ກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມຂະບວນການຍ່າງ ເນື່ອງໃນວັນສ້າງຕັ້ງອົງການກາແດງແຫ່ງຊາດລາວ

          ໂດຍໄດ້ຮັບການມອບໝາຍຈາກ ຄະນະພັກ, ຄະນະນຳກະຊວງ. ຕອນເຊົ້າວັນທີ 4 ມັງກອນ2025 ນີ້, ຢູ່ສວນສາທາລະນະປະຕູໄຊ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງພະລັງງານ ແລະ ບໍ່ແຮ່ ນຳພາໂດຍ ສະຫາຍ ດາວເພັດ ໂພທິວັນ ຮອງເລຂາ, ປະທານກວດກາ; ສະຫາຍ ວາດສະໜາ ເພັດລຳພັນ ຮອງເລຂາ, ຜູ້ຊີ້ນຳວຽກງານຂະບວນການ ແລະ ປະຊາສຳພັນ ພ້ອມຄະນະ ຈຳນວນ 7 ສະຫາຍ ໄດ້ຕາງໜ້າການນຳກະຊວງ, ພ້ອມດ້ວຍພະນັກງານ, ລັດຖະກອນ ແລະ ກຳມະກອນ ທົ່ວກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມຂະບວນການຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດສະເຫລີ່ມສະຫລອງວັນສ້າງຕັ້ງອົງການກາແດງແຫ່ງຊາດລາວ ຄົບຮອບ 70 ປີ ວັນທີ 1 ມັງກອນ 1955-1 ມັງກອນ 2025 ໂດຍໃຫ້ກຽດເຂົ້າຮ່ວມເປີດງານ ແລະ ນຳພາຂະບວນຍ່າງຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊົນລາວ, ທ່ານ ຄໍາລາວັນ ຈັນທະລາວັນ ປະທານ ອົງການກາແດງແຫ່ງຊາດລາວ, ມີການນຳຂັ້ນສູງ ພ້ອມດ້ວຍມວນຊົນຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມຢ່າງຫລວງຫລາຍ.

           ທ່ານ ປະທານອົງການກາແດງແຫ່ງຊາດລາວ ໄດ້ກ່າວເປີດງານວ່າ: ດັ່ງທີ່ຮູ້ນໍາກັນວ່າ ໃນວັນທີ 01 ມັງກອນ 1955 ອົງການກາແດງແຫ່ງຊາດລາວ ໄດ້ຖືກສ້າງຕັ້ງຂຶ້ນ ໂດຍມີ ຊື່ວ່າ ສະພາກາຊາດລາວ ຊຶ່ງໄດ້ຈັດຕັ້ງເຄື່ອນໄຫວໜ້າທີ່ຕົ້ນຕໍຄື: ການຈັດຕັ້ງປະຕິບັດ ພັນທະ ຕາມພາລະບົດບາດຂອງຕົນ ແລະ ຕາມສົນທິສັນຍາສາກົນທີ່ລາວເປັນພາຄີ, ເພື່ອຊ່ວຍເຫຼືອດ້ານມະນຸດສະທຳ ແລະ ປະຊາສົງເຄາະກະທັນຫັນ; ໃນປີ 1975 ສະພາກາຊາດລາວໄດ້ປ່ຽນຊື່ມາເປັນ ສະພາກາແດງລາວ ໄດ້ຈັດຕັ້ງເຄື່ອນໄຫວ ຕາມນິຕິກຳໂດຍການຂົນຂວຍຍາດແຍ່ງການຊ່ວຍເຫຼືອຈາກສາກົນ, ຊ່ວຍຂະແໜງສາທາ ລະນະສຸກເຊັ່ນ: ໂຄສະນາປ້ອງກັນພະຍາດ, ຄຸ້ມຄອງອັດຕາການເກີດ, ການຕາຍ, ການ ໜູນໃຊ້ຢາພື້ນເມືອງສົມທົບຢາຫຼວງ ແລະ ຝຶກອົບຮົມຄວາມຮູ້ດ້ານການສົ່ງເສີມສຸຂະພາບ ໃຫ້ ກຸ່ມຄົນເສຍອົງຄະທີ່ຖືກຜົນກະຈາກສົງຄາມ.

ໃນປີ 1999-ຈົນເຖິງປະຈຸບັນ ສະພາກາແດງລາວ ໄດ້ປ່ຽນຊື່ມາເປັນ ອົງການກາແດງແຫ່ງ ຊາດລາວ ໄດ້ປະຕິບັດໜ້າທີ່ໃນການຈັດຕັ້ງປະຕິບັດວຽກງານອີງໃສ່ 7 ຫຼັກການ ແລະ 9 ໜ້າວຽກ ຄື:
1. ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ;
2. ການປຸກລະດົມ ແລະ ຂົນຂວາຍບໍລິຈາກເລືອດ ແລະ ການສະໜອງເລືອດປອດໄພ;
3. ການສົ່ງເສີມສຸຂະພາບຂັ້ນພື້ນຖານ;
4. ການປະຖົມພະຍາບານ;
5. ການກູ້ໄພສຸກເສີນ;
6. ການໂຄສະນາຂົນຂວາຍແຫຼ່ງທຶນ;
7. ການສ້າງສະມາຊິກ ແລະ ອາສາສະໝັກກາແດງ;
8. ການສືບທາວຫາຍາດພີ່ນ້ອງ;
9. ການພົວພັນ ແລະ ຮ່ວມມືສາກົນ.
ປັດຈຸບັນ ອົງການກາແດງແຫ່ງຊາດລາວມີລະບົບການຈັດຕັ້ງ ຄື: ອົງການກາແດງແຫ່ງຊາດລາວ , ອົງການກາແດງແຂວງ ແລະ ຫ້ອງການກາແດງເມືອງ.

          ເພື່ອໃຫ້ສອດຄ່ອງຕໍ່ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ, ອົງການກາແດງແຫ່ງຊາດ ລາວ ໄດ້ມີແຜນຍຸດທະສາດ 10 ປີ ເລີ່ມແຕ່ 2021-2030 ໂດຍມີວິໄສທັດ ວ່າ “ ປະຕິບັດ ວຽກງານມະນຸດສະທຳ ທີ່ມີການເຂົ້າຮ່ວມ ຂອງທຸກຊັ້ນຄົນຢູ່ໃນສັງຄົມ ດ້ວຍຄວາມສະໝັກໃຈ ” ເຊິ່ງ ມີ 3 ເປົ້າໝາຍ ຄື: ການພັດທະນາອົງການໃຫ້ເຂັ້ມແຂງ ແລະ ຍືນຍົງ, ການສົ່ງເສີມ ສຸຂະພາບ ເພື່ອຄຸນນະພາບຊີວິດທີ່ດີ ແລະ ການກຽມພ້ອມຕອບໂຕ້ໄພພິບັດ-ຊ່ວຍເຫຼືອ ບັນເທົາທຸກ, ການປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພໃຫ້ແກ່ຄົນເຈັບ ໂດຍຜັນຂະຫຍາຍເປັນແຜນພັດທະນາ 5 ປີ (2021-2025). ໃນແຕ່ລະປີ ອົງການກາແດງແຫ່ງຊາດລາວ ມີການສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໂດຍຍຶດຖືເອົາຕົວຊີ້ ບອກໃນ 10 ແຜນງານ ແລະ ແຜນປະຈຳປີ ເພື່ອນໍາພາການຈັດຕັ້ງປະຕິບັດແຂ່ງຂັນຮັກຊາດ ແລະ ພັດທະນາ ອີງໃສ່ ຕົວຊີ້ບອກຂອງແຕ່ລະຫ້ອງການ ແລະ ສະຖາບັນເລືອດ ພ້ອມທັງຈັບ ມືກັນແຂ່ງຂັນ. ຮອດທ້າຍປີ ກໍມີການສະຫຼຸບຂໍ້ແຂ່ງຂັນ, ກວດກາ ປະເມີນຜົນ ແລະ ຍ້ອງຍໍ.

           ການຈັດກິດຈະກຳຍ່າງເພື່ອສຸຂະພາບ ແລະ ວາງສະແດງຮູບພາບໃນຄັ້ງນີ້ ກໍເພື່ອເປັນການ ສະເຫຼີມສະຫຼອງວັນສ້າງຕັ້ງອົງການກາແດງແຫ່ງຊາດລາວ ຄົບຮອບ 70ປີ ທັງເປັນການສ້າງ ຂະບວນການຂໍ່ານັບຮັບຕ້ອນການສະເຫຼີມສະຫຼອງ 3 ວັນປະຫວັດສາດຄື: ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວຄົບຮອບ 70 ປີ, ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.
ໂດຍ: ຄຳແສງ ແກ້ວປະເສີດ