ກອງປະຊຸມປຶກສາຫາລື ການວາງເງິນຄ້ຳປະກັນການບູລະນະຟື້ນຟູສິ່ງແວດລ້ອມ, ການປິດບໍ່ແຮ່ ໂຄງການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ທອງ ແລະ ຄຳ ຂອງບໍລິສັດ ພູເບ້ຍ ມາຍນິ້ງ ຈຳກັດ.

           ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 16 ສິງຫາ 2023 ນີ້, ຢູ່ກົມຄຸ້ມຄອງບໍ່ແຮ່ ພາຍໃຕ້ ການເປັນປະທານຂອງ ທ່ານ ນາງ ອຳວຽງ ເພົ້າວົງໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ພ້ອມດ້ວຍຫົວໜ້າ ພະແນກ, ຮອງຫົວໜ້າພະແນກ ແລະ ວິຊາການພະແນກກ່ຽວຂ້ອງຂອງກົມຄຸ້ມຄອງບໍ່ແຮ່, Mr John Owen ຈາກມະຫາວິທະຍາໄລ ຄວີນສແລນ, ອົສຕາລີ, ເປັນທີ່ປຶກສາໃຫ້ບໍລິສັດ ແພນອອສ ຊຶ່ງເປັນບໍລິສັດແມ່ ຂອງບໍລິສັດ ພູເບ້ຍ ມາຍນິ້ງ ຈຳກັດ, Mr Dean Flctcher ຜູ້ຈັດການ ກ່ຽວກັບການສຶກສາການປິດບໍ່ແຮ່ ແລະ ບໍລິສັດ ເຂົ້າຮ່ວມ.

          ກອງປະຊຸມໄດ້ປະຊຸມປຶກສາຫາລື ກ່ຽວກັບວຽກງານການວາງເງິນຄ້ຳປະກັນການບູລະນະຟື້ນຟູສິ່ງແວດລ້ອມ ແລະ ການປິດບໍ່ແຮ່. ພ້ອມກັນນີ້, ກອງປະຊຸມໄດ້ຮັບຟັງການລາຍງານ ການຟື້ນຟູສິ່ງແວດລ້ອມແບບຕໍ່ເນື່ອງ ຂອງຊ່ຽວຊານດ້ານການຟື້ນຟູ ແລະ ປິດບໍ່ແຮ່ ຂອງບໍລິສັດ. ຊຶ່ງບໍລິສັດຍິນດີປະຕິບັດພັນທະການວາງ ເງິນຄ້ຳປະກັນການບູລະນະຟື້ນຟູສິ່ງແວດລ້ອມ ແລະ ການປິດບໍ່ແຮ່ ຕາມມາດຕາ 81 ຂອງກົດໝາຍວ່າດ້ວຍ ແຮ່ທາດ (ສະບັບປັບປຸງ) ສະບັບເລກທີ 31/ສພຊ, ລົງວັນທີ 03 ພະຈິກ 2017 ແລະ ດໍາລັດວ່າດ້ວຍການ ປິດບໍ່ແຮ່ ສະບັບເລກທີ 252/ລບ, ລົງວັນທີ 26 ພຶດສະພາ 2020. ປັດຈຸບັນມີ 2 ບໍລິສັດໄດ້ສຳເລັດວາງເງິນຄ້ຳປະກັນການບູລະນະຟື້ນຟູສິ່ງແວດລ້ອມ ແລະ ປິດບໍ່ແຮ່ແລ້ວ, ກົມຄຸ້ມຄອງບໍ່ແຮ່ ກຳລັງຮີບຮ້ອນປຶກສາຫາລືຮ່ວມກັບ ບັນດາບໍລິສັດຂຸດຄົ້ນ ແລະ ປຸງແຕ່ງ ແຮ່ທາດ ໃນຂອບເຂດທົ່ວປະເທດໃຫ້ປະຕິບັດຢ່າງເຂັ້ມງວດ ຕາມກົດໝາຍວ່າດ້ວຍແຮ່ທາດກຳນົດ.
ພາບ ແລະ ຂ່າວ: ກົມຄຸ້ມຄອງບໍ່ແຮ່
ຮຽບຮຽງ: ຄຳແສງ ແກ້ວປະເສີດ