3 ອົງການຈັດຕັ້ງມະຫາຊົນອ້ອມຂ້າງກົມນະໂຍບາຍ ແລະ ແຜນພະລັງງານ ທັດສະນະສຶກສາ ຢ້ຽມຊົມອານຸສອນສະຖານ ຄຸກກັກຂັງຜູ້ນໍາແນວລາວຮັກຊາດ ຢູ່ຄ້າຍໂພນເຄັງ

           ຕອນບ່າຍວັນທີ 26 ກໍລະກົດ 2022 ຜ່ານມານີ້, ຄະນະນຳ ແລະ ສະມາຊິກ 3 ອົງການຈັດຕັ້ງມະຫາຊົນກົມນະໂຍບາຍ ແລະ ແຜນພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ເຊິ່ງນຳພາໂດຍ ສະຫາຍ ລິດທະນູໂລກ ລາດສະໂພ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ, ເລຂາໜ່ວຍຮາກຖານ ຊາວໜຸ່ມປະຊາຊົນປະຕິວັດລາວກົມ ພ້ອມດ້ວຍອ້າຍ-ເອື້ອຍ-ນ້ອງ ຈຳນວນ 21 ສະຫາຍ ໄດ້ພ້ອມກັນສ້າງຂະບວນການຢ້ຽມຊົມ ອານຸສອນສະຖານຄຸກກັກຂັງຜູ້ນໍາພັກ – ແນວລາວຮັກຊາດ ຈໍານວນ 16 ທ່ານ ຂອງລັດຖະບານຫຸ່ນວຽງຈັນ ທີ່ຄ້າຍໂພນເຄັງ ໂດຍໄດ້ຮັບການຕ້ອນຮັບຢ່າງອົບຈາກຄະນະຮັບຜິດຊອບ.
ການສ້າງຂະບວນການຄັ້ງນີ້, ກໍ່ເພື່ອເປັນການສ້າງຜົນງານຂໍ່ານັບຮັບຕ້ອນ ແລະ ຊົມເຊີຍວັນສໍາຄັນຕ່າງໆຂອງພັກ, ຂອງຊາດ, ໂດຍສະເພາະແມ່ນວັນຄ້າຍວັນເກີດຂອງ ທ່ານ ປະທານ ສຸພານຸວົງ ຄົບຮອບ 113ປີ, ໃນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67ປີ ໃນວັນທີ 20 ກໍລະກົດ 2022. ພ້ອມກັນນີ້, ຍັງເປັນການທັດສະນະສຶກສາ ຮຽນຮູ້ປະຫວັດສາດຂອງພັກ – ຂອງຊາດ ແລະ ຮຽນຮູ້ເຖີງມູນເຊື້ອພິລະອາດຫານຂອງບັນດາທ່ານຜູ້ນໍາຂອງການປະຕິວັດລາວ.
ພາບ ແລະ ຂ່າວ: ກົມນະໂຍບາຍ ແລະ ແຜນພະລັງງານ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ