ເຜີຍແຜ່ເນື້ອໃນສັນຍາການສຳຫຼວດ ແລະ ຂຸດຄົ້ນທົດລອງແຮ່ຫາຍາກ ຢູ່ແຂວງ ຊຽງຂວາງ

ກົມທໍລະນີສາດ ແລະ ແຮ່ທາດ ຮ່ວມກັບ ກົມຄຸ້ມຄອງບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມເຜີຍແຜ່ເນື້ອໃນສັນຍາການສຳຫຼວດແຮ່ຫາຍາກ ຢູ່ເຂດບ້ານມາຍ-ນາສາບ ເມືອງຜາໄຊ ແຂວງຊຽງຂວາງ ໃນເນື້ອທີ່ 25,28 ກມ2 ຂອງບໍລິສັດ ຕົງລີ້ເສີ້ງ ພັດທະນາບໍ່ແຮ່ ຈຳກັດຜູ້ດຽວ, ແລະ ເນື້ອໃນສັນຍາການຂຸດຄົ້ນທົດລອງແຮ່ຫາຍາກ ຢູ່ເຂດບ້ານມາຍ-ນາສາບ ເມືອງຜາໄຊ ແຂວງຊຽງຂວາງ ໃນເນື້ອທີ່ 3 ກມ2 ຂອງບໍລິສັດ ຊຸ້ນຕາ ພັດທະນາບໍ່ແຮ່ ຈຳກັດຜູ້ດຽວ ຊຶ່ງໂຄງການດັ່ງກ່າວ ແມ່ນໂຄງການຮ່ວມມືກັບ ລັດວິສາຫະກິດພັດທະນາແຮ່ທາດລາວ.

ກອງປະຊຸມຄັ້ງນີ້ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ທອງເລີນ ຈິດຕະລາດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງຊຽງຂວາງ ແລະ ທ່ານ ນາງ ອຳວຽງ ເພົ້າວົງໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່. ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນມາ ສຸຍະວົງ ເລຂາພັກເມືອງ ເຈົ້າເມືອງເມືອງຜາໄຊ, ທ່ານ ບຸນຍົງ ສີດາວົງ ອຳນວຍການ ລັດວິສາຫະກິດ ພັດທະນາແຮ່ທາດລາວ, ທ່ານ ອະພິຊາດ ແສງທະນີ ຮອງອຳນວຍການ ບໍລິສັດ ຊຸ້ນຕາ ພັດທະນາບໍ່ແຮ່ ຈຳກັດຜູ້ດຽວ, ນອກນີ້ຍັງມີຜູ້ຕາງໜ້າຈາກກົມທໍລະນີສາດ ແລະ ບໍ່ແຮ່, ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ, ກົມຄຸ້ມຄອງຊັບສິນຂອງລັດ, ກະຊວງການເງິນ, ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກພະລັງງານ ແລະ ບໍ່ແຮ່ ແຂວງຊຽງຂວາງ, ມີບັນດາພະແນກການທີ່ກ່ຽວຂ້ອງ ຂອງແຂວງຊຽງຂວາງ, ບໍລິສັດ ຕົງລີ້ເສີ້ງ ພັດທະນາບໍ່ແຮ່ ຈຳກັດຜູ້ດຽວ ພ້ອມດ້ວຍອຳນາດການປົກຄອງເມືອງ ແລະ ບ້ານ ບ່ອນໂຄງການຕັ້ງຢູ່ ເຂົ້າຮ່ວມນຳ.

ຂ່າວ: ກົມຄຸ້ມຄອງບໍ່ແຮ່