ຫຼານນ້ອຍຢູ່ແຂວງຫົວພັນ ຝາກຄວາມຮັກ, ຄວາມຂອບໃຈ ຕໍ່ຄະນະພັກ, ຄະນະນຳກະຊວງ ກໍ່ຄືພະນັກງານ, ລັດຖະກອນ ພາຍໃນກະຊວງພະລັງງານ ແລະ ບໍ່ແຮ່

           ຫຼານນ້ອຍຢູ່ແຂວງຫົວພັນ ຝາກຄວາມຮັກ, ຄວາມຂອບໃຈ ຕໍ່ຄະນະພັກ, ຄະນະນຳກະຊວງ ກໍ່ຄືພະນັກງານ, ລັດຖະກອນ ພາຍໃນກະຊວງພະລັງງານ ແລະ ບໍ່ແຮ່ ໂດຍສະເພາະຢ່າງຍິ່ງ ຄະນະບໍລິຫານງານ ຊປປລ ກະຊວງ ທີ່ມອບຄວາມຮັກ, ຄວາມອົບອຸ່ນໃຫ້ແກ່ລູກຫຼານ ເຊິ່ງກຳລັງລໍຄອຍການຊ່ວຍເຫຼືອເຄື່ອງກັ່ນໜາວ ຜ່ານ ຄະນະບໍລິຫານງານ ຊປປລ ແຂວງ.
          ດັ່ງທີ່ທີມງານສູນຂ່າວພະລັງງານ ແລະ ບໍ່ແຮ່ ໄດ້ລາຍງານກ່ອນໜ້ານີ້ ຄະນະບໍລິຫານງານ ຊປປລ ກະຊວງ ໄດ້ປຸກລະດົມ, ຄົ້ນຂວາຍ ພະນັກງານ, ລັດຖະກອນ ພາຍໃນກະຊວງ ຊຸກຍູ້, ສະໜັບສະໜູນເຄື່ອງກັ່ນໜາວຈຳນວນ 30 ຖົງ, ຄິດເປັນມູນຄ່າ 20ລ້ານກວ່າກີບ; ອຸປະກອນໄຟຟ້າແສງຕາເວັນ ຈຳນວນ 19 ຊຸດ ລວມມູນຄ່າ 11ລ້ານກວ່າກີບ ນຳມາມອບໃຫ້ ຄະນະບໍລິຫານງານ ຊປປລ ແຂວງ ເພື່ອນຳໄປມອບຕໍ່ໃຫ້ລູກຫຼານ ຢູ່ເຂດຫ່າງໄກສອກຫຼີກ, ທຸລະກັນດານ.
          ຂໍຖືໂອກາດນີ້ ທີມງານສູນຂ່າວພະລັງງານ ແລະ ບໍ່ແຮ່ ຕາງໜ້າໃຫ້ ສະມາຊິກຊາວໜຸ່ມກະຊວງພະລັງງານ ແລະ ບໍ່ແຮ່ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງ ຕໍ່ການນຳຊາວໜຸ່ມແຂວງຫົວພັນ ທີ່ໄດ້ເປັນຂົວຕໍ່ນໍາເອົາເຄື່ອງກັນໜາວໄປຮອດໄປເຖິງລູກຫຼານຢ່າງແທ້ຈິງ
ໂດຍ: ຄຳແສງ ແກ້ວປະເສີດ