
ເພື່ອຮັບປະກັນໃຫ້ການເລືອກເຝັ້ນບຸກຄະລາກອນ ທີ່ຈະປະກອບເຂົ້າໃນໂຄງປະກອບຂອງຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ສະໄໝທີ IV ໃຫ້ມີຄຸນນະພາບ, ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ. ພ້ອມກັນນີ້, ກໍ່ເພື່ອຮັບປະກັນໃຫ້ການກະກຽມບຸກຄະລາກອນເຂົ້າໃນກອງປະຊຸມໃຫຍ່ຜູ້ແທນ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ຄັ້ງທີ IV ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ມີມາດຖານເງື່ອນໄຂຄົບຖ້ວນ. ຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ຈຶ່ງໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ລົງສະໝັກຄະນະບໍລິຫານງານ ຊປປລ ກະຊວງຊຸດທີ IV ຮອບທີ2 ເມື່ອບໍ່ດົນມານີ້ ຢູ່ຫ້ອງປະຊຸມໃຫຍ່ລັດວິສາຫະກິດໄຟຟ້າລາວ ພາຍໃຕ້ການເປັນປະທານຂອງ ສະຫາຍ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງ ຊປປລ, ເລຂາຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່. ມີບັນດາ ສະຫາຍ ຄະນະບໍລິຫານງານ ຊປປລ ກະຊວງ, ຜູ້ແທນສົມບູນ ແລະ ສຳຮອງເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງ ຊປປລ, ເລຂາຄະນະບໍລິຫານງານ ຊປປລ ກະຊວງ ໄດ້ມີຄຳເຫັນກ່າວເປີດກອງປະຊຸມ ໂດຍຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງການທາບທາມບຸກຄະລາກອນທີ່ຈະປະກອບເຂົ້າຢູ່ໃນຄະນະບໍລິຫານງານ ຊປປລ ກະຊວງຊຸດທີ IV. ຫຼັງຈາກນັ້ນ, ສະຫາຍ ນາງ ໂສພາ ສໍພາບມີໄຊ ຄະນະບໍລິຫານງານ ຊປປລ ກະຊວງ, ຮອງຫົວໜ້າຫ້ອງການ ຄຊປປລ ກະຊວງ, ຮອງຫົວໜ້າອະນຸກຳມະການບຸກຄະລາກອນ ແລະ ຍ້ອງຍໍ ຂຶ້ນຜ່ານມາດຖານ, ເງື່ອນໄຂ ຜູ້ທີ່ຈະລົງສະໝັກເປັນ ຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ຊຸດທີ IV ໂດຍມີຜູ້ລົງທາບທາມທັງໝົດ 32 ສະຫາຍ, ຍິງ 7 ສະຫາຍ ເຊິ່ງຜ່ານການທາບທາມໃນຮອບທີ1 ທີ່ຈັດຂຶ້ນໃນເດືອນກັນຍາ 2024 ທີ່ຜ່ານມາ; ໃນນີ້, ຄະນະບໍລິຫານງານ ຄຊປປລ ກະຊວງຊຸດທີ III ສືບຕໍ່ລົງສະໝັກ 6 ສະຫາຍ, ສະໝັກໃໝ່ 26 ສະຫາຍ ເພື່ອຄັດເລືອກເອົາ 28 ສະຫາຍ ເຂົ້າທາບທາມໃນຮອບທີ 3 ເຊິ່ງເປັນຮອບສຸດທ້າຍ ຫຼື ເຂົ້າຮອບທາບທາມຢູ່ໃນກອງປະຊຸມໃຫຍ່ຜູ້ແທນ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ຄັ້ງທີ IV. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມທາບທາມກໍ່ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາເປົ້າໝາຍສຳເລັດຕາມລະດັບຄາດໝາຍ.
