ທ່ານ ລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງການຕ່າງປະເທດ ແລະ ການພັດທະນາ ແຫ່ງ ຣາຊະອານາຈັກ ອັງກິດ

          ໃນໂອກາດເດີນທາງມາຢ້ຽມຢາມ ສປປລາວ ຂອງ ທ່ານ ນາງ Anne Marie Trevelyan ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການພັດທະນາ (ຜູ້ຮັບຜິດຊອບຂົງເຂດອິນໂດ-ປາຊີຟິກ) ແຫ່ງ ຣາຊະອານາຈັກ ອັງກິດ, ຕອນເຊົ້າມື້ນີ້ ວັນທີ 5 ກັນຍາ 2023 ຄະນະຜູ້ແທນດັ່ງກ່າວໄດ້ເຂົ້າຢ້ຽມຂໍ່ານັບ ແລະ ພົບປະກັບ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອປຶກສາຫາລື ແລະ ທົບທວນຄືນການຈັດຕັ້ງຈັດປະຕິບັດບັນດາໂຄງການຮ່ວມມືສອງຝ່າຍ ລະຫວ່າງ ສປປລາວ ແລະ ຣາຊະອານຈັກ ອັງກິດ ໃນຂົງເຂດພະລັງງານ.
          ໃນໂອກາດຕ້ອນຮັບ ຄະນະຜູ້ແທນຂັ້ນສູງກະຊວງການຕ່າງປະເທດ ຣາຊະອານາຈັກອັງກິດ ຄັ້ງນີ້, ກ່ອນອື່ນ ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ທ່ານ ນາງ Anne Marie Trevelyan ພ້ອມດ້ວຍຄະນະທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໂດຍສະເພາະແມ່ນການຖືໂອກາດມາພົບປະ ແລະ ຢ້ຽມຢາມກະຊວງພະລັງງານ ແລະ ບໍ່ແຮ່. ຫຼັງຈາກນັ້ນ, ທ່ານ ລັດຖະມົນຕີ ກໍ່ໄດ້ລາຍງານຫຍໍ້ການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າໃຫ້ ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ອັງກິດ ພ້ອມຄະນະໄດ້ຮັບຊາບ.
          ຂະນະດຽວກັນ, ທ່ານ ນາງ Anne Marie Trevelyan ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບຂອງ ທ່ານ ລັດຖະມົນຕີ ພ້ອມທັງລາຍງານສະພາບການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດໂຄງການເຕັກໂນໂລຊີ ແລະ ເສດຖະກິດ ສຳລັບການຜະລິດພະລັງງານທີ່ໝັ້ນທ່ຽງຈາກພະລັງງານທົດແທນ ເຊິ່ງເປັນໂຄງການທີ່ໄດ້ຮັບການຊ່ວຍເຫຼືອຈາກ ສະພາການຫັນປ່ຽນພະລັງງານ Energy Transition Counil’s (ETC) Rapid Response Facility (RRF) ແຫ່ງ ຣາຊະອານາຈັກ ອັງກິດ.

          ໂຄງການເຕັກໂນໂລຊີ ແລະ ເສດຖະກິດ ສຳລັບການຜະລິດພະລັງງານທີ່ໝັ້ນທ່ຽງ ຈາກພະລັງງານທົດແທນ ເປັນໂຄງການໜຶ່ງ ໂດຍມີເປົ້າໝາຍ ເພື່ອສ້າງຄວາມສາມາດໃນການສ້າງແບບຈໍາລອງພະລັງງານພາຍໃນ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຂະແໜງການທີ່ກ່ຽວຂ້ອງຂອງ ລັດຖະບານ; ການຂຸດຄົ້ນທ່າແຮງຂອງລາວໃນການສົ່ງອອກພະລັງງານຈາກການທົດແທນທີ່ໝັ້ນທ່ຽງ; ການດຳເນີນການສຶກສາຄວາມເປັນໄປໄດ້ເພື່ອສະແດງໃຫ້ເຫັນຄວາມເປັນໄປໄດ້ທາງດ້ານເຕັກໂນໂລຊີ-ທາງດ້ານກົດໝາຍ ແລະ ການເງິນ ເພື່ອສ້າງຄວາມສາມາດໃນການຜະລິດກະແສໄຟຟ້າໃໝ່ ຈາກແຫຼ່ງພະລັງງານທົດແທນ ທີ່ເປັນແຫຼ່ງພະລັງງານທີ່ໝັ້ນທ່ຽງ ແລະ ການອອກແບບແຜນທີ່ເສັ້ນທາງເພື່ອສົ່ງເສີມ ແລະ ຈັດຕັ້ງປະຕິບັດໂຄງການການເງິນ ສຳລັບພະລັງງານທົດແທນ (RE) ໃນລາວ, ລວມທັງເສັ້ນທາງທີ່ມີປະສິດທິພາບທີ່ສຸດໃນການຮັບປະກັນສັນຍາການຊື້-ຂາຍໄຟຟ້າທີ່ທະນາຄານສາມາດປ່ອຍເງິນກູ້ໄດ້ (PPAs). ນອກຈາກນີ້, ໂຄງການດັ່ງກ່າວ ຍັງເປັນໂຄງການການພັດທະນາເສັ້ນທາງເລັ່ງລັດຄາບອນຕໍ່າ. ການຫັນປ່ຽນພະລັງງານໃຫ້ກາຍເປັນຕົວຢ່າງຂອງວິທີການພະລັງງານທົດແທນ ສົມທົບກັບການເກັບຮັກສາພະລັງງານ ຈາກພະລັງງານນໍ້າ ແລະ ຈາກແຫຼ່ງອື່ນໆ ທັງເປັນການຄໍ້າປະກັນການຜະລິດໄຟຟ້າຢ່າງໝັ້ນທ່ຽງໃຫ້ແກ່ພາກພື້ນ ແລະ ການຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການປະກອບສ່ວນຫຼຸດຜ່ອນຜົນກະທົບການປ່ຽນແປງດິນຟ້າອາກາດ (NDC) ແລະ ຄໍາຫມັ້ນສັນຍາ 2050 ຂອງ ສປປລາວ.

ພາບ: ວິລະຊາດ ສາຍອັດຕະປື
ຂ່າວ: ຄຳແສງ ແກ້ວປະເສີດ