ກອງປະຊຸມເຜີຍແຜ່ສັນຍາສຳປະທານພັດທະນາບໍ່ແຮ່ ຢູ່ເມືອງຄຳ, ແຂວງຊຽງຂວາງ

         ໃນຕອນເຊົ້າ ຂອງວັນທີ 23 ມີນາ 2023 ທີ່ຫ້ອງວ່າການປົກຄອງເມືອງຄໍາ, ແຂວງຊຽງຂວາງ, ກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ເນື້ອເນື້ອໃນສັນຍາການສຳປະທານພັດທະນາບໍ່ແຮ່ ໂຄງການຂຸດຄົ້ນແຮ່ຫາຍາກ (ແບບທົດລອງ) ໃນເນື້ອທີ່ 8 ກິໂລຕາແມັດ ຢູ່ເຂດບ້ານໜອງໂອນ ແລະ ບ້ານສວນມອນ, ເມືອງຄຳ, ແຂວງຊຽງຂວາງ ຂອງບໍລິສັດ ຊາຍນາ ການລົງທຶນບໍ່ແຮ່ (ລາວ) ຈໍາກັດຜູ້ດຽວ ແລະ ບໍລິສັດ ດີດີຊີ ມາຍນິ້ງ ຈໍາກັດຜູ້ດຽວ. ໂດຍການເປັນປະທານຮ່ວມຂອງ ທ່ານ ຈັນທະລາ ແກ້ວຫາວົງ ຫົວໜ້າກົມຄຸ້ມຄອງບໍ່ແຮ່ , ທ່ານ ໃຈເພັດ ພິມວົງສາ ເຈົ້າເມືອງເມືອງຄໍາ ແລະ ທ່ານ ຄອນແກ້ວ ພູນທອງໃສ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງຊຽງຂວາງ. ມີຜູ້ຕາງໜ້າຈາກ ກົມຄຸ້ມຄອງຊັບສິນແຫ່ງລັດ, ກະຊວງການເງິນ, ກົມສົ່ງເສີ່ມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ, ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກົມທໍລະນີສາດ ແລະ ແຮ່ທາດ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທ້ອງຖິ່ນ, ບ້ານທີ່ໂຄງການຕັ້ງຢູ່ ແລະ ບໍລິສັດ ເຂົ້າຮ່ວມຢ່າງພ້ອມພຽງ

          ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອເຜີຍແຜ່ສັນຍາສໍາປະທານພັດທະນາບໍ່ແຮ່ ໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈໃຫ້ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນບ່ອນໂຄງການຕັ້ງຢູ່ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ໂຄງການ ຕາມຂອບເຂດສິດ ແລະ ພາລະບົດບາດຂອງຕົນ, ເພື່ອສ້າງຄວາມເຂັ້ມແຂງດ້ານຂອດການປະສານງານ ເຊິ່ງກັນ ແລະ ກັນ ລະຫວ່າງພາກສ່ວນທີ່ກ່ຽວຂ້ອງຂອງພາກລັດ ທັງສູນກາງ ແລະ ທ້ອງຖິ່ນ ລວມທັງຜູ້ພັດທະນາໂຄງການ ແລະ ປະຊາຊົນ ແລະ ເພື່ອເຮັດໃຫ້ບໍລິສັດ ດຳເນີນໂຄງການຂອງຕົນມີຄວາມຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ, ລະບຽບການ, ສັນຍາ ແລະ ຕາມບົດວິພາກເສດຖະກິດ-ເຕັກນິກ ແລະ ຕາມແຜນທີ່ໄດ້ກຳນົດໄວ້.
ພາບ ແລະ ຂ່າວ: ກົມຄຸ້ມຄອງບໍ່ແຮ່
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ