ສະຫາຍ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງ ຊປປລ, ເລຂາຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: ການຂະບວນການອອກແຮງງານລວມຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງພະລັງງານ ແລະ ບໍ່ແຮ່ ຄັ້ງນີ້ແມ່ນມີຈຸດປະສົງຫຼັກກໍ່ເພື່ອເປັນການສ້າງຜົນງານຂໍ່ບນັບຮັບຕ້ອນວັນສຳຄັນຕ່າງໆຂອງພັກຂອງຊາດເຊັ່ນ: ວັນຊາດທີ 2 ທັນວາ ຄົບຮອບ 47 ປີ, ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກຂອງປະຊາຊົນລາວ ຄົບຮອບ 102 ປີ ແລະ ສອງວັນປະຫວັດສາດ ການພົວພັນຮ່ວມມືພິເສດລາວ-ຫວຽດນາມ ໃນປີ 2022, ພິເສດການສ້າງຂະບວນການອອກແຮງງານລວມເທື່ອນີ້ ຍັງເປັນການເຕົ້າໂຮມຄວາມສາມັກຄີຂອງຊາວໜຸ່ມພາຍໃນກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ.