ສະຫາຍ ຮອງເລຂາ ຄຊປປລ ກະຊວງ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ປີ 2023

           ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈັດພິທີສະເຫຼີມສະຫຼອງວັນເດັກນ້ອນສາກົນ ປະຈຳປີ 2023 ຢ່າງຍິ່ງໃຫຍ່ ແລະ ຄຶກຄື້ນ ໃນຕອນເຊົ້າວັນທີ 30 ພຶດສະພາ 2023 ຢູ່ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວປາໄສ ຂອງ ສະຫາຍ ສາດສະດາຈານ ປະລິຍາເອກ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມີ ສະຫາຍ ມອນໄຊ ລາວມົວຊົງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ. ນອກຈາກນີ້, ຍັງມີການນຳຂອງບັນດາກະຊວງ, ອົງການ, ນະຄອນຫຼວງ ພ້ອມດ້ວຍຫຼານນ້ອຍເຍົາວະຊົນ, ນ້ອງນັກຮຽນ ທົ່ວນະຄອນຫຼວງວຽງຈັນ ເຂົ້າຮ່ວມ. ສຳລັບ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມພິທີຄັ້ງນີ້ ມີ ສະຫາຍ ປະລິຍາເອກ ສຸກວິສັນ ຄິນສະໝອນ ຮອງເລຂາ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງພະລັງງານ ແລະ ບໍ່ແຮ່.

          ດັ່ງທີ່ພວກເຮົາໄດ້ຮັບຮູ້ແລ້ວວ່າ: ເດັກນ້ອຍ ແມ່ນຊັບພະຍາກອນອັນລໍ້າຄ່າຂອງປະເທດຊາດ, ເປັນຜູ້ສືບທອດພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.ໃນໄລຍະທີ່ຜ່ານມາ, ຢູ່ ສປປ ລາວ, ພັກ ແລະ ລັດເຮົາ ຍາມໃດກໍຖືວ່າ : ການພັດທະນາເດັກນ້ອຍ ແລະ ເຍົາວະຊົນ ແມ່ນບັນຫາສໍາຄັນ ແລະ ມີຜົນສໍາເລັດທີ່ໜັກແໜ້ນ ຊຶ່ງອັນທີ່ເປັນພື້ນຖານ ແມ່ນການສ້າງເງື່ອນໄຂໃຫ້ເດັກນ້ອຍ ແລະ ເຍົາວະຊົນ ໄດ້ເຂົ້າເຖິງປັດໄຈພື້ນຖານສໍາລັບການພັດທະນາໄວເດັກເຊັ່ນ : ບັນຫາສຸຂະພາບ ແລະ ຄວາມປອດໄພຂອງເດັກ, ການເຂົ້າເຖິງການສຶກສາ, ການສ້າງສະຕິ, ຄວາມເປັນເຈົ້າ, ແລະ ຄວາມຮັບຜິດຊອບຂອງສັງຄົມ ໃນການເຂົ້າຮ່ວມເພື່ອການພັດທະນາເດັກ ແລະ ເຍົາວະຊົນ, ການຮັບປະກັນການປະຕິບັດສິດ ແລະ ຜົນໂຫຍດພື້ນຖານຂອງເດັກ ແລະ ບັນຫາອື່ນໆ
ໂດຍ: ຄຳແສງ ແກ້ວປະເສີດ