
ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 10 ກຸມພາ 2022 ຢູ່ຫ້ອງວ່າການປົກຄອງເມືອງຄູນຄໍາ, ແຂວງຄຳມ່ວນ. ຕາງໜ້າ ລັດຖະບານ ສປປລາວ ໃຫ້ກຽດປະດັບຫຼຽນໄຊພັດທະນາຄັ້ງນີ້ ໂດຍແມ່ນ ທ່ານ ວົງເພັດ ຈິດປັນຍາ ຮອງເລາພັກແຂວງຄໍາມ່ວນ ແລະ ຕ່າງໜ້າໃຫ້ບໍລິສັດ ຂື້ນຮັບໂດຍທ່ານ ໂຣເບີດ ອາເລັນ ເຈອາຣ໌, ຜູ້ອຳນວຍການໃຫຍ່ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ. ມີ ທ່ານ ເຈົ້າເມືອງ ເມືອງຄູນຄຳ ພ້ອມດ້ວຍອຳນາດການປົກຄອງເມືອງ, ຄະນະອຳນວຍການບໍລິສັດ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ການມອບຫຼຽນໄຊພັດທະນາດັ່ງກ່າວ ແມ່ນເພື່ອສະແດງເຖິງຜົນງານ ການປະກອບສ່ວນທືນຮອນ ຂອງບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ເຂົ້າໃນການກໍ່ສ້າງຂົວຄູນຄໍາ (ຂົວນໍ້າໄຮແຫ່ງໃໝ່) ເຊິ່ງມີມູນຄ່າການກໍ່ສ້າງ ທັງໝົດ 1.131.685 ໂດລາສະຫະລັດ. ພາຍຫຼັງຂົວຄູນຄໍາໄດ້ເປີດໃຊ້ຢ່າງເປັນທາງການໃນ ເດືອນມີນາ ປີ 2021 ທີ່ຜ່ານມາ ເຮັດໃຫ້ການໄປມາຫາສູ່ຂອງພໍ່ແມ່ ປະຊາຊົນຊາວເມືອງຄູນຄໍາ ມີຄວາມສະດວກສະບາຍ ແລະ ປອດໄພ ຫຼາຍກວ່າເກົ່າ, ພ້ອມທັງຍັງເປັນການກະຕຸ້ນເສດຖະກິດການທ່ອງທ່ຽວ ຢູ່ຂົງເຂດດັ່ງກ່າວ ໃຫ້ມີການຂະຫຍາຍຕົວດີຂຶ້ນ.
ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ເປັນບໍລິສັດຜະລິດໄຟຟ້າ ເອກະລາດທີ່ມີ ລັດຖະບານລາວ ເປັນຜູ້ຖືຮຸ້ນຫຼັກ, ມີເຂື່ອນ 2 ແຫ່ງ ແລະ ໂຮງຈັກຜະລິດ 2 ແຫ່ງ ທີ່ມີກຳລັງການຜະລິດ 520 ເມກກາວັດ ຕັ້ງຢູ່ແຂວງບໍລິຄຳໄຊ ແລະ ແຂວງຄຳ ມ່ວນ. ນອກຈາກການຜະລິດໄຟຟ້າເປັນກິດຈະກຳຫຼັກແລ້ວ ບໍລິສັດຍັງຈັດຕັ້ງປະຕິບັດກິດຈະກໍາ ທາງດ້ານສັງຄົມ ແລະ ສິ່ງແວດລ້ອມຢູ່ 5 ຕົວເມືອງ ພາຍໃນ 2 ແຂວງ. ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ໄດ້ປະກອບສ່ວນລາຍຮັບໃຫ້ແກ່ລັດຖະບານ 712 ລ້ານ ໂດລາສະຫະລັດ ນັບຕັ້ງແຕ່ເລີ່ມການຜະລິດໄຟຟ້າໃນປີ 1998 ເປັນຕົ້ນມາ.
ແຫຼ່ງຂໍ້ມູນ ແລະ ພາບ: ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ