ກອງປະຊຸມເຜີຍແຜ່ເນື້ອໃນສັນຍາວ່າດ້ວຍການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ຄຳເຄົ້າ ແບບທົດລອງ

          ໃນວັນທີ 5 ຕຸລາ 2023 ທີ່ໂຮງແຮມຊິວເວີ້ນາກາ ເມືອງວັງວຽງ, ແຂວງວຽງຈັນ ໄດ້ມີກອງປະຊຸມເຜີຍແຜ່ເນື້ອໃນສັນຍາວ່າດ້ວຍການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ຄຳເຄົ້າ ແບບທົດລອງ ຢູ່ເຂດບ້ານສາມັກຄີໄຊ, ເມືອງແມດ, ແຂວງວຽງຈັນ, ໂດຍການເປັນປະທານຂອງທ່ານ ຄຳປ່ຽນ ແສງສະຫວັດ ເຈົ້າເມືອງເມືອງແມດ ແລະ ປະທານຮ່ວມ ທ່ານ ນ.ອຳວຽງ ເພົ້າວົງໄຊ ຮອງຫົວຫນ້າກົມຄຸ້ມຄອງບໍ່ແຮ່ ແລະ ທ່ານ ຄຳພຸດ ນາມວົງສັກ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງວຽງຈັນ ພ້ອມດ້ວຍ ບັນດາທ່ານຜູ້ຕາງຫນ້າຈາກພາກສ່ວນທີ່ກຽວຂ້ອງຂອງສູນກາງ, ອົງການປົກຄອງທ້ອງຖິ່ນ ແລະ ບໍລິສັດ ເຂົ້າຮ່ວມ (ມີຜູ້ເຂົ້າຮ່ວມທັງຫມົດ38 ທ່ານ).
ຈຸດປະສົງ ການເຜີຍແຜ່ເນື້ອໃນສັນຍາຄັ້ງນີ້ ແມ່ນ
1) ເພື່ອ ເຮັດໃຫ້ອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ບ່ອນໂຄງການຕັ້ງຢູ່ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ໂຄງການ;
2) ເພື່ອເສີມສ້າງການມີສ່ວນຮ່ວມ ຂອງອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ບ່ອນໂຄງການຕັ້ງຢູ່ ເຂົ້າໃນໂຄງການ ຕາມຂອບເຂດສິດ ແລະ ພາລະບົດບາດຕົນ;
3. ເພື່ອສ້າງຄວາມເຂັ້ມແຂງດ້ານຂອດການປະສານງານ ລະຫວ່າງ ພາກສ່ວນທີ່ກ່ຽວຂ້ອງຂອງພາກລັດ ທັງສູນກາງ ແລະ ທ້ອງຖິ່ນ ລວມທັງ ຜູ້ພັດທະນາໂຄງການ ແລະ ປະຊາຊົນ;
4. ເພື່ອເຮັດໃຫ້ບໍລິສັດສາມາດດຳເນີນໂຄງການຂອງຕົນ ຖືກຕ້ອງ ແລະ ສອດຄ່ອງ ຕາມກົດໝາຍ, ລະບຽບການ ແລະ ສັນຍາ.
ພາບ ແລະ ຂ່າວ: ກົມຄຸ້ມຄອງບໍ່ແຮ່