
ພະນັກງານໃນຖັນແຖວຊາວໜຸ່ມອ້ອມຂ້າງກະຊວງຈຳນວນ 86 ສະຫາຍ ສະໝັກໃຈບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ ເນື່ອງໃນໂອກາດສະເຫຼີ່ມສະຫຼອງ ວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70ປີ ວັນທີ 14 ເມສາ 1955-14 ເມສາ 2025 ໂດຍການນຳພາຂອງ ສະຫາຍ ປອ ສຸກວິສັນ ຄິນສະໝອນ ເລຂາຄະນະບໍລິຫານງານ ຊປປລ ກະຊວງ, ມີບັນດາ ສະຫາຍ ຮອງເລຂາ, ຄະນະປະຈຳ ແລະ ຄະນະບໍລິຫານງານ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນກະຊວງເຂົ້າຮ່ວມ.
ສະຫາຍ ອິນປັນ ບໍລິຫານ ຄະນະບໍລິຫານງານ ຊປປລ ກະຊວງ ທັງເປັນຜູ້ຮັບຜິດຊອບວຽກງານຊ່ວຍເຫຼືອສັງຄົມ ໄດ້ໃຫ້ຮູ້ວ່າ: ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດຂອງພັກ, ຂອງຊາດ ກໍຄືວັນສ້າງຕັ້ງ ຄະນະ ຊປປລ ຄົບຮອບ 70 ປີ ທີ່ຈະມາເຖິງນີ້ ແລະ ໂດຍປະຕິບັດຕາມແຜນການເຄື່ອນໄຫວປະຈຳປີ 2025 ຂອງ ຄະນະບໍລິຫານງານ ຊປປລ ກະຊວງ. ໃນວັນທີ 1 ເມສາ 2025 ຄະນະບໍລິຫານງານ ຊປປລ ກະຊວງ ໄດ້ສົມທົບກັບ ສູນເລືອດແຫ່ງຊາດ, ອົງການກາແດງລາວ ຈັດກິດຈະກຳບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມໂດຍບໍ່ຫວັງຜົນຕອບແທນ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ມີສະມາຊິກຊາວໜຸ່ມ ຈຳນວນ 86 ສະຫາຍ ຜ່ານການກວດກເລືອດ ແລະ ໄດ້ບໍລິຈາກເລືອດສຳເລັດຕາມເປົ້າໝາຍ.
ສະຫາຍ ປອ ສຸກວິສັນ ຄິນສະໝອນ ກ່າວວ່າ: ນີ້ແມ່ນພຽງກິດຈະກຳໜຶ່ງ ທີ່ ຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ພວກເຮົາຈະຈັດຂຶ້ນ ເຊິ່ງຕາມແຜນມີຫຼາຍກິດຈະກຳ ເພື່ອຊ່ວຍເຫຼືອສັງຄົມເປັນຕົ້ນ: ການປະກອບສ່ວນຊ່ວຍເຫຼືອອຸປະກອນໄຟຟ້າແສງຕາເວັນ, ເຄື່ອງກັ່ນໜາວ ແລະ ກໍ່ສ້າງຫໍພັກໃຫ້ນັກຮຽນ ຢູ່ເມືອງໜອງແຮດ, ແຂວງຊຽງຂວາງ ແລະ ກິດຈະກຳອື່ນໆ.
ໂດຍ: ຄຳແສງ ແກ້ວປະເສີດ


