ຄຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່ ມອບອຸປະກອນໄຟຟ້າແສງຕາເວັນໃຫ້ ສູນກາງ ຊປປລ ເນື່ອງໃນໂອກາດຈັດຂະບວນຄາຣາວານຊາວໜຸ່ມທົ່ວປະເທດ ຕາມຮອຍໄຊຊະນະບັ້ນຮົບນໍ້າບາກ

          ພິທີມອບ-ຮັບອຸປະກອນໄຟຟ້າແສງຕາເວັນ ໄດ້ຈັດຂຶ້ນຢູ່ຫ້ອງການສູນກາງ ຊປປລ ຕາງໜ້າ ຄຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່ ກ່າວມອບຂອງ ສະຫາຍ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຄະນະບໍລິຫານງານ ສຊປລ, ເລຂາ ຄຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ກ່າວຮັບຂອງ ສະຫາຍ ທອງຈັນ ພູມີພັນ ຮອງເລຂາຄະນະພັກ, ຮອງເລຂາ ຄະນະບໍລິຫານງານສູນກາງ ຊປປລ ໂດຍຊ່ອງໜ້າການເຂົ້າຮ່ວມຂອງຄະນະພັກ, ຄະນະນຳຊາວໜຸ່ມຂອງທັງສອງຝ່າຍ.

           ອຸປະກອນໄຟຟ້າແສງຕາເວັນ ທີ່ນຳມາມອບຄັ້ງນີ້ລວມມີ 30 ຊຸດ ຄດິເປັນມູນຄ່າທັງໝົດ 15.000.000 ກີບ ເຊິ່ງຈະນຳໄປມອບໃຫ້ 3 ເປົ້າໝາຍຂອງຄະນະຄາຣາວານຊາວໜຸ່ມທົ່ວປະເທດ ຕາມຮອຍໄຊຊະນະບັ້ນຮົບນໍ້າບາກຄື: ໂຮງຮຽນມັດທະຍົມສົມບູນ ນໍ້າບາກ, ໂຮງຮຽນມັດສົມບູນ ເມືອງງອຍ ແລະ ສູນເສຍອົງຄະ 109 ແຂວງຫຼວງພະບາງ ໃນໂອກາດການຈັດຂະບວນຄາຣາວານຂອງຄະນະຊາວໜຸ່ມປະຊົນປະຕິວັດລາວທົ່ວປະເທດ ເພື່ອເປັນການລະນຶກເຖິງຄຸນງາມຄວາມດີ ແລະ ນໍ້າໃຈຕໍ່ສູ້ອັນພິລະອາດຫານຂອງຜູ້ນຳແນວລາວຮັກຊາດໃນໄລຍະການຕໍ່ສູ້ປົດປ່ອຍຊາດອອກຈາກເອກປົກຄອງຂອງຈັກກະພັດຕ່າງດ້າວ

          ຂະບວນການຄາຣາວານຊາວໜຸ່ມທົ່ວປະເທດ ຕາມຮອຍໄຊຊະນະບັ້ນຮົບນໍ້າບາກ ແມ່ນເປັນກິດຈະກຳໜຶ່ງ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ທີ່ຈັດຂຶ້ນເພື່ອສະເຫຼີ່ມສະຫຼອງວັນສຳຄັນຕ່າງໆຂອງພັກຂອງຊາດ ເປັນຕົ້ນແມ່ນ: 2 ວັນປະຫວັດສາດ ປີສາມັກຄີການຮ່ວມມືແບບພິເສດລາວ-ຫວຽດນາມ, ວັນຊາດທີ 2 ທັນວາ ຄົບຮອບ ຄົບຮອບ 47 ປີ, ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ

ທີ່ຈະເຖິງໃນມໍ່ໆນີ້. ຜ່ານມາ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດກິດຈະກໍາຂະບວນຄາຣາວານມາແລ້ວຫຼາຍຄັ້ງ ເປັນຕົ້ນແມ່ນຕາມຮອຍໄຊຊະນະຂອງພັນທີ2 ວິລະຊົນ, ຕາມຮອຍໄຊຊະນະບັ້ນຮົບເຂດລາວໃຕ້ ແລະ ຂະບວນຄາຣາວານຊາວໜຸ່ມຕາມຮອຍໄຊຊະນະເຂດປົດປ່ອຍເມືອງວຽງໄຊ.
ໂດຍ: ຄຳແສງ ແກ້ວປະເສີດ