ພະນັກງານ-ລັດຖະກອນ ພາຍໃນກະຊວງ ພະລັງງານ ແລະ ບໍ່ແຮ່ ສ້າງຂະບວນການບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ Post author:mem admin Post published:11/07/2023 Post category:ຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນການດຳເນີນກອງປະຊຸມກາງສະໄໝທີ່ III ຂອງອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ທີ່ຈະໄຂຂຶ້ນໃນທ້າຍເດືອນ ກໍລະກົດ ນີ້ ໃຫ້ມີບັນຍາກາດຟົດຟື້ນ. ພ້ອມກັນນີ, ກໍ່ເພື່ອຂໍ່ານັບຮັບຕ້ອນວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 114 ປີ ໃນວັນທີ 13 ກໍລະກົດ 1909-13 ກໍລະກົດ 2023 ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ ວັນທີ 20 ກໍລະກົດ 1955-20 ກໍລະກົດ 2023 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່. ມີຄະນະພັກ, ຄະນະນຳກະຊວງ, ບັນດາກົມ, ສະຖາບັນອ້ອມຂ້າງກະຊວງເຂົ້າຮ່ວມ. ກິດຈະກຳບໍລິຈາກເລືອດຄັ້ງນີ້ ມີພະນັກງານ-ລັດຖະກອນ ຈຳນວນ 28 ທ່ານ ໃຫ້ການບໍລິຈາກເລືອດເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ ໂດບໍ່ຫວັງຜົນຕອບແທນໃດ. You Might Also Like ຂະບວນການອອກແຮງງານລວມວັນເສົາແດງ ໃນຂອບເຂດໃຈກາງນະຄອນຫລວງວຽງຈັນ 15/02/2024 ສະຫາຍ ປາດຖະໜາ ທອງດີ ໄດ້ຮັບການແຕ່ງຕັ້ງບົ່ງຕົວ ເປັນເລຂາ ຄຊປປລ ຮາກຖານ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່ 21/11/2022 ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ພະລັງງານ ແລະ ບໍ່ແຮ່ ຖືກຮັບຮອງເປັນຄະນະຊາວໜຸ່ມປະຊາຊົນປະຕິວັດລາວ 4 ບຸກ ສະໄໝທີ V 16/08/2022
ສະຫາຍ ປາດຖະໜາ ທອງດີ ໄດ້ຮັບການແຕ່ງຕັ້ງບົ່ງຕົວ ເປັນເລຂາ ຄຊປປລ ຮາກຖານ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່ 21/11/2022
ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ພະລັງງານ ແລະ ບໍ່ແຮ່ ຖືກຮັບຮອງເປັນຄະນະຊາວໜຸ່ມປະຊາຊົນປະຕິວັດລາວ 4 ບຸກ ສະໄໝທີ V 16/08/2022