ສະຫາຍ ດາວເພັດ ໂພທິວັນ ໄດ້ຮັບການເລືອກຕັ້ງເປັນເລຂາໜ່ວຍຮາກຖານ ຊປປລ ກົມທຸລະກິດພະລັງງານ ຜູ້ໃໝ່

          ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍຮາກຖານ ຊປປລ ກົມທຸລະກິດພະລັງງານ ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດຢ່າງສະຫງ່າງາມໃນຕອນເຊົ້າມື້ນີ້ ວັນທີ 25 ສິງຫາ 2023 ຢູ່ຫ້ອງປະຊຸມໃຫຍ່ຊັ້ນ 5, ພາຍໃຕ້ການເປັນປະທານຂອງ ສະຫາຍ ດວງໃຈ ນັນທະສອນ ຄະນະບໍລິຫານງານ ຊປປລ ກະຊວງ, ເລຂາໜ່ວຍຮາກຖານ ຊປປລ ກົມທຸລະກິດພະລັງງານ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຄະນະບໍລິຫານງານ ສູນກາງ ຊປປລ, ເລຂາຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່, ສະຫາຍ ສົມພິດ ແກ້ວວິຈິດ ຄະນະພັກກະຊວງ, ເລຂາໜ່ວຍພັກກົມທຸລະກິດພະລັງງານ. ມີບັນດາ ສະຫາຍ ຄະນະບໍລິຫານງານຊປປລ ຮາກຖານ ແລະ ໜ່ວຍ ຊປປລ ຮາກຖານອ້ອມຂ້າງກະຊວງ, ພ້ອມດ້ວຍຜູ້ແທນສົມບູນກອງປະຊຸມໃຫຍ່ເຂົ້າຮ່ວມຢ່າງພ້ອມພຽງ

          ກອງປະຊຸມໄດ້ຮັບຟັງການລາຍງານບົດລາຍງານການເມືອງທັງສອງພາກຈາກ ສະຫາຍ ດວງໃຈ ນັນທະສອນ ຄະນະບໍລິຫານງານ ຊປປລ ກະຊວງ, ເລຂາ ໜ່ວຍຮາກຖານ ຊປປລ ກົມທຸລະກິດພະລັງງານ. ຈາກນັ້ນ ຜູ້ແທນກອງປະຊຸມໃຫຍ່ ກໍ່ໄດ້ພ້ອມກັນລົງປະຊາມະຕິຮັບຮອງຢ່າງເປັນເອກະສັນ.
          ພ້ອມກັນນີ້, ສະຫາຍ ອອນແກ້ວ ແກ້ວປະເສີດ ຄະນະໜ່ວຍ, ປະທານກວດກາໜ່ວຍຮາກຖານ ຊປປລ ກົມທຸລະກິດພະລັງງານ ຕາງໜ້າຄະນະໜ່ວຍຮາກຖານ ປປລ ກົມທຸລະກິດພະລັງງານ ຂຶ້ນຜ່ານບົດສຳຫລວດການນຳພາຂອງຄະນະໜ່ວຍຊຸດທີ III. ຫລັງຈາກນັ້ນ ຄະນະໜ່ວຍຊຸດເກົ່າກໍ່ໄດ້ລາຈາກໜ້າທີ່.

          ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ເລືອກຕັ້ງເອົາຄະນະໜ່ວຍຮາກຖານ ຊປປລ ກົມທຸລະກິດພະລັງງານຊຸດທີIV ເພື່ອຊີ້ນຳ ນຳພາຊາວໜຸ່ມຢູ່ກົມທຸລະກິດພະລັງງານ ໃນ5 ປີຕໍ່ໜ້າ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນເລືອກຕັ້ງເອົາ ສະຫາຍ ດາວເພັດ ໂພທິວັນ ເປັນເລຂາ, ສະຫາຍ ນາງ ວິໄລພອນ ແພງຕາວັນ ເປັນຮອງເລຂາ ແລະ ສະຫາຍ ລັດຕະນະວົງສັກ ຮວດທອງຄຳ ເປັນຄະນະ, ທັງເປັນປະທານກວດກາໜ່ວຍ.

          ຕອນທ້າຍຂອງກອງປະຊຸມ ໄດ້ຮັບການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ສະຫາຍ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຄະນະບໍລິຫານງານ ສູນກາງ ຊປປລ, ເລຂາ ຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ຕື່ມອີກ.

ໂດຍ: ຄຳແສງ ແກ້ວປະເສີດ