ສະຫາຍ ສຸກສັນ ພົມສີລາໄລ ໄດ້ຮັບເລືອກຕັ້ງເປັນ ເລຂາໜ່ວຍຮາກຖານ ຊປປລ ກົມທໍລະນີສາດ ແລະ ແຮ່ທາດ ສະໄໝທີ III

          ກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍຮາກຖານ ຊປປລ ກົມທໍລະນີສາດ ແລະ ແຮ່ທາດ ໄດ້ຈັດຂຶ້ນໃນວັນທີ 10 ພະຈິກ 2023 ທີ່ຫ້ອງປະຊຸມກົມທໍລະນີສາດ ແລະ ແຮ່ທາດ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ຄໍາຜາຍ ສານລາສີ ເລຂາ ໜ່ວຍຮາກຖານ ຊປປລ ກົມທໍລະນີສາດ ແລະ ແຮ່ທາດ. ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ຈັນທະເລດ ວໍລະບຸດ ກຳມະການຄະນະບໍລິຫານງານພັກກະຊວງ, ກຳມະການຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງພະລັງງານ ແລະ ບໍ່ແຮ່; ສະຫາຍ ສຸຂັນສັກ ສີສຸກ ກຳມະການຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກກົມທໍລະນີສາດ ແລະ ແຮ່ທາດ; ມີບັນດາ ສະຫາຍ ຄະນະໜ່ວຍພັກ, ຄະນະກົມທໍລະນີສາດ ແລະ ແຮ່ທາດ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ, ເລຂາ-ຮອງເລຂາ ຄະນະຊາວໜຸ່ມຮາກຖານ, ໜ່ວຍຮາກຖານອ້ອມຂ້າງກະຊວງ, ຕາງໜ້າອົງການຈັດຕັ້ງພາຄີ (ກຳມະບານ, ແມ່ຍິງ) ພ້ອມດ້ວຍຜູ້ແທນກອງປະຊຸມໃຫຍ່ ເຂົ້າຮ່ວມທັງໝົດ 65 ສະຫາຍ, ໃນນີ້ເປັນຜູ້ແທນກອງປະຊຸມໃຫຍ່ ຈຳນວນ 43 ສະຫາຍ.

          ສະຫາຍ ຄຳຜາຍ ສານລາສີ ເລຂາໜ່ວຍຮາກຖານ ຊປປລ ກົມທໍລະນີສາດ ແລະ ແຮ່ທາດ ໄດ້ຂຶ້ນກ່າວໄຂກອງປະຊຸມໃຫຍ່ ພ້ອມສະເໜີບົດລາຍງານການເມືອງທັງສອງພາກ. ໃນບົດລາຍງານດັ່ງກ່າວ ສະຫາຍ ໄດ້ຕີລາຄາຢ່າງພາວະວິໄສ ເຖິງ ຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວວຽກງານຊາວໜຸ່ມຢູ່ພາຍໃນ ກົມທໍລະນີສາດ ແລະ ແຮ່ທາດ ຕະຫຼອດໄລຍະ 5 ປີທີ່ຜ່ານມາ. ພ້ອມກັນນີ້, ກໍໄດ້ສະເໜີທິດທາງແຜນການການນຳພາ-ຊີ້ນຳວຽກງານຊາວໜຸ່ມ ກົມທໍລະນີສາດ ແລະ ແຮ່ທາດ ໃນໄລຍະ 5 ປີຕໍ່ໜ້າ (2023-2027) ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ແລະ ມີການຫັນປ່ຽນຢ່າງຕັ້ງໜ້າ. ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມໃຫຍ່ ກໍໄດ້ພ້ອມກັນປະກອບຄຳເຫັນຢ່າງກົງໄປ, ກົງມາ ແລະ ຮັບຮອງເອົາຢ່າງເປັນເອກະສັນ. ກອງປະຊຸມໃຫຍ່ ໄດ້ຕີລາຄາສູງຕໍ່ການນຳພາ-ຊີ້ນຳ ແລະ ການອຸທິດເຫືອແຮງ, ສະຕິປັນຍາ, ຄວາມຮູ້, ຄວາມສາມາດ ຂອງຄະນະໜ່ວຍຊຸດທີ II ຕະຫຼອດໄລຍະ 5 ປີທີ່ຜ່ານມາ. ກອງປະຊຸມໄດ້ຈັດຕັ້ງພິທີມອບ-ຮັບໃບຍ້ອງຍໍໃຫ້ກົມກອງລວມໝູ່ ແລະ ບຸກຄົນດີເດັ່ນ ຜູ້ທີ່ມີຜົນງານດີ ປະ ກອບສ່ວນເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການເຄື່ອນໄຫວວຽກງານຊາວໜຸ່ມຕະຫຼອດໄລຍະ 5 ປີທີ່ ຜ່ານມາ ໂດຍມີສະມາຊິກຊາວໜຸ່ມພາຍໃນໜ່ວຍໄດ້ຮັບການຍ້ອງຍໍທັງໝົດ 50 ສະຫາຍ, ໃນນີ້ໄດ້ຮັບການຍ້ອງຍໍປະເພດ 1 ຈຳນວນ 47 ສະຫາຍ ແລະ ປະເພດ 2 ຈໍານວນ 3 ສະຫາຍ;

         ຜູ້ແທນກອງປະຊຸມໃຫຍ່ ໄດ້ດຳເນີນການໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ ໂດຍມີຜູ້ລົງສະໝັກຮັບເລືອກຕັ້ງຈຳນວນ 5 ສະຫາຍ ເລືອກເອົາ 3 ສະຫາຍ. ຜ່ານການໃຊ້ສິດປະຊາທິປະໄຕ ຂອງຜູ້ແທນກອງປະຊຸມໃຫຍ່ ແລະ ກອງປະຊຸມຄັ້ງປະຖົມມະລຶກຂອງ ຄະນະໜ່ວຍຮາກຖານ ຊປປລ ກົມທໍລະນີສາດ ແລະ ແຮ່ທາດ ສະໄໝທີ III ໄດ້ເປັນເອກກະສັນເລືອກຕັ້ງເອົາ ສະຫາຍ ສຸກສັນ ພົມສີລາໄລ ເປັນເລຂາ; ສະຫາຍ ນາງ ວັນນະພາ ພົມມະຈັນ ເປັນຮອງເລຂາ ແລະ ສະຫາຍ ວິໂຕ ຈິດຕະບູນ ເປັນກຳມະການ ແລະ ເປັນປະທານກວດກາໜ່ວຍ.
         ຕອນທ້າຍຂອງກອງປະຊຸມໃຫຍ່ ໄດ້ຮັບຟັງ ການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ຈັນທະເລດ ວໍລະບຸດ, ກໍາມະການຄະນະບໍລິຫານງານພັກກະຊວງ, ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມ, ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ກະຊວງພະລັງງານ ແລະ ບໍ່ແຮ່, ຊຶ່ງກ່ອນອື່ນ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານທີ່ໜ່ວຍຮາກຖານ ຊາວໜຸ່ມປະຊາຊົນປະຕິວັດລາວ ກົມທໍລະນີສາດ ແລະ ແຮ່ທາດ ທີ່ຍາດມາໄດ້ຕະຫຼອດໄລຍະ 5 ປີຜ່ານມາ. ພ້ອມກັນນີ້, ສະຫາຍ ຍັງໄດ້ເນັ້ນໃຫ້ຄະນະໜ່ວຍຊຸດໃໝ່ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກຊາວໜຸ່ມພາຍໃນໜ່ວຍ ມີທັດສະນະຫຼັກໝັ້ນ, ມີຄຸນ ສົມບັດ, ສິນທຳປະຕິວັດ; ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ ເພື່ອຮັບປະ ກັນໃຫ້ການຊີ້ນຳ-ນຳພາວຽກງານຊາວໜຸ່ມຂອງກົມທໍລະນີສາດ ແລະ ແຮ່ທາດ ໃນຕໍ່ໜ້າ ເຕີບໃຫຍ່, ເຂັ້ມແຂງ ແລະ ໜັກແໜ້ນກວ່າເກົ່າ; ຈັດຕັ້ງປະຕິບັດຂໍ້ແຂງຂັນ 4 ບຸກ ໃນແຕ່ລະໄລຍະ ໃຫ້ບັນລຸຕາມແຜນການທີ່ວາງໄວ້ ພ້ອມທັງຮັກສາມູນເຊື້ອເປັນຊາວໜຸ່ມ 4 ບຸກຂອງຕົນ ໃຫ້ໜັກແໜ້ນ; ນຳພາຊາວໜຸ່ມກົມທໍລະນີສາດ ແລະ ແຮ່ທາດ ກາຍເປັນຊາວໜຸ່ມແບບຢ່າງໃນການເຄື່ອນໄຫວວຽກງານຕ່າງໆ ເຊັ່ນ: ວຽກງານວິຊາສະເພາະ, ວຽກງານຂະບວນການ, ວຽກງານຊ່ວຍເຫຼືອສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານ ອື່ນໆ;
         ກອງປະຊຸມໄດ້ຮຽກຮ້ອງໃຫ້ ຄະນະໜ່ວຍ ແລະ ສະມາຊິກຊາວໜຸ່ມພາຍໃນໜ່ວຍຮາກຖານ ກົມທໍລະນີສາດ ແລະ ແຮ່ທາດ ສືບຕໍ່ຍົກສູງບົດບາດການເປັນເສນາທິການໃຫ້ການນຳກະຊວງ, ຄະນະກົມທໍລະນີສາດ ແລະ ແຮ່ທາດ ແລະ ຄະນະ ບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ໃນການຈັດຕັ້ງປະຕິບັດບັນດາມະຕິ, ຄຳສັ່ງ, ຄຳແນະນຳ, ແຈ້ງການ ຂອງຂັ້ນເທິງ, ກົດໝາຍ ແລະ ລະບຽບການຂອງລັດວາງອອກຢ່າງເຂັ້ມງວດ ໄປພ້ອມໆກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ, ແຜນພັດທະນາວຽກງານພະລັງງານ ແລະ ບໍ່ ແຮ່ ໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.
ໂດຍ: ຄໍາແສງ ແກ້ວປະເສີດ