ສະຫາຍ ພອນສະຫວັນ ສີປະເສີດ ໄດ້ຮັບເລືອກຕັ້ງເປັນ ເລຂາໜ່ວຍຮາກຖານ ຊປປລ ກົມສົ່ງເສີມ ແລະ ປະຢັດພະລັງງານ ອີກສະໄໝໜຶ່ງ

          ກອງປະຊຸມໃຫຍ່ ຄັ້ງທີ່ III ຂອງໜ່ວຍຮາກຖານຊາວໜຸ່ມປະຊາຊົນ ປະຕິວັດລາວ ກົມສົ່ງເສີມ ແລະ ປະຢັດພະລັງງານ ໄດ້ຈັດຂຶ້ນ ແລະ ປິດລົງຢ່າງເປັນທາງການ ໃນຕອນບ່າຍ ຂອງວັນທີ 16 ມັງກອນ 2024 ທີ່ຫ້ອງປະຊຸມຊັ້ນ 1 ຕຶກ 4 ກົມຄຸ້ມຄອງບໍ່ແຮ່ ໂດຍການເປັນປະທານຂອງ ສະຫາຍ ນາງ ອາລຸນນີ ພົມມະກອນ ຮອງເລຂາໜ່ວຍຮາກຖານຊາວໜຸ່ມ ປະຊາຊົນປະຕິວັດລາວ ກົມສົ່ງເສີມ ແລະ ປະຢັດພະລັງງານ. ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງພະລັງງານ ແລະ ບໍ່ແຮ່, ສະຫາຍ ຈັນໂທ ມີລັດຕະນະແພງ ຄະນະພັກກະຊວງ, ເລຂາໜ່ວຍພັກ ກົມສົ່ງເສີມ ແລະ ປະຢັດພະລັງງານ ແລະ. ກອງປະຊຸມດັ່ງກ່າວມີຜູ້ແທນສົມບູນເຂົ້າຮ່ວມຈຳນວນ 22 ສະຫາຍ ເປັນຍິງ 8 ສະຫາຍ. ນອກນັ້ນ, ຍັງມີ ບັນດາສະຫາຍ ຄະນະໜ່ວຍພັກ, ຄະນະບໍລິຫານງານ ຊປປລ ກະຊວງ, ຫ້ອງການ ຄຊປປລ ກະຊວງ, ເລຂາ-ຮອງເລຂາ ຄະນະຊາວໜຸ່ມຮາກຖານ, ໜ່ວຍຮາກຖານອອ້ມຂ້າງກະຊວງ, ຕາງໜ້າອົງການຈັດຕັ້ງພາຄີ (ກໍາມະບານ, ແມ່ຍິງ) ຈໍານວນ 18 ສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ.

          ສະຫາຍ ນາງ ອາລຸນນີ ພົມມະກອນ ຮອງເລຂາໜ່ວຍຮາກຖານຊາວໜຸ່ມ ປະຊາຊົນປະຕິວັດລາວ ກົມສົ່ງເສີມ ແລະ ປະຢັດພະລັງງານ ໄດ້ຂຶ້ນກ່າວເປີດກອງປະຊຸມ ແລະ ຜ່ານບົດລາຍງານການເມືອງ ແຜນທິດທາງແຜນການ 5 ປີ.ຫລັງ ຈາກນັ້ນ, ຜູ້ແທນສົມບູນທັງໝົດ ໄດ້ມີປະຊາມັດຕິເຫັນດີເປັນເອກະພາບ ຮັບຮອງເອົາບົດລາຍງານການເມືອງ ແລະ ທິດທາງແຜນໃນຕໍ່ໜ້າ ຂອງ ຄຊປປລ ຮາກຖານ ກສປພ. ພ້ອມນັ້ນ, ກອງປະຊຸມຍັງໄດ້ມອບໃບຍ້ອງຍໍໃຫ້ຜູ້ທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວວຽກງານຊາວໜຸ່ມ ຕະຫລອດໄລຍະ 5 ປີ (2019-2023) ເຊິ່ງປະກອບມີ ດີເດັ່ນປະເພດໜຶ່ງ ມີ 20 ສະຫາຍ, ປະເພດສອງ ມີ 9 ສະຫາຍ ແລະ ປະເພດສາມ ມີ 2 ສະຫາຍ. ນອກຈາກນີ້, ກອງປະຊຸມໄດ້ຮັບຟັງການລາຍງານບົດສຳຫຼວດການນຳພາຂອງໜ່ວຍຊຸດເກົ່າ ພ້ອມທັງອຳລາໜ້າທີ່ ພາຍຫລັງການປະຕິບັດໜ້າທີ່ຄົບຕາມວາລະ.

          ຜູ້ແທນກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາໄດ້ຮັບການປະກາດລາຍຊື່ເປົ້າໝາຍຜູ້ລົງສະໝັກຮັບເລືອກຕັ້ງ ແລະ ຜ່ານມາດຖານເງື່ອນໄຂຜູ້ທີ່ຈະເປັນຄະນະບໍລິຫານງານ ຊປປລ ຮາກຖານ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ ຈຳນວນ 6 ສະຫາຍ ເລືອກເອົາ 3 ສະຫາຍ ດັ່ງນິີ້:
1. ສະຫາຍ ພອນສະຫວັນ ສີປະເສີດ ເປັນເລຂາໜ່ວຍຮາກຖານ ຊາວໜຸ່ມ ກສປພ
2. ສະຫາຍ ນາງ ອາລຸນນີ ພົມມະກອນ ເປັນຮອງເລຂາໜ່ວຍຮາກຖານ ຊາວໜຸ່ມ ກສປພ
3. ສະຫາຍ ແສງວິໄຊ ຄໍາມະນີວົງ ເປັນຄະນະ ປະທານກວດກາໜ່ວຍ
         ກອງປະຊຸມໃຫຍ່ ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ສະຫາຍ ຈັນທະເລດ ວໍລະບຸດ ຄະນະບໍລິຫານງານພັກກະຊວງ ຄະນະບໍລິຫານງານສູນກາງ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງພະລັງງານ ແລະ ບໍ່ແຮ່. ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດຂອງກອງປະຊຸມ ແລະ ຜົນງານຕ່າງໆ ທີ່ ຄະນະ ຄຊປປລ ຮາກຖານ ກສປພ ຍາດມາໄດ້. ພ້ອມກັນນີ້, ສະຫາຍ ກໍ່ຮຽກຮ້ອງໃຫ້ຄະນະບໍລິຫານງານຊຸດໃໝ່ ສືບຕໍ່ເອົາໃຈໃສ່ຊີ້ນຳ-ນຳພາອົງການຈັດຕັ້ງຊາວໜຸ່ມຂອງຕົນໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.
ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: mem.gov.la
ສາຍດ່ວນ: 1506