
ລະຫວ່າງວັນທີ 23-25 ທັນວາ 2024 ທີ່ຜ່ານມານີ້, ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ອົງການປົກຄອງແຂວງຄໍາມ່ວນ, ເມືອງ ແລະ ບ້ານກ່ຽວຂ້ອງ ລົງກວດກາຕິດຕາມ ສະພາບດິນຍຸບ ຢູ່ໃນຂອບເຂດເນື້ອທີ່ສໍາປະທານຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ເຂດເມືອງທ່າແຂກ, ແຂວງຄໍາມ່ວນ ຂອງບໍລິສັດ ຊີໂນອາກກຣີ ໂປຕາສ ຈໍາກັດ ແລະ ຂອບເຂດເນື້ອທີ່ສໍາປະທານຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ເຂດບ້ານໜອງຜື, ເມືອງທ່າແຂກ, ແຂວງຄໍາມ່ວນ ຂອງບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດ ໂດຍການນຳພາຂອງ ທ່ານ ນາງ ອໍາວຽງ ເພົ້າວົງໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່.

ເຫດການດິນຍຸບ ເຂດເນື້ອທີ່ສໍາປະທານຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ຂອງບໍລິສັດ ຊີໂນອາກກຣີ ໂປຕາສ ຈໍາກັດ ເກີດຂຶ້ນ ໃນຄັ້ງວັນທີ 3 ທັນວາ 2024 ຢູ່ບໍລິເວນທົ່ງນາຂອງປະຊາຊົນ ເຂດບ້ານປາກເປັ່ງ, ເມືອງທ່າແຂກ, ແຂວງຄຳມ່ວນ. ຈາກການກວດກາວັດແທກ ເຫັນວ່າ ສະພາບດິນຍຸບ ເກີດຂຶ້ນສອງຈຸດ ຄື: ຈຸດທີ 1 ເກີດຂຶ້ນໃນຄັ້ງວັນທີ 3 ທັນວາ 2024, ມີຄ່າພິກັດ (ຈຸດໃຈກາງຫຼຸມ) X: 481760; Y: 1900915, ມີລັກສະນະເປັນຮູບວົງກົມ, ມີເນື້ອທີ່ 436 ຕາແມັດ ແລະ ເລີກປະມານ 6 ແມັດ (ທຽບໃສ່ໜ້າດິນ), ຈຸດທີ 2 ເກີດຂຶ້ນໃນຄັ້ງວັນທີ 21 ທັນວາ 2024 (ຈຸດໃໝ່) ຫ່າງຈາກຈຸດທີ 1 ປະມານ 8 ແມັດ, ມີຄ່າພິກັດ (ຈຸດໃຈກາງຫຼຸມ) X: 481770; Y: 1900886, ມີລັກສະນະເແປັນຮູບວົງກົມ, ມີເນື້ອທີ່ 125 ຕາແມັດ ແລະ ເລີກປະມານ 6 ແມັດ (ທຽບໃສ່ໜ້າດິນ). ຊຶ່ງທັງ 2 ຈຸດນັ້ນ ຫ່າງຈາກໂຮງງານປຸງແຕ່ງແຮ່ທາດ ຂອງບໍລິສັດ ຊີໂນອາກກຣີ ໂປຕາສ ຈໍາກັດ ປະມານ 4.2 ກມ ແລະ ຫ່າງຈາກຝັ່ງແມ່ນໍ້າຂອງປະມານ 1.7 ກມ (ໄລຍະທາງອາກາດ). ພາຍຫຼັງເກີດມີສະພາບ ໃນໄລຍະນັ້ນ ພາກສ່ວນທີ່ກ່ຽວຂ້ອງຂອງລັດ ກໍໄດ້ລົງກວດກາ ເກັບກໍາຂໍ້ມູນ ແລະ ກໍານົດມາດຕະການແກ້ໄຂເບື້ອງຕົ້ນ ຄື: ໃຫ້ບໍລິສັດຢຸດເຊົາຊົ່ວຄາວບັນດາກິດຈະກໍາທີ່ຢູ່ໄກ້ກັບບໍລິເວນດັ່ງກ່າວ, ການຕິດຕັ້ງຈຸດວັດແທກການປ່ຽນແປງ ແລະ ເໜັງຕີງຂອງໜ້າດິນບໍລິເວນເກີດິນຍຸບ ຈໍານວນ 8 ຈຸດ, ສ້າງຮົ້ວປ້ອງກັນບໍ່ໃຫ້ຄົນ/ສັດຕົກລົງໄປ ພ້ອມທັງແຈ້ງໃຫ້ອໍານາດການປົກຄອງທ້ອງຖິ່ນໄດ້ຮັບຊາບ ແລະ ບໍ່ໃຫ້ປະຊາຊົນເຂົ້າໄກ້ເຂດດັ່ງກ່າວ.

ປະຈຸບັນ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງສຶກສາຢ່າງລະອຽດສາເຫດທີ່ເກີດສະພາບດິນຍຸບດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການວິເຄາະ/ປະເມີນ ມີຄວາມຊັດເຈນ ແລະ ສອດຄ່ອງຕາມຫຼັກວິທະຍາສາດນັ້ນ ມີຄວາມຈໍາເປັນຕ້ອງໄດ້ສຶກສາຢ່າງລະອຽດຮອບດ້ານ ເປັນຕົ້ນ: ການຕິດຕັ້ງຈຸດວັດແທກຕິດຕາມການປ່ຽນແປງ ແລະ ເໜັງຕີງຂອງໜ້າດິນ, ການວັດແທກຂອບເຂດການຂຸດຄົ້ນຢູ່ໃຕ້ດິນສົມທຽບກິດຈະກໍາເທິງໜ້າດິນ (ຈຸດທີ່ມີເຫດການດິນຍຸບ) ດ້ວຍກ້ອງ Leica Total station, ການຊີເຈາະສໍາຫຼວດ ສົມທົບກັບການສໍາຫຼວດທາງທໍລະນີຟີຊິກ ເພື່ອໃຫ້ຮູ້ໄດ້ໂຄງສ້າງທາງດ້ານທໍລະນີສາດຂອງບໍລິເວນດັ່ງກ່າວ. ຊຶ່ງຂໍ້ມູນທີ່ໄດ້ຮັບຈະເປັນພື້ນຖານອັນສໍາຄັນ ໃນການປະເມີນ ແລະ ວິເຄາະສະພາບດິນຍຸບໂຕ ໃນເຂດດັ່ງກ່າວ; ການຈັດຕັ້ງປະຕິບັດວຽກງານການສຶກສາແມ່ນໄດ້ເລີ່ມແຕ່ວັນທີ 24 ທັນວາ 2024 ແລະ ຈະໃຫ້ສໍາເລັດການສຶກສາໃນເບື້ອງຕົ້ນໃນເດືອນມັງກອນ ປີ 2025 ນີ້. ສ່ວນຈຸດທີ່ມີສະພາບດິນຍຸບ ບໍລິສັດໄດ້ສົມທົບອົງການປົກຄອງທ້ອງຖີ່ນ ດໍາເນີນການຊົດເຊີຍຜົນກະທົບ ແລະ ອັດຖົມດິນຄືນ.

ຕໍ່ມາໃນວັນທີ 25 ທັນວາ 2024 ຄະນະຮັບຜິດຊອບສຶກສາ ແລະ ແກ້ໄຂ ສະພາບດິນຍຸບ ໄດ້ສືບຕໍ່ລົງ ການກວດກາ ແລະ ສຶກສາ ສະພາບດິນຍຸບ ຢູ່ໃນຂອບເຂດເນື້ອທີ່ສໍາປະທານຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ເຂດບ້ານໜອງຜື, ເມືອງທ່າແຂກ, ແຂວງຄໍາມ່ວນ ຂອງບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດ. ນັບແຕ່ປີ 2016 ເປັນຕົ້ນມາ ໄດ້ເກີດມີເຫດການດິນຍຸບ ຈໍານວນ 5 ຄັ້ງ ແລະ ໄດ້ຮັບການສຶກສາແກ້ໄຂເປັນໄລຍະໆມາ ເຊັ່ນ: ການຊີເຈາະສໍາຫຼວດຂອງກອງສໍາຫຼວດແອງແຕັກເຊໂອຫວຽດນາມ, ການຊີເຈາະ ແລະ ສໍາຫຼວດທາງທໍໍລະນີຟີຊິກ ຂອງກອງເລຂາອົງການ CCOP. ຊຶ່ງໄດ້ວິເຄາະ ແລະ ປະເມີນ ໄວ້ວ່າ: ສາເຫດແມ່ນເກີດຈາກການປ່ຽນແປງສະພາບການອົມນໍ້າຂອງຊັ້ນດິນໜຽວ, ຊາຍ ແລະ ການປ່ຽນແປງລະດັບນໍ້າໃຕ້ດິນ ເນື່ອງຈາກເຂດນັ້ນແມ່ນແລວຂອງສາຍນໍ້າຂອງເກົ່າທີ່ໄດ້ຖືກທັບຖົມຜ່ານມາ. ດັ່ງນັ້ນ, ເຮັດໃຫ້ເກີດການປ່ຽນແປງສະພາບຊັ້ນດິນ ແລະ ເຮັດໃຫ້ເກີດດິນຍຸບໃນບໍລິເວນຊັ້ນຜິວໜ້າດິນ.

ເພື່ອໃຫ້ການສຶກສາສະພາບດິນຍຸບດັ່ງກ່າວມີຄວາມຊັດເຈນຍິ່ງຂຶ້ນ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ສະຖາບັນການສຶກສາ ດໍາເນີນການວັດແທກຂອບເຂດການຂຸດຄົ້ນໃຕ້ດິນເພື່ອສົມທຽບກັບກິດຈະກໍາເທິງໜ້າດິນຂອງບໍລິສັດ ລາວຄາຍຢວນບໍ່ແຮ່ ຈໍາກັດ ແລະ ໄດ້ຄັດເລືອກບໍລິສັດເອກະລາດ ມາດໍາເນີນການສຶກສາສະພາບດິນຍຸບດັ່ງກ່າວ; ໂດຍສາມາດຄັດເລືອກໄດ້ ບໍລິສັດ Logantek Lao Co,.LTD ຊຶ່ງເປັນບໍລິສັດລົງທຶນຈາກປະເທດມົງໂກລີ ມີປະສົບການໃນການສຶກສາໂຄງສ້າງທາງດ້ານທໍລະນີສາດ ແລະ ແຫຼ່ງແຮ່ ຫຼາຍປະເພດແຮ່ທາດ ແລະ ຢູ່ຫຼາຍປະເທດ.

ເພື່ອໃຫ້ການສຶກສາສະພາບດິນຍຸບດັ່ງກ່າວມີຄວາມຊັດເຈນຍິ່ງຂຶ້ນ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ສະຖາບັນການສຶກສາ ດໍາເນີນການວັດແທກຂອບເຂດການຂຸດຄົ້ນໃຕ້ດິນເພື່ອສົມທຽບກັບກິດຈະກໍາເທິງໜ້າດິນຂອງບໍລິສັດ ລາວຄາຍຢວນບໍ່ແຮ່ ຈໍາກັດ ແລະ ໄດ້ຄັດເລືອກບໍລິສັດເອກະລາດ ມາດໍາເນີນການສຶກສາສະພາບດິນຍຸບດັ່ງກ່າວ; ໂດຍສາມາດຄັດເລືອກໄດ້ ບໍລິສັດ Logantek Lao Co,.LTD ຊຶ່ງເປັນບໍລິສັດລົງທຶນຈາກປະເທດມົງໂກລີ ມີປະສົບການໃນການສຶກສາໂຄງສ້າງທາງດ້ານທໍລະນີສາດ ແລະ ແຫຼ່ງແຮ່ ຫຼາຍປະເພດແຮ່ທາດ ແລະ ຢູ່ຫຼາຍປະເທດ.

