ຜ່ານຮ່າງບົດປະເມີນ ສິ່ງແວດລ້ອມແບບຍຸດທະສາດຂອງແຜນພັດທະນາພະລັງງານແຫ່ງຊາດ ປີ 2021-2030

ໃນວັນທີ 04 ພຶດສະພາ 2022 ຜ່ານມາ, ທີ່ຫ້ອງປະຊຸມ ພະແນກແຜນການ ແລະ ການລົງທືນ ແຂວງ ຫຼວງພະບາງ, ກົມນະໂຍບາຍ ແລະ ແຜນພະລັງງານ, ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມປຶກສາຫາລື ຮ່ວມ ກັບຂະແໜງການທີ່ກ່ຽວຂ້ອງເພື່ອຜ່ານຮ່າງບົດປະເມີນສິ່ງແວດລ້ອມແບບຍຸດທະສາດຂອງແຜນພັດທະນາພະລັງງານແຫ່ງຊາດປີ 2021-2030 ໂດຍການເປັນປະທານຮ່ວມຂອງ ທ່ານ ວິທູນລະບັນດິດ ທຸມມະບຸດ ຮອງຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ແລະ ທ່ານ ເທວະຣັກ ພອນແກ້ວ ຮອງຫົວໜ້າກົມສິ່ງແວດລ້ອມ,ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ນອກຈາກນີ້ ຍັງມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຈາກສູນກາງ,​ທ້ອງຖິ່ນ, ທີ່ປຶກສາໂຄງການ ແລະ ອົງການທີ່ບໍ່ຂື້ນກັບລັດຖະບານ ເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງກການລາຍງານກ່ຽວກັບສະພາບການລວມ,​ ຈຸດປະສົງ ແລະ ລາຍລະອຽດຂອງກອງປະຊຸມ, ພ້ອມທັງຮັບຟັງກ່ຽວກັບຮ່າງບົດປະເມີນສິ່ງແວດລ້ອມ ຂອງແຜນພັດທະນາພະລັງງານ ພາກສິ່ງແວດລ້ອມ ແລະ ພາກສັງຄົມ ແລະ ໄດ້ນຳສະເໜີກ່ຽວກັບຮ່າງບົດແນະນຳການຈັດຕັ້ງປະຕິບັດນະໂຍບາຍການພັດທະນາໄຟຟ້ານໍ້າຕົກແບບຍືນຍົງສະບັບປັບປຸງ.

ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ປຶກສາຫາລື, ປະກອບຄຳຄິດ ຄຳເຫັນຢ່າງກົງໄປກົງມາ ແລະ ຍົກບັນຫາທີ່ສຳຄັນມາແລກປ່ຽນຮ່ວມກັນ ເພື່ອເຮັດໃຫ້ຮ່າງບົດປະເມີນສິ່ງແວດລ້ອມແບບຍຸດທະສາດຂອງແຜນພັດທະນາພະລັງງານແຫ່ງຊາດ ປີ 2021-2030  ໃຫ້ມີເນື້ອໃນສົມບູນ, ຄົບຖ້ວນ ແລະ ຮັດກຸມ. ເຊິ່ງການປະກອບຄໍາເຫັນຂອງ ແຕ່ລະພາກສ່ວນ ນັ້ນ ມີປະໂຫຍດຫຼາກຫຼາຍຕໍ່ກັບ ຮ່າງສະບັບສຸດທ້າຍ ຂອງບົດປະເມີນສິ່ງແວດລ້ອມແບບຍຸດທະສາດ ຕໍ່ກັບຍຸດທະສາດ ການພັດທະນາໄຟຟ້ານໍ້າຕົກ ຂອງ ສປປ ລາວ ປີ 2021-2030 ເຊິ່ງສ່ວນໃຫຍ່ ຍັງຂາດບາງຂໍ້ມູນ ທີ່ຍັງບໍ່ທັນຄົບຖ້ວນຕາມ 9 ຢ່າງຂອງຄຸນຄ່າດ້ານສິ່ງແວດລ້ອມ ແລະ ສັງຄົມ ແລະ ການປັບປຸງ, ການວາງມາດຕະການປ້ອງກັນ ແລະ ຫຼຸດຜ່ອນໃຫ້ສອດຄ່ອງໄປຕາມຫຼັກການສາກົນທີ່ໄດ້ວາງໄວ້ ແລະ ການປັບປຸງບົດແນະນຳນັ້ນ ໃຫ້ມີການປັບປຸງໃຫ້ສອດຄ່ອງກັບພາລະບົດບາດຂອງກົມກອງຂອງກະຊວງປະຈຸບັນ.