ກົມຄຸ້ມຄອງບໍ່ແຮ່ ຮ່ວມກັບ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຊຽງຂວາງ ເຜີຍແຜ່ເນື້ອໃນສັນຍາສຳປະທານໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ ແລະ ແຮ່ຕິດພັນ

          ກອງປະຊຸມເຜີຍແຜ່ສັນຍາ ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ ຢູ່ທີ່ຫ້ອງປະຊຸມ ຂອງພະແນກພະລັງງານ ແລະ ບໍ່ແຮ່ ແຂວງຊຽງຂວາງ 2023 ຊຶ່ງແບ່ງອອກເປັນ 2 ຕອນ ຄື:
1. ຕອນເຊົ້າ ເຜີຍແຜ່ເນື້ອໃນສັນຍາສຳປະທານໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ ແລະ ແຮ່ຕິດພັນ ຢູ່ເຂດບ້ານນາຊາຍທອງ, ບ້ານ ພູວຽງ, ບ້ານ ຮະງວມ ແລະ ບ້ານ ປຸ່ງໝັ້ນ, ເມືອງ ພູກູດ, ແຂວງ ຊຽງຂວາງ ຂອງບໍລິສັດ ເໝີຍດີ ຂຸດຄົ້ນບໍ່ແຮ່ ຈຳກັດ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ອໍາວຽງ ເພົ້າວົງໄຊ, ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່, ທ່ານ ທອງເພັດ ຈັນທະວົງ, ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຊຽງຂວາງ ແລະ ທ່ານ ຄໍາສີ ທຳມະວົງ, ຮອງເຈົ້າເມືອງໆພູກູດ, ແຂວງ ຊຽງຂວາງ, ໂດຍມີທ່ານຜູ້ຕາງໜ້າຈາກ ກົມຄຸ້ມຄອງບໍ່ແຮ່, ຫ້ອງການ ກະຊວງພະລັງງານ ແລະ ບໍ່ແຮ່, ກົມສົ່ງເສີມການລົງທຶນ (ກະຊວງແຜນການ ແລະ ການລົງທຶນ), ກົມສິ່ງແວດລ້ອມ (ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ), ກົມຄຸ້ມຄອງຊັບສິນແຫ່ງລັດ (ກະຊວງການເງິນ), ພະແນກພະລັງງານ ແລະ ບໍ່ແຮ່ ແຂວງຊຽງຂວາງ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງຂອງທ້ອງຖິ່ນ, ບ້ານທີ່ໂຄງການຕັ້ງຢູ່ ແລະ ບໍລິສັດເຂົ້າຮ່ວມ, ກອງປະຊຸມມີຜູ້ເຂົ້າຮ່ວມທັງໝົດ 70 ທ່ານ.

2. ຕອນບ່າຍ ເຜີຍແຜ່ເນື້ອໃນສັນຍາສຳປະທານໂຄງການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ຫາຍາກ (ແບບທົດລອງ) ຢູ່ເຂດບ້ານນາຄື, ເມືອງ ຜາໄຊ ແລະ ບ້ານ ພູກາເຟ, ເມືອງ ຄູນ, ແຂວງຊຽງຂວາງ ຂອງບໍລິສັດ ໂບນັດລາວ ຂຸດຄົ້ນແຮ່ຫາຍາກ ຈໍາກັດຜູ້ດຽວ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ອໍາວຽງ ເພົ້າວົງໄຊ, ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່, ທ່ານ ບຸນມາ ສຸຍະວົງ ເຈົ້າເມືອງໆ ຜາໄຊ ແລະ ທ່ານ ທອງເພັດ ຈັນທະວົງ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງຊຽງຂວາງ, ໂດຍມີທ່ານຜູ້ຕາງໜ້າຈາກ ກົມຄຸ້ມຄອງບໍ່ແຮ່, ກົມສົ່ງເສີມການລົງທຶນ (ກະຊວງແຜນການ ແລະ ການລົງທຶນ), ກົມສິ່ງແວດລ້ອມ (ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ), ກົມຄຸ້ມຄອງຊັບສິນແຫ່ງລັດ (ກະຊວງການເງິນ), ພະແນກພະລັງງານ ແລະ ບໍ່ແຮ່ ແຂວງຊຽງຂວາງ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງຂອງທ້ອງຖິ່ນ ແລະ ບໍລິສັດເຂົ້າຮ່ວມ, ຊຶ່ງກອງປະຊຸມມີຜູ້ເຂົ້າຮ່ວມທັງໝົດ 56 ທ່ານ.

          ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ເນື້ອໃນສັນຍາສໍາປະທານ 2 ໂຄງການ ຈາກ ສະຫາຍ ນາງ ບົວວັນ ຈັນບຸນມີ ຮອງຫົວໜ້າພະແນກສໍາປະທານ ແລະ ຄຸ້ມຄອງສັນຍາ, ກົມຄຸ້ມຄອງບໍ່ແຮ່ ຊຶ່ງທັງນີ້ກໍມີຈຸດປະສົງເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງ ພັກ, ລັດຖະບານ ໃນການພັດທະນາອຸດສາຫະກຳບໍ່ແຮ່ ຢູ່ປະເທດພວກເຮົາ.
ພາບ ແລະ ຂ່າວ: ກົມຄຸ້ມຄອງບໍ່ແຮ່
ຮຽບຮຽງ ແລະ ກວດແກ້: ພະແນກປະຊາສຳພັນ ແລະ ໄອທີ