ກົມຄຸ້ມຄອງບໍ່ແຮ່ ຈັດຊຸດຝຶກອົບຮົມວຽກງານຄຸ້ມຄອງບໍ່ແຮ່ ຢູ່ແຂວງ ໄຊຍະບູລີ

          ກອງປະຊຸມຝຶກອົບຮົມໄດ້ຈັດຂຶ້ນໃນວັນທີ 7 ຕຸລາ 2022 ຜ່ານມານີ້ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມຂອງ ທ່ານ ສະຖາພອນ ດວງຕາວັນ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ແລະ ທ່ານ ປອ ໄຊພອນ ບູນຊູ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູລີ ມີສຳມະນາກອນຈາກພະແນກ ແລະ ບັນດາຫ້ອງການ ພະລັງງານ ແລະ ບໍ່ແຮ່ ເມືອງພາຍໃນແຂວງ ໄຊຍະບູລີ ເຂົ້າຮ່ວມ.

          ກອງປະຊຸມຝຶກອົບຮົບໃນຄັ້ງນີ້ ຈັດຂຶ້ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການສ້າງຖານຂໍ້ມູນສະຖິຕິການອອກອະນຸຍາດ, ການຜະລິດ-ການຈໍາໜ່າຍ,ການປະຕິບັດພັນທະຕໍ່ລັດ ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຂອງຂັ້ນທ້ອງຖິ່ນ; ແນະນໍາວິທີການ, ເປົ້າໝາຍການນໍາໃຊ້, ການສະຫຼຸບ-ການລາຍງານການໃຊ້ຈ່າຍຮວງເງິນຄຸ້ມຄອງໂຄງການລົງທຶນດ້ານບໍ່ແຮ່ ໃນຂັ້ນທ້ອງຖິ່ນເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລີກເຊິ່ງ ເພື່ອຮັບປະກັນເຮັດໃຫ້ການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງບໍ່ແຮ່ ເຊິ່ງເປັນຊັບພະຍາກອນອັນລຳຄ່າຂອງຊາດ ໃຫ້ມີປະສິດທິພາບ, ມີປະສິດທິຜົນ ທັງຮັບປະກັນຄວາມຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ ແລະ ລະບຽບການຂອງລັດວາງອອກຢ່າງເຂັ້ມງວດ. ເຮັດໃຫ້ການພັດທະນາວຽກງານບໍ່ແຮ່ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ໄປຕາມທິດສີຂຽວ ແລະ ຍືນຍົງ.

ພາບ ແລະ ແຫຼ່ງຂໍ້ມູນ: ກົມຄຸ້ມຄອງບໍ່ແຮ່
ຂ່າວ: ຄຳແສງ ແກ້ວປະເສີດ