃຊ້ຄວາມຮຸນແຮງ ຄອບຄົວແຕກແຍກ ອານາຄົດຕົກຕໍ່າ, ເຊື່ອມເສຍກຽດສັກສີ, ກົດໜ່ວງທ່ວງດຶງການພັດທະນາປະເທດຊາດ.

ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ກວດແກ້: ຄຳແສງ ແກ້ວປະເສີດ