
ພິທີປະກາດການຈັດຕັ້ງຂອງ ລັດວິຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ໄດ້ຈັດຂຶ້ນຢ່າງເປັນທາງການຢູ່ຫ້ອງປະຊຸມໃຫຍ່ຂອງລັດວິສາຫະກິດດັ່ງກ່າວ ໃນຕອນເຊົ້າວັນທີ 24 ມິຖຸນາ 2022 ນີ້ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງພັດ ອິນທະວົງ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່. ມີຜູ້ຕາງໜ້າຈາກຫ້ອງການກະຊວງ,ບັນດາກົມ ແລະ ສະຖາບັນອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະພັກ,ຄະນະອຳນວຍການ ແລະພະນັກງານຫລັກແຫລ່ງພາຍໃນລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າເຂົ້າຮ່ວມ.
ໃນພິທີ ສະຫາຍ ທອງຂັນ ພິມວິໄລ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ພະລັງງານ ແລະ ບໍ່ແຮ່ ຂຶ້ນຜ່ານຂໍ້ຕົກລົງຂອງ ທ່ານ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ວ່າດ້ວຍການອະນຸມັດໃຫ້ ທ່ານ ບຸນເພັງ ອາລຸນເດດ ອອກການພັກຜ່ອນ-ຮັບບຳເນັດ ພ້ອມນີ້ກໍ່ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮັກສາການອຳນວຍການລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ໃນນີ້ໄດ້ແຕ່ງຕັ້ງ ທ່ານ ຊິນ ອິນທະວົງ ຮອງຜູ້ອຳນວຍການ ຂຶ້ນເປັນຮັກສາການຜູ້ອຳນວຍການລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ຄົນໃໝ່. ຫລັງຈາກນັ້ນ ກໍ່ໄດ້ມີພິທີເຊັນບົດບັນທຶກມອບ-ຮັບ ໜ້າທີຢ່າງເປັນທາງການ. ຕອນທ້າຍຂອງພິທີ ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ທ່ານ ທອງພັດ ອິນທະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ຕື່ມອີກ
ພາບ: ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ
ຂ່າວ: ພະແນກ ປະຊາສຳພັນ ແລະ ໄອທີ