ຖັນແຖວຊາວໜຸ່ມ ແລະ ໄວໜຸ່ມກະຊວງພະລັງງານ ແລະ ບໍ່ແຮ່ ມີຄວາມປິຕິຊົມຊື່ນ ແລະ ເອກອ້າງທະນົງໃຈເປັນຢ່າງຍິ່ງທີ່ໄດ້ພ້ອມກັບຊາວໜຸ່ມ ແລະ ໄວໜຸ່ມໃນທົ່ວປະເທດ ຈັດຕັ້ງສະເຫຼີມສະຫຼອງເພື່ອລະນຶກວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວທີ່ໄດ້ວຽນມາບັນຈົບຄົບຮອບ 67 ປີພໍດີ (14/4/1955-14/4/ 2022) .
ກ່ອນໜ້ານີ້ 67 ປີຄື ໃນວັນທີ 14 ເມສາ 1955, ໂດຍຕອບສະໜອງຄວາມຮຽກຮ້ອງຕ້ອງການ ແຫ່ງພາລະກິດຕໍ່ສູ້ກູ້ຊາດ, ຕ້ານຈັກກະພັດຜູ້ຮຸກຮານຂອງປະຊາຊົນລາວບັນດາເຜົ່າ ທີ່ພວມດຳເນີນໄປຢ່າງຟົດເດືອດ, ກວ້າງຂວາງ ແລະພວມເປັນກະແສສູງ, ພັກເຮົາໄດ້ຕົກລົງສ້າງຕັ້ງຄະນະຊາວໜຸ່ມປະຕິວັດຂື້ນຢ່າງເປັນທາງການຢູ່ເຂດປົດປ່ອຍ ເພື່ອເຮັດບົດບາດ ແລະ ໜ້າທີ່ໃນການຈັດຕັ້ງ, ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີ ແລະ ກໍ່ສ້າງຖັນແຖວ ຊາວໜຸ່ມ, ປັນຍາຊົນບັນດາຊັ້ນຄົນ ແລະ ເຜົ່າຕ່າງໆ, ສ້າງເປັນກ້ອນກຳລັງແຮງສັງລວມຮ່ວມກັບບບັນດາອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງການເມືອງ-ສັງຄົມ ແລະ ປະຊາຊົນລາວບັນດາເຜົ່າ, ອຸທິດກໍາລັງແຮງ ແລະ ຄວາມກະຕືລືລົ້ນ ແຫ່ງໄວໜຸ່ມເຂົ້າໃນແປວໄຟປະຕິວັດ ຂອງຂະບວນການຕໍ່ສູ້ກູ້ຊາດຕ້ານພວກຈັກກະພັດລ່າເມືອງຂຶ້ນພາຍໃຕ້ການນຳພາຂອງພັກເຮົາ.
ການກຳເນີດເກີດຂຶ້ນຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແມ່ນເຫດການທີ່ສຳຄັນທາງປະຫວັດ ສາດຂອງຊີວິດໄວໜຸ່ມລາວ, ເປັນຂີດໝາຍແຫ່ງບາດກ້າວຂະຫຍາຍຕົວໃໝ່ ຂອງຖັນແຖວຊາວໜຸ່ມ ແລະ ໄວໜຸ່ມລາວບັນດາເຜົ່າໃນພາລະກິດຕໍ່ສູ້ກູ້ຊາດ, ເປັນບ່ອນອີງທີ່ສໍາຄັນ ໃນການປຸກລະດົມ ແລະ ສ້າງກຳລັງແຮງຕໍ່ສູ້ຂອງຊາວໜຸ່ມລາວ ແລະ ປະຊາຊົນເຮົາຢ່າງໜັກແໜ້ນ.
ເມື່ອເວົ້າເຖິງທີ່ຕັ້ງ ແລະ ພາລະບົດບາດຂອງຊາວໜຸ່ມ, ພັກເຮົາໄດ້ຢືນຢັນວ່າ : “ຈະແມ່ນ ຢູ່ໃນໄລຍະ ໃດກໍຕາມຂອງປະຫວັດສາດອັນໃດກໍຕາມຂອງປະເທດເຮົາ ກໍມີກຳລັງແຮງຂອງໄວໜຸ່ມ ທີ່ຟົດຟື້ນ ຫ້າວຫັນ, ນຳໜ້າ, ມີມານະຈິດອັນໃຫຍ່ຫຼວງ, ມີຄວາມຮັກຊາດອັນດູດດື່ມ ແລະ ມີຄວາມຫ້າວຫັນ ນຳ ໜ້າ ໃນການອຸທິດ ສະຕິປັນຍາ ແລະ ກຳລັງເຫື່ອແຮງຂອງຕົນເພື່ອຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ.”
ຕະຫຼອດໄລຍະເວລາ 30 ປີ ແຫ່ງການດໍາເນີນພາລະກິດຕໍ່ສ້າງກູ້ຊາດ, ຕ້ານຈັກກະພັດຜູ້ຮຸກຮານ, ພັກ ແລະ ປວງຊົນລາວບັນດາເຜົ່າມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງທີ່ເຫັນວ່າ: ຖັນແຖວໄວໜຸ່ມທີ່ເປັນລູກຮັກ ຫຼານແພງ ຂອງປະຊາຊົນລາວບັນດາເຜົ່າໄດ້ມີຄວາມຕື່ນຕົວປະຕິວັດທີ່ເປັນກະແສສູງ ດ້ວຍການເຂົ້າຮ່ວມ ໃນຂະບວນການຕໍ່ສູ້ກູ້ຊາດ, ເຂົາເຈົ້າໄດ້ຮັບການສຶກສາອົບຮົມບົ່ມເພາະຈາກພັກ ແລະ ການລ້ຽງດູ, ຖະໜຸຖະໜອມ ຈາກປະຊາຊົນບນດາເຜົ້າຢ່າງອົບອຸ່ນ. ຈາກນັ້ນ, ຊາວໜຸ່ມລາວຈາກລຸ້ນນີ້ໄປສູ່ລຸ້ນຕໍ່ໆໄປໄດ້ສືບທອດມູນເຊື້ອ ອັນສະຫງ່າອົງອາດຂອງຜູ້ເປັນອ້າຍ, ເປັນເອື້ອຍດ້ວຍການເດັດດ່ຽວເດີນທາງເສັ້ນທາງອັນສະຫວ່າງສະໄຫວຂອງພັກຕິດພັນກັບການຝຶກຝົນຫຼໍ່ຫຼອມ ແລະສ້າງແບບແຜນໃນການດຳລົງຊີວິດໃໝ່ ທີ່ ສິີວິໄລ ແລະ ໜັກແໜ້ນ.
ບົນເສັ້ນທາງອັນທຸລະກັນດານ, ລະອິດລະອ້ຽວ, ລຳບາກ ແລະ ເຕັມໄປດ້ວຍການເສຍສະຫຼະແຫ່ງພາລະກິດປະຕິວັດຊາດປະຊາທິປະໄຕນັ້ນ, ຄະນະຊາວໜຸ່ມລາວ ໄດ້ເຮັດສຳເລັດພາລະກິດອັນສະຫງ່າງາມຂອງຕົນ ໃນການສຶກສາອົບຮົມນ້ຳໃຈຮັກຊາດ, ປັບປຸງສະຕິຊາດເປັນເອກະພາບ, ປຸກລຸກຈິດໃຈຄຽດແຄ້ນສັດຕູຜູ້ຮຸກຮານ, ເສີມຂະຫຍາຍມູນເຊື້ອຕໍ່ສູ້ອັນພິລາດອາດຫານ, ບໍ່ຍອມຈຳນົນຂອງຊາວໜຸ່ມລາວບັນດາເຜົ່າ ປະກອບສ່ວນຢ່າງສົມກຽດຮ່ວມກັບຊັ້ນຄົນ ແລະ ປະຊາຊົນລາວບັນດາເຜົ່າ ຕໍ່ສູ້ດ້ວຍຄວາມເດັດດ່ຽວ ໜຽວແໜ້ນ ແລະ ກໍ່ສາມາດຍາດເອົາໄຊຊະນະຈາກບັ້ນນີ້ໄປສູ່ບັ້ນໃໝ່ ແລະ ກ້າວຂຶ້ນສູ່ໄຊຊະນະອັນເປັນປະຫວັດສາດຄືປົດປ່ອຍປະເທດຊາດອອກຈາກແອກຄອບຄອງຂອງພວກຕ່າງດ້າວຢ່າງສົມບູນ, ສະຖາປະນາ ສປປລາວ ຂຶ້ນໃນວັນທີ 2 ທັນວາ ປີ 1975.
ມາເຖິງໄລຍະໃໝ່, ບໍ່ວ່າໃນໄລຍະແຫ່ງການຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດ ກໍ່ຄືໃນໄລຍະທີ່ພັກເຮົາໄດ້ນຳພາພາລະກິດປ່ຽນແປງໃໝ່ມາເຖິງດຽວນີ້, ຊາວໜຸ່ມລາວບັນດາເຜົ່າ ໄດ້ສືບຕໍ່ພາລະກິດອັນມີກຽດຂອງຕົນ ໃນການເຮັດບົດບາດ ແລະ ໜ້າທີ່ໃນ ການເຄື່ອນໄຫວເຕົ້າໂຮມ, ຈັດຕັ້ງ ແລະ ນໍາພາ ຊາວໜຸ່ມ ແລະ ໄວໜຸ່ມລາວ ສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ, ນໍ້າໃຈອາດຫາກ້າແກ່ນ, ຄວາມດຸໝັ່ນຂະຫຍັນພຽນຢ່າງຫ້າວຫັນ ເຂົ້າໃນພາລະກິດປົກປັກຮັກສາປະເທດຊາດ ແລະ ພັດທະນາປະເທດຊາກ້າວຂຶ້ນຕາມທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມ.
ໃນຊຸມປີທີ່ຜ່ານມາ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຕ່ລະຂັ້ນ ໄດ້ເອົາໃຈໃສ່ນໍາພາຈັດຕັ້ງປະຕິບັດແນວທາງຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຂອງຕົນຢ່າງຕັ້ງໜ້າ, ໄດ້ເອົາໃຈໃສ່ເຄື່ອນໄຫວປະຕິບັດພາລະບົດບາດຈັດຕັ້ງນໍາພາສຶກສາອົບຮົມຕິດພັນກັບການໂຄສະນາສຶກສາແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຕ່າງໆ. ພ້ອມດຽວກັນນີ້, ກໍຍູ້ຂະບວນການແຂ່ງຂັນຕາມຄໍາຂວັນ 4 ບຸກຂອງຊາວໜຸ່ມວາງອອກ ຕິດພັນກັບຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາຢ່າງໜັກແໜ້ນ.
ໃນຊຸມປີທີ່ຜ່ານມາ : ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຕ່ລະຂັ້ນໄດ້ ເພີ່ມ ທະວີການນຳພາສຶກສາອົບຮົມ, ບໍາລຸງສ້າງຖັນແຖວຊາວໜຸ່ມ, ເຍົາວະຊົນ, ນັກຮຽນ, ນັກສຶກສາ ດ້ວຍຫຼາຍຮູບການໂດຍສຸມໃສ່ປະຕິບັດຄຳຂວັນ 4 ບຸກຂອງຕົນກໍຄື ຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ໂດຍສະເພາະຂະບວນການສຶກສາ, ກິລາ, ສິລະປະ-ວັນນະຄະດີ ກໍ່ຄືການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກຢ່າງເປັນຂະບວນ, ເຮັດໃຫ້ຖັນແຖວໄວໜຸ່ມລາວ ມີຄວາມກະຕືລືລົ້ນ, ບຸກບືນສູ້ຊົນໃນການຄົ້ນຄວ້າຮໍ່າຮຽນ, ນຳໃຊ້ເຕັກນິກເຕັກໂນໂລຊີ, ການປະດິດຄິດສ້າງໃໝ່ ແລະ ເຕີບໃຫຍ່ຂຶ້ນໃນຂະບວນການວຽກງານຕົວຈິງ, ກາຍເປັນຕົວແບບການຜະລິດ-ທຸລະກິດ, ເປັນພະນັກງານສືບທອດຂອງຄະນະພັກ ແລະ ອົງການປົກຄອງແຕ່ລະຂັ້ນ.”
ຜ່ານຂະບວນວິວັດແຫ່ງການປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະຊາວໜຸ່ມຢູ່ພາຍໃນກະຊວງພະລັງງານ ແລະ ບໍ່ແຮ່ ໃນໄລຍະທີ່ຜ່ານມາໄດ້ມີພະນັກງານ, ລັດຖະກອນທີ່ຢູ່ໃນໄວໜຸ່ມ ຈໍານວນຫຼວງຫຼາຍ ໄດ້ພັດທະນາຕົນເອງ ໃຫ້ກາຍເປັນບຸກຄົນດີເດັ່ນ, ກາຍເປັນຕົວແບບໃນແຕ່ລະດ້ານ : ການຄົ້ນຄວ້າສຶກສາຮໍ່າຮຽນ, ການຜະລິດ, ເຕັກນິກ, ການຄຸ້ມຄອງ-ບໍລິຫານ, ການປະດິດຄິດແຕ່ງ ແລະ ອື່ນໆ ຊຶ່ງເປັນການ ຢືນຢັນ ໃຫ້ເຫັນວ່າ : ຊາວໜຸ່ມເຮົາ, ຍາມໃດກໍໄດ້ເສີມ ຂະຫຍາຍມູນເຊື້ອຮັກຊາດ, ຄວາມດຸໝັ່ນປະດິດສ້າງ ແລະ ຄວາມຮັບຜິດຊອບໃນໜ້າທີ່ການງານຂອງຕົນ. ພ້ອມດຽວກັນນີ້, ອົງການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນໄດ້ຮັບການປັບປຸງໃຫ້ເຕີບໃຫຍ່ ຂະຫຍາຍຕົວຕິດພັນກັບການຂະຫຍາຍ ຕົວຂອງຂະແໜງພະລັງງານ ແລະ ບໍ່ແຮ່ ກໍຄືການຂະຫຍາຍຕົວຂອງປະເທດຊາດຢ່າງໜັກແໜ້ນຕະຫຼອດມາ.
ແຕ່, ຄຽງຄູ່ກັນນີ້, ພວກເຮົາກໍຍັງມີຈຸດອ່ອນ ແລະ ຄວາມບົກຜ່ອງຫຼາຍດ້ານເປັນຕົ້ນ: ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຊາວໜຸ່ມແຕ່ລະຂັ້ນ, ແຕ່ລະໜ່ວຍຢູ່ພາຍໃນກະຊວງພວກເຮົາຈໍານວນບໍ່ໜ້ອຍ ຍັງເປັນພຽງແຕ່ຮູບການ, ສ່ວນຄຸນນະພາບ ຍັງບໍ່ທັນບໍ່ທັນໜັກແໜ້ນ, ຄວາມເປັນເຈົ້າການຍັງບໍ່ທັນຕັ້ງໜ້າ, ບໍ່ທັນເອົາໃຈໃສ່ຄົ້ນຄວ້າ, ຄິດຫງໍາ ເພື່ອປັບປຸງການນໍາພາ, ຮູບການ ແລະ ວິທີການເຄື່ອນໄຫວໃຫ້ສອດຄ່ອງ; ຫຼາຍບ່ອນ, ຄະນະພັກ, ຄະນະນຳ, ຄະນະຮັບຜິດຊອບ ຍັງບໍ່ເອົາໃຈໃສ່ຕໍ່ວຽກງານຂອງອົງການຊາວໜຸ່ມເທົ່າທີ່ຄວນ; ຈາກນັ້ນ, ຈຶ່ງເຮັດໃຫ້ຂະບວນການເຄື່ອນໄຫວຂອງຊາວໜຸ່ມໂດຍຢູ່ຂັ້ນໜ່ວຍຍັງອ່ອນ.
ໃນຊຸມປີຕໍ່ໜ້ານີ້ ແມ່ນໄລຍະທີ່ມີຄວາມສໍາຄັນເປັນຢ່າງຍິ່ງ ແມ່ນໄລຍະເວລາແຫ່ງການຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຕົວຈິງ ເພື່ອສືບຕໍ່ພາປະເທດຊາດກ້າວຂຶ້ນ ຕາມແນວທາງ ແລະ ຈຸດໝາຍທີ່ໄດ້ກໍານົດໄວ້ບົນພື້ນຖານ : “ຍົກສູງຄວາມສາມາດນໍາພາຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນໃນຊາດ, ຮັບປະກັນສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນການພັດທະນາເສດຖະກິດ-ສັງຄົມໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ຍົກສູງຄຸນນະພາບຊີວິດຂອງປະຊາຊົນໃຫ້ສູງຂຶ້ນ, ສືບຕໍ່ນໍາພາປະເທດຊາດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວສູ່ຈຸດໝາຍສັງຄົມນິຍົມ.”
ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃນຖານະທີ່ແມ່ນອົງການຈັດຕັ້ງມະຫາຊົນຂອງພັກ ແລະ ແມ່ນພາກສ່ວນໜຶ່ງທີ່ສໍາຄັນໃນລະບົບການເມືອງ ໃນລະບອບປະຊາທິປະໄຕປະຊາຊົນຕ້ອງ ໄດ້ສືບຕໍ່ຕັ້ງໜ້າປັບປຸງຕົນເອງນັບທັງການຈັດຕັ້ງ ແລະ ການເຄື່ອນໄຫວໃຫ້ໜັກແໜ້ນ, ຖືກຕ້ອງ, ສອດຄ່ອງກັບສະພາບ ແລະ ເງື່ອນໄຂໃໝ່, ແນໃສ່ເຮັດຫຼ້ອນບົດບາດເປັນແຂນຂວາຂອງພັກ, ເປັນຕົວແທນສິດ, ຜົນປະໂຫຍດທີ່ຖືກກົດໝາຍຂອງສະມາຊິກຊາວໜຸ່ມເຮົາ. ອັນສໍາຄັນແມ່ນຄະນະຊາວໜຸ່ມແຕ່ລະຂັ້ນ ຕ້ອງປັບປຸງການເຄື່ອນໄຫວຂອງຕົນໃຫ້ມີຫຼາຍຮູບຫຼາຍສີ, ແທດຕົວຈິງ ແລະ ມີຊີວິດຊີວາ.
ຄະນະພັກ-ຄະນະນຳແຕ່ລະຂັ້ນຕ້ອງເພີ້ມທະວີການນຳພາຂອງຕົນຕໍ່ຄະນະຊາວໜຸ່ມໃຫ້ແຂງແຮງ ແລະ ໜັກແໜ້ນກວ່າເກົ່າ, ພ້ອມດຽວກັນນີ້ ກໍຕ້ອງສ້າງເງື່ອນໄຂໃຫ້ອົງການຊາວໜຸ່ມ, ສະມາຊິກຊາວໜຸ່ມ ແລະ ໄວໜຸ່ມ ໄດ້ເສີມຂະຫຍາຍບົດບາດ ແລະ ໜ້າທີ່ຂອງຕົນຢ່າງເຕັມສ່ວນ, ສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ເສີມຂະຫຍາຍມູນເຊື້ອ ແລະ ຄວາມກ້າແກ່ນ,ຫ້າວຫັນກ້າແກ່ນຂອງໄວໜຸ່ມເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຢ່າງຕັ້ງໜ້າ.
ນ້ຳໃຈວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 67 ປີ ໝັ້ນຍືນ
ຂຽນໂດຍ: ວິລັດ ຜິວອອນ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ