
ໃນຕອນເຊົ້າ ວັນອັງຄານ ວັນທີ 15 ພະຈິກ 2022ນີ້ ໜ່ວຍຊາວໜຸ່ມ ແລະ ໜ່ວຍກໍາມະບານ ຂອງຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງ ຊານໄຊ ແຂວງອັດຕະປື ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນຂື້ນ ຢ່າງເປັນທາງການ ພາຍໄຕ້ການເປັນປະທານ ຂອງ ສະຫາຍ ພູນສຸກ ແກ້ວຄໍາເພຍ ເລຂາໜ່ວຍພັກ, ຮັກສາການຫົວໜ້າຫ້ອງການ ໃຫ້ກຽດເປັນປະທານຮ່ວມ ຂອງ ສະຫາຍ ນ ພຽງມະໄລ ຊ່ອງພູສິດ ກໍາມະການພັກເມືອງ ປະທານ ສະຫະພັນກໍາມະບານເມືອງ, ສະຫາຍ ພູຂຽວ ແພງພະຈັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ແລະ ມີບັນດາສະຫາຍ ຜູ້ແທນ ແລະ ແຂກໜ່ວຍຊາວໜຸ່ມ ແລະ ກໍາມະບານອ້ອມຂ້າງເມືອງ ເຂົ້າຮ່ວມຢ່າງພ້ອມພຽງ

ໃນກອງປະຊຸມ ສະຫາຍ ພູນສຸກ ແກ້ວຄໍາເພຍ ປະທານກອງປະຊຸມ ກ່າວເປີດວ່າ: ການດໍາເນີນກອງປະຊຸມໃຫ່ຍຄັ້ງ II ຂອງອົງການຈັດຕັ້ງມະຫາຊົນ ຂອງຫ້ອງການພະລັງງານ ແລະ ບໍ່ແຮ່ໃນຄັ້ງນີ້ ແມ່ນເປັນການປະຕິບັດຕາມກົດລະບຽບຂອງກໍາມະບານ ແລະ ຊາວໜຸ່ມ ເພື່ອສະຫຼຸບຕີລາຄາ ຜົນການຊີ້ນໍາໆພາວຽກງານແຕ່ລະໄລຍະ, ເຊິ່ງພວກເຮົາຈະໄດ້ຮັບຟັງການລາຍງານ ການເມືອງ 2 ພາກ, ກ່ຽວກັບຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ I ຕະຫຼວດໄລຍະ 6ປີກວ່າຜ່ານມາ ຈະໄດ້ພ້ອມກັນຕີລາຄາຜົນງານທີ່ເຮັດໄດ້ ທັງດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້. ຈາກນັ້ນພວກເຮົາຈະໄດ້ຮັບຟັງການສະເໜີທິດທາງແຜນການ 5ປີຕໍ່ໜ້າ ແຕ່ນີ້ຮອດປີ 2027, ພ້ອມນີ້ກໍ່ຍັງຈະໄດ້ຮັບຟັງການປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 5 ເປັນເຈົ້າ ສະໄໝທີ 5, 4ບຸກ ສະໄໝທີ 3 ປະຈໍາປີ 2022 ແລະ ແຜນເປີດຂະບວນການ ປະຈໍາປີ 2023. ສິ່ງເຫຼົ່ານີ້ຈະເປັນຈຸດໝາຍ ທີ່ເປັນລັກສະນະຍຸດທະສາດ, ຂະບວນການແຂ່ງຂັນຮັກຊາດ-ຮັກພັດທະນາ ຕິດພັນກັບການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ

ໂດຍສຸມໃສ່ການການຄຸ້ມຄອງ, ຊຸກຍູ້ ແລະ ສົ່ງເສີມ ການພັດທະນາວຽກງານທີ່ຕົນຮັບຜິດຊອບ ເພື່ອປະຕິບັດຄົບຕາມພັນທະ, ສິດ ແລະ ໜ້າທີ່ຂອງອົງການຈັດຕັ້ງມະຫາຊົນ ແນ່ໃສ່ສ້າງປະຖົມປັດໃຈທີ່ຈຳເປັນພື້ນຖານ ຕາມຂະບວນການຂໍ້ແຂ່ງ 5 ເປັນເຈົ້າຂອງກໍາມະບານລາວ, 4 ບຸກຂອງຊາວໜຸ່ມ ເພື່ອຕອບສະໜອງປະກອບສ່ວນໃນການ ສ້າງສາພັດທະນາປະເທດຊາດຕາມແນວທາງປຽ່ນແປງໃໝ່ຮອບດ້ານທີ່ມີຫຼັກການນຳພາຂອງພັກ, ສືບຕໍ່ສ້າງ ແລະ ເສີມຂະຫຍາຍລະບອບປະຊາທິປະໄຕປະຊາຊົນຕາມຈຸດໝາຍສັງຄົມນິຍົມ ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັງຄັ່ງເຂັ້ມແຂງ, ສັງຄົມມີຄວາມສະຫງົບ ແລະຍຸດຕິທຳ.

ພ້ອມນີ້ກອງປະຊຸມໄດ້ດໍາເນີນການປ່ອນບັດເລືອກຕັ້ງ ຄະນະໜ່ວຍຊາວໜຸ່ມ ແລະ ຄະນະໜ່ວຍກໍາມະບານ ຊຸດໃໝ່ ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງ ໜ່ວຍຊາວໜຸ່ມ 5 ສະຫາຍ, ຍິງ 1 ສະຫາຍ, ໜ່ວຍກໍາມະບານ 5 ສະຫາຍ, ຍິງ 1 ສະຫາຍ. ຜົນການເລືອກຕັ້ງຄະນະໜ່ວຍ ຊາວໜຸ່ມປະກອບມີ (1) ສະຫາຍ ເກດນະຄອນ ຈັນທະວົງໄຊ ເປັນເລຂາໜ່ວຍ, (2) ສະຫາຍ ນວນໄຊ ໄຊຍະແສງ ເປັນຮອງເລຂາ, (3) ສະຫາຍ ສີວີໄຊ ພິຈິດ ເປັນຄະນະ ແລະ ໜ່ວຍກໍາມະບານ ປະກອບມີ: (1) ສະຫາຍ ສຸວັນ ແກ້ວປະເສີດ ເປັນປະທານໜ່ວຍ, (2) ສະຫາຍ ແອ ຈັນທະມາດ ເປັນຮອງປະທານໜ່ວຍ, (3) ສະຫາຍ ນ ຄໍາຫວັນ ສີລາເພັດ ເປັນຄະນະໜ່ວຍ
