
ພາຍຫຼັງໄດ້ດຳເນີນມາເປັນເວລາເຄິ່ງວັນເຕັມ, ກອງປະຊຸມກໍ່ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນຕອນເຊົ້າວັນທີ 30 ພະຈິກ 2022 ຢູ່ຫ້ອງປະຊຸມໃຫຍ່ສໍານັກງານ ລັດວິສາຫະກິດຖືຮຸ້ນລາວ ພາຍໃຕ້ການເປັນປະທານຂອງ ສະຫາຍ ວັນເທວາ ບົວຄ່າສິດ ຄະນະປະຈຳ ຄະນະບໍລິຫານງານ ຊປປລ ກະຊວງ, ເລຂາຄະນະບໍລິຫານງານ ຊປປລ ຮາກຖານ ລັດວິສາຫະກິດຖືຮຸ້ນລາວ. ກອງປະຊຸມໄດ້ເປັນກຽດຕ້ອນຮັບການເຂົ້າຮ່ວມຂອງ ສະຫາຍ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງ ຊປປລ, ເລຂາຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່, ສະຫາຍ ບົວລິດ ຂຸນສີ ຮອງເລຂາໜ່ວຍພັກ, ຮອງຜູ້ອຳນວຍການລັດວິສາຫະກິດຖືຮຸ້ນລາວ. ມີບັນດາສະຫາຍ ຄະນະໜ່ວຍພັກ, ຄະນະອຳນວຍການ ລຮລ, ຄະນະປະຈຳ ຄຊປປລ ກະຊວງ, ຄະນະບໍລິຫານງານ ຊປປລ ກະຊວງ, ເລຂາ,ຮອງເລຂາ ຄຊປປລ ຮາກຖານ ແລະ ໜ່ວຍຮາກຖານ ຊປປລ ອ້ອມຂ້າງກະຊວງ, ພ້ອມດ້ວຍຜູ້ແທນສົມບູນ ຈຳນວນ 58 ສະຫາຍເຂົ້າຮ່ວມ.

ສະຫາຍ ວັນເທວາ ບົວຄ່າສິດ ຄະນະປະຈໍາ ຄຊປປລ ກະຊວງ, ເລຂາ ຄຊປປລ ຮາກຖານ ລຮລ ໄດ້ຂຶ້ນກ່າວເປີດກອງປະຊຸມ ພ້ອມທັງຜ່ານບົດລາຍງານການເມືອງການຊີ້ນຳ-ນຳພາ ຂອງຄະນະບໍລິຫານງານ ຊປປລ ຮາກຖານ ລຮລ ໃນໄລຍະ 5 ປີຜ່ານມາ ແລະ ຜ່ານທິດທາງແຜນການ ໃນໄລຍະ 5 ປີຕໍ່ໜ້າ ບາງຕອນ ສະຫາຍ ກ່າວວ່າ: ໜ່ວຍຊາວໜຸ່ມ ລຮລ ສ້າງຕັ້ງຂຶ້ນໃນວັນທີ 15/02/2006 ຕາມຂໍ້ຕົກລົງເລກທີ 010/ອຫ.ຊປປລ. ອີງຕາມການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດ ແລະ ຈຳນວນສະມາຊິກຊາວໜຸ່ມ ລຮລ ໄດ້ເພີ່ມຂຶ້ນ, ມາວັນທີ 06/04/2017 ໄດ້ຍົກຖານະບົດບາດເປັນ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານ ລຮລ . ປັດຈຸບັນມີສະມາຊິກທັງໝົດ 80 ສ/ຫ, ຍິງ 26 ສ/ຫ; ເປັນສະມາຊິກກໍາມະບານ 80 ສ/ຫ, ເປັນສະມາຊິກສະຫະພັນແມ່ຍິງ 26 ສ/ຫ; ເປັນສະມາຊິກພັກສົມບູນ 14 ສ/ຫ, ຍິງ 5 ສ/ຫ; ເປັນສະມາຊິກພັກສໍາຮອງ 2 ສ/ຫ; ເປັນມະຫາຊົນກ້າວໜ້າເພື່ອສ້າງເຂົ້າໃນຖັນແຖວພັກ 4 ສ/ຫ, ຍິງ 2 ສ/ຫ; ມີເງິນຄັງທັງໝົດ 39.777.938 ກີບ ທຽບໃສ່ຕົວເລກປີ 2017 ເພີ່ມຂຶ້ນ 2.694.664 ກີບ ເທົ່າກັບ 6.15%. ວຽກງານການຊ່ວຍເຫຼືອສັງຄົມ ແລະ ບໍລິຈາກເລືອດ.

ການຊ່ວບເຫຼືອສັງຄົມລວມເປັນເງິນສົດຫຼາຍກວ່າ 58 ລ້ານກີບ, ໃນນີ້ຍັງບໍ່ລວມການລະດົມຜ່ານທາງອົງກອນ ແລະຂະບວນການຕາງໆ. ສ່ວນ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ ແມ່ນປະຕິບັດໄດ້ 102 ເທື່ອຄົນ. ນອກຈານັ້ນຍັງໄດ້ມອບປັດໃຈເພື່ອຊຸກຍູ້ຊ່ວຍເຫຼືອທະຫານຊາຍແດນ ແລະ ທະຫານຢູ່ເຂດຫ່າງໄກສອກຫຼີກ ເນື່ອງໃນວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ ຄົບຮອບ 72 ປີ ແລະ 73 ປີ, ມອບເງິນລະດົມທຶນຊ່ວຍເຫຼືອໄພນ້ຳຖ້ວມເມືອງ ແລະ ແຂວງໄຊຍະບູລີ ແລະ ລະດົມທຶນຊ່ວຍເຫຼືອຄອບຄົວຜູ້ປະສົບໄພທໍາມະຊາດ ທີ່ເມືອງນາກາຍ ແລະ ເມືອງບົວລະພາ, ແຂວງຄໍາມ່ວນ. , ເຂົ້າຮ່ວມຊາວໜຸ່ມຕະລຸມບອນ ກະຊວງພະລັງງານ ແລະ ບໍ່ແຮ່ ປະກອບສ່ວນຊ່ວຍເຫຼືອໄພພິບັດ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ຈຳນວນ 56 ເທື່ອສະຫາຍ. ຫລັງຈາກນັ້ນ ຜູ້ແທນກອງປະຊຸມ ກໍ່ໄດ້ພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາຕໍ່ບົດລາຍງານການເມືອງທັງ2ພາກ ກ່ອນຈະພ້ອມກັນຮັບຮອງຢ່າງເປັນເອກະສັນ.


