
ລະຫວ່າງວັນທີ 23-24 ມັງກອນ 2024 ຢູ່ຫ້ອງປະຊຸມ ຂອງອົງການປົກຄອງເມືອງວັງວຽງ, ແຂວງວຽງຈັນ ໄດ້ຈັດກອງປະຊຸມ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ທ້ອງຖິ່ນ ທາງດ້ານເຕິກນິກ-ວິຊາການ, ດ້ານນິຕິກຳ ແລະ ລະບຽບການທີ່ກ່ຽວຂ້ອງກ່ຽວກັບວຽກງານບໍ່ແຮ່ ທີ່ຕິດພັນກັບ ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສະຖາພອນ ດວງຕາວັນ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ມີບັນດາ ທ່ານ ຜູ້ຕາງໜ້າຈາກ ຈາກພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງວຽງຈັນ ແລະ ພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ, ມີສຳມະນາກອນນັກສໍາມະນາກອນ ຈາກຫ້ອງການ ພະລັງງານ ແລະ ບໍ່ແຮ່ ເມືອງ ຢູ່ແຂວງວຽງຈັນ ທັງ ໝົດ 9 ເມືອງ ແລະ ຢູ່ແຂວງນະຄອນຫຼວງວຽງຈັນທັງໜົດ 9 ເມືອງ ຊຶ່ງມີຜູ້ເຂົ້າຮ່ວມ ທັງໝົດ 37 ທ່ານ (ຍິງ 10 ທ່ານ).

ກອງປະຊຸມໄດ້ມີການແລກປ່ຽນທາງດ້ານເຕິກນິກ-ວິຊາການ, ດ້ານນິຕິກຳ ແລະ ລະບຽບການທີ່ກ່ຽວຂ້ອງກ່ຽວກັບວຽກງານບໍ່ແຮ່ ໂດຍສະເພາະແມ່ນຝຶກອົບຮົມມີຫົວຂໍ້ລາຍລະອຽດຄື: 1) ຂັ້ນຕອນການອອກໃບອະນຸຍາດ ແລະ ການອອກແຜນທີ່ເຂດສໍາປະທານ; 2) ການຄຸ້ມຄອງ ການປຸງແຕ່ງແຮ່ທາດ, ເຄື່ອງນຳເຂົ້າ, ຕົວຢ່າງເພື່ອວິໄຈ ແລະ ທົດລອງເຕັກໂນໂລຊີ; 3) ຂັ້ນຕອນການສະເໜີ, ການພິຈາລະນາ ແລະ ການຄຸ້ມຄອງວຽກງານການ ຊື້ ຂາຍ, ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ; 4)ການເກັບກໍາຂໍ້ມູນສະຖິຕິ ແລະ ການລາຍງານ; 5) ການເກັບກໍາຂໍ້ມູນສະຖິຕິ ແລະ ການລາຍງານ; 6) ວຽກງານກວດກາປະເມີນຜົນ; 7) ເຜີຍແຜ່ນິຕິກໍາຈໍານວນໜຶ່ງ ເປັນຕົ້ນ ດໍາລັດວ່າດ້ວຍທຶນພັດທະນາຊຸມຊົນ ໃນທຸລະກິດກ່ຽວກັບແຮ່ທາດ; 8)ດໍາລັດວ່າດ້ວຍການປັບໄໝ ແລະ ການນໍາໃຊ້ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບແຮ່ທາດ.
