
ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາ 2024 ທີ່ໂຮງແຮມແກຣນ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ສະຖາພອນ ດວງຕາວັນ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ທັງເປັນຫົວໜ້າໂຄງການປັບປຸງຄວາມປອດໄພ ແລະ ປົກປັກຮັກສາສິ່ງແວດລ້ອມບໍ່ແຮ່ (SEPM) ຝ່າຍລາວ ແລະ ທ່ານ ຄຣາວ ຮ່ອນສເນີ່ (Klaus Holzner), ຫົວໜ້າໂຄງການປັບປຸງຄວາມປອດໄພ ແລະ ປົກປັກຮັກສາສິ່ງແວດລ້ອມບໍ່ແຮ່ (SEPM) ຝ່າຍເຢຍລະມັນ. ໂດຍມີຜູ້ເຂົ້າຮ່ວມກອງປະຊຸມ ຫຼາຍກວ່າ 30 ທ່ານ ຈາກກົມຄຸ້ມຄອງບໍ່ແຮ່, ຊ່ຽວຊານໂຄງການ SEPM, ຜູ້ຕາງໜ້າຈາກພະແນກພະລັງງານ ແລະ ບໍ່ແຮ່ ແຂວງວຽງຈັນ, ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຄຳມ່ວນ ແລະ ບໍລິສັດທີ່ປຶກສາ DataVerse ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້, ຈັດຂື້ນແມ່ນເພື່ອປຶກສາຫາລື ແລະ ຮັບຟັງຜົນການສຶກສາຂັ້ນຕອນການກວດກາບໍ່ແຮ່ຢູ່ ສປປ ລາວ, ພ້ອມກັນນັ້ນ, ຍັງໄດ້ມີການແລກປ່ຽນການສົນທະນາກ່ຽວກັບຂັ້ນຕອນການກວດກາບໍ່ແຮ່ ຂອງຂັ້ນສູນກາງ ແລະ ທ້ອງຖິ່ນ ລະຫວ່າງກົມຄຸ້ມຄອງບໍ່ແຮ່, ຄະນະຊ່ຽວຊານໂຄງການ SEPM ແລະ 02 ແຂວງ ທົດລອງໂຄງການ (ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ວຽງຈັນ ແລະ ແຂວງ ຄຳມ່ວນ) ເພື່ອພ້ອມກັນປັບປຸງຂັ້ນຕອນ, ແບບວິທີການກວດກາບໍ່ແຮ່ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ. ນອກຈາກນັ້ນ, ທາງໂຄງການ SEPM ຍັງໄດ້ມອບອຸປະກອນຮັບໃຊ້ວຽກງານວິຊາສະເພາະບໍ່ແຮ່ ຈໍານວນໜຶ່ງໃຫ້ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ວຽງຈັນ ແລະ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຄໍາມ່ວນ ຕື່ມອີກ; ປຶກສາຫາລືກ່ຽວກັບການໃຫ້ຄໍາແນະນໍາ ແລະ ການປະເມີນຜົນຂັ້ນຕອນການກວດກາບໍ່ແຮ່ “Workshop on Results and Recommendations of Assessment of DMM and PDEM inspection workflows

ພາບ ແລະ ແຫຼ່ງຂ່າວ: ກົມຄຸ້ມຄອງບໍ່ແຮ່
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506