
ຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນລະຫວ່າງວັນທີ 22-24 ເມສາ 2025 ທີ່ກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່. ພາຍໃຕ້ການສະໜັບສະໜູນດ້ານວິຊາການຈາກອົງການ JOGMEC, ກອງປະຊຸມຝຶກອົບຮົມດັ່ງກ່າວໄດ້ເປັນປະທານກ່າວເປີດໂດຍ ທ່ານ ນາງອຳວຽງ ເພົ້າວົງໄຊ, ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ຂອງ ສປປ ລາວ ແລະ Dr. Kazuyo Hirose ຮອງຫົວໜ້າກົມຍຸດທະສາດໂລຫະ ຂອງອົງການ JOGMEC, ເຊີ່ງທັງສອງທ່ານກໍໄດ້ເນັ້ນວ່າການຝຶກອົບຮົມນີ້ເປັນການຝຶກອົບຮົມລົງເລິກດ້ານວິຊາການບໍ່ແຮ່ທີ່ເນັ້ນກ່ຽວກັບການນໍາໃຊ້ພາບຖ່າຍດາວທຽມ ເຂົ້າໃນການວິເຄາະຂໍ້ມູນໂດຍສົມທຽບກັບຂໍ້ມູນທີ່ເກັບໄດ້ຈາກພາກສະໜາມບໍ່ແຮ່ ເພື່ອວິເຄາະການປ່ຽນແປງຂອງພື້ນທີ່ຂຸດຄົ້ນບໍ່ແຮ່ເປັນແຕ່ລະໄລຍະ ແລະເຫັນວ່າເຄື່ອງມືດັ່ງກ່າວນີ້ ຈະເປັນເຄື່ອງມືໜຶ່ງທີ່ຈະຊ່ວຍໃຫ້ວິຊາການບໍ່ແຮ່ ສາມາດນໍາໃຊ້ເຂົ້າໃນການກວດກາ ແລະ ຕິດຕາມ ບັນດາບໍລິສັດລົງທຶນດ້ານບໍ່ແຮ່ທີ່ພວມດຳເນີນການຂຸດຄົ້ນບໍ່ແຮ່ ຢູ່ໃນແຕ່ລະພື້ນທີ່ໃນຂອບເຂດທົ່ວປະເທດ.

ການຝຶກອົບຮົມດັ່ງກ່າວແມ່ນໄດ້ແບ່ງອອກເປັນ 4 ພາກຄື: 1.ພາກນຳສະເໜີ: ແມ່ນຈະເປັນການແນະນຳກ່ຽວກັບພື້ນຖານການສຳຫຼວດທາງໄກ, ການດາວໂຫຼດພາບຖ່າຍດາວທຽມ, ການນຳເອົາຂໍ້ມູນພາບຖ່າຍທາງດາວທຽມ ແລະ GIS ເຂົ້າໃນໂປແກຣມ QGIS, ການສ້າງ ແລະ ສົ່ງຂໍ້ມູນແຜນທີ່ໄປຍັງໂທລະສັບເພື່ອນໍາໃຊ້ເຂົ້າການກວດກາບໍ່ແຮ່ພາກສະໜາມຕົວຈິງ, 2. ພາກທີ 2: ການສຳຫຼວດພາກສະໜາມ: ແມ່ນການນຳໃຊ້ແອບພຣີເຄຊັ້ນ ເພື່ອກຳນົດຕໍາແໜ່ງ ແລະ ການນຳທາງດ້ວຍ GPS, ການສັງເກດການປ່ຽນແປງພາກສະໜາມໂດຍພາບຖ່າຍທາງດາວທຽມ, ການລວບລວມຂໍ້ມູນພາກສະໜາມເພື່ອສົມທຽບກັບຂໍ້ມູນທີ່ມີຢູ່, 3. ພາກທີ 3: ການວິເຄາະຂໍ້ມູນພື້ນຖານ ຈະເປັນການຄຳນວນແບບ Raster ແລະ ການວິເຄາະຂໍ້ມູນຄວາມປ່ຽນແປງດ້ານພູມສັນຖານ ແລະ ພາກທີ 4: ການສ້າງແຜນທີ່ເພື່ອວິເຄາະຂໍ້ມູນທີ່ເກັບໄດ້ຈາກພາກສະໜາມ ເປັນຕົ້ນ. ໃນການເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ມີຜູ້ເຂົ້າຮ່ວມຈາກກົມຄຸ້ມຄອງບໍ່ແຮ່, ກົມທໍລະນີສາດ ແລະ ແຮ່ທາດ, ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ລັດວິສາຫະກິດພັດທະນາແຮ່ທາດລາວ, ພະແນກ ພະລັງງານ ແລະ ບໍ່ແຮ່ນະຄອນຫຼວງວຽງຈັນ, ວຽງຈັນ ແລະ ຄຳມ່ວນ ລວມຜູ້ເຂົ້າຮ່ວມທັງໝົດ 26 ກວ່າຄົນ.

