ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍຮາກຖານ ຊປປລ ກົມຈັດຕັ້ງ ແລະ ພະນັກງານ (ກຈພ) ໄດ້ໄຂຂຶ້ນ,ໃນຕອນບ່າຍ ຂອງວັນທີ: 5 ກຸມພາ 2024 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງພະລັງງານ ແລະ ບໍ່ແຮ່ ໂດຍການເປັນປະທານ ຂອງ ສະຫາຍ ນາງ ໂສພາ ສໍພາບມີໄຊ ຄະນະບໍລິຫານງານ ຊປປລ ກະຊວງ, ເລຂາໜ່ວຍຮາກຖານ ຊປປລ ກຈພ. ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ ອາຄົມເດດ ວົງໄຊ ກໍາມະການພັກກະຊວງ, ຮອງ ເລຂາຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ , ສະຫາຍ ທອງຂັນ ພິມວິໄລ, ກຳມະການຄະນະປະຈໍາພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ມີ ສະຫາຍ ຫົວໜ້າຫ້ອງການ ຄຊປປລ ກະຊວງ, ບັນດາ ເລຂາ, ຮອງເລຂາ ແລະ ຄະນະໜ່ວຍຮາກຖານ ຊປປລ ຫ້ອງການ, ບັນດາກົມ, ສະຖາບັນ ແລະ ລັດວິສະຫະກິດອ້ອມຂ້າງ ກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍແຂກທີ່ຖືກເຊີນທັງໝົດ ຈຳນວນ 41 ສະຫາຍ, ໃນນີ້ ເປັນຜູ້ແທນສົມບູນກອງປະຊຸມໃຫຍ່ ຈຳນວນ 19 ສະຫາຍ, ຍິງ 7 ສະຫາຍ.
ຜ່ານການດໍາເນີນກອງປະຊຸມໃຫຍ່ຄັັ້ງນີ້ ຜູ້ແທນກອງປະຊຸມໄດ້ເປັນເອກະສັນກັນຢ່າງສົມບູນ ຮັບຮອງເອົາບັນດາເນື້ອໃນສໍາຄັນ ດັ່ງລຸ່ມນີ້:
1. ຮັບຮອງເອົາບົດລາຍງານການເມືອງ ຂອງໜ່ວຍຮາກຖານ ຊປປລ ກຈພ ໃນໄລຍະ 05 ປີຜ່ານມາ (2019-2023), ຊຶ່ງໄດ້ຕີລາຄາຢ່າງພາວະວິໄສ, ກົງໄປກົງມາ ຕໍ່ຜົນສໍາເລັດໃນການນໍາພາ-ຊີ້ນໍາ ແລະ ຈັດຕັັ້ງປະຕິບັດວຽກງານຂອງຄະນະໜ່ວຍຮາກຖານຊາວໜຸ່ມ ກົມຈັດຕັ້ງ ແລະ ພະນັກງານ. ພ້ອມທັງຮັບຮອງເອົາທິດທາງ-ແຜນການໃນຕໍ່ໜ້າ (2024-2028). ຊຶ່ງປະກອບດ້ວຍວຽກສັງລວມຂໍ້ມູນ-ຂ່າວສານ, ວຽກກົງຈັກ-ພະນັກງານ ແລະ ຄວາມກ້າວໜ້າຂອງແມ່ຍິງ, ວຽກນະໂຍບາຍຍ້ອງຍໍ, ວຽກພັກ ແລະ ອົງການຈັດຕັ້ງມະຫາຊົນ,ວຽກປ້ອງກັນພັກ-ພະນັກງານ, ວຽກງານດ້ານວິຊາຊີບ-ສ້າງວຽກເຮັດງານທໍາ ແລະ ວຽກງານສ້າງຂະບວນການ, ຊ່ວຍເຫຼືອສັງຄົມ ແລະ ຊ່ວຍເຫຼືອສະມາຊິກພາຍໃນໜ່ວຍ ແລະ ໄດ້ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມປະຊາຊົນປະຕິວັດລາວ ຊຶ່ງເປັນບັນຫາທີສຳຄັນທີ່ຕ້ອງ ໄດ້ເອົາໃຈໃສ່ທັງສີດ້ານຄື: ດ້ານແນວຄິດ, ດ້ານຝຶກຝົນຫຼໍ່ຫຼອມຮໍ່າຮຽນ, ດ້ານການຈັດຕັ້ງ ແລະ ດ້ານການສ້າງວຽກເຮັກງານທໍາ.
2. ຮັບຮອງເອົາບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍຮາກຖານຊາວໜຸ່ມ ກົມຈັດຕັ້ງ ແລະ ພະນັກງານ, ຊຶ່ງໄດ້ຕີລາຄາດ້ານດີ, ດ້ານຄົງຄ້າງ ພ້ອມທັງບົດຮຽນທີ່ຖອດຖອນໄດ້ ຕໍ່ບົດບາດການນໍາພາ, ຄວາມຮັບຜິດຊອບ, ຄວາມເປັນເອກະພາບຂອງຄະນະໜ່ວຍຮາກຖານຊາວໜຸ່ມ ກົມຈັດຕັ້ງ ແລະ ພະນັກງານ ຊຸດເກົ່າ.
3. ບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະໜ່ວຍ ຂອງໜ່ວຍຮາກຖານ ຊປປລ ກົມຈັດຕັ້ງ ແລະ ພະນັກງານ ສະໄໝທີ IV ໂດຍມີຜູ້ລົງສະໝັກທັງໝົດ 5 ສະຫາຍ, ຍິງ 3 ສະຫາຍ. ຜ່ານການປ່ອນບັດຄັດເລືອກຂອງຜູ້ແທນກອງປະຊຸມໃຫຍ່ ໄດ້ເຫັນດີເລືອກຕັ້ງເອົາ ສະຫາຍ ສີສົມພານ ສຸກອາລຸນ ເປັນເລຂາ, ສະຫາຍ ນ.ໂສພາ ສໍພາບມີໄຊ ເປັນຮອງເລຂາ ແລະ ສະຫາຍ ນ. ແສງທະລາ ເລືອງຄໍາມາ ເປັນກຳມະການ ທັງເປັນປະທານກວດກາ. ພ້ອມກັນນີ້, ກອງປະຊຸມໃຫຍ່ ຍັງໄດ້ປ່ອນບັດຄັດເລືອກຜູ້ແທນສົມບູນ ແລະ ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຂອງຂັ້ນເທິງ ຕື່ມອີກໄດ້ຕາມລະດັບຄາດໝາຍ.
4. ຜູ້ແທນກອງປະຊຸມໃຫຍ່ ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ສະຫາຍ ປອ ອາຄົມເດດ ວົງໄຊ ກໍາມະການພັກກະຊວງ, ຮອງ ເລຂາຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ເຊິ່ງກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດໃນການຊີ້ນຳ-ນຳພາຂອງ ຊາວໜຸ່ມກົມຈັດຕັ້ງ ແລະ ພະນັກງານ ຕະລອດໄລຍະ 5 ປີທີ່ຜ່ານມາ. ພ້ອມກັນນີ, ສະຫາຍ ຍັງໄດ້ເນັ້ນນັກໃຫ້ ຄະນະໜ່ວຍ ແລະ ສະມາຊິກຊາວໜຸ່ມພາຍໃນກົມທຸກ ສະຫາຍ ຈົ່ງເຊີດຊູ່ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ຜົນສໍາເລັດທີ່ຍາດມາໄດ້ ເພື່ອນຳພາຊາວໜຸ່ມຢູ່ໃນກົມຈັດຕັ້ງ ແລະ ພະນັກງານ ກາຍເປັນຊາວໜຸ່ມທີ່ເຂັ້ມແຂງ, ໜັກແໜ້ນ ແລະ ຊາວໜຸ່ມ 4 ບຸກຢ່າງໜັກແໜ້ນ.
5. ກອງປະຊຸມໃຫຍ່ ໄດ້ຮຽກຮ້ອງມາຍັງຄະນະໜ່ວຍຮາກຖານຊາວໜຸ່ມ ກົມຈັດຕັ້ງ ແລະ ພະນັກງານ ພ້ອມດ້ວຍສະມາຊິກ ຊາວໜຸ່ມທຸກສະຫາຍ ຈົົ່ງພ້ອມກັນຮັກສາຄວາມສາມັກຄີເປັນເອກະພາບ ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະພັກ ກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອເສີມຂະຫຍາຍມູນເຊື້ອຂອງຊາດ, ຂອງພັກ ຕິດພັນກັບຄຸນລັກສະນະທີ່ເປັນມູນເຊື້ອຂອງຊາວໜຸ່ມບັນດາເຜົ່າ ເພື່ອຈັດຕັັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ, ມະຕິຂອງກອງປະຊຸມໃຫຍ່ຂອງຄະນະບໍລິຫານງານຊາວໜຸ່ມກະຊວງພະລັງງານ ແລະ ບໍ່ແຮ່ ໃນຕໍ່ໜ້າ ໃຫ້ບັນລຸຕາມຄາດໝາຍທີ່ກໍານົດໄວ້. ແນໃສ່ເສີມຂະຫຍາຍບົດບາດການນໍາພາຂອງຄະນະໜ່ວຍຊາວໜຸ່ມຮາກຖານ ກົມຈັດຕັ້ງ ແລະ ພະນັກງານ ແລະ ຈັດຕັັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ເຮັດໃຫ້ສະມາຊິກຊາວໜຸ່ມ ກົມຈັດຕັ້ງ ແລະ ພະນັກງານ ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັັ້ງ ແລະ ແບບແຜນວິທີນໍາພາ.
ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506