ກອງປະຊຸມປຶກສາຫາລືກ່ຽວກັບໂຄງການຊ່ວຍເຫຼືອຈາກອົງການ USAID

          ໃນວັນທີ 11 ກໍລະກົດ 2022 ທີ່ຜ່ານມານີ້, ທີ່ຫ້ອງປະຊຸມ 102 ກະຊວງ ພະລັງງານ ເເລະ ບໍ່ເເຮ່ ,ກອງປະຊຸມປຶກສາຫາລືກ່ຽວກັບໂຄງການຊ່ວຍເຫຼືອຈາກອົງການ USAID
ຈຸດປະສົງເພື່ອປຶກສາຫາລືຕໍ່ກັບຮ່າງ MOU ຂອງໂຄງການສ້າງຄວາມໝັ້ນຄົງທາງດ້ານພະລັງງານ (Lao Energy Security) ລະຫວ່າງກະຊວງພະລັງງານ ແລະ ບໍ່ແຮ່ ແລະ USAID
ການຊ່ວຍເຫຼືອ ພບ ຂອງ USAID ຜ່ານມາ ໃນປີ 2017, ຂະແໜງ ພະລັງງານ ແລະ ບໍ່ແຮ່ ໄດ້ຮັບເອົາການຊ່ວຍເຫຼືອທາງດ້ານວິຊາການເຕັກນິກ ຈາກອົງການ USAID ຄື: ການວິເຄາະ ແລະ ວາງແຜນຂໍ້ມູນດ້ານພະລັງງານ, ການວາງແຜນຊັບພະຍາກອນແບບປະສົມປະສານ ແລະ ການຟື້ນຕົວຂອງຊັບພະຍາກອນ, ໂຄງການທົດລອງການປະມູນການຜະລິດໄຟຟ້າແສງຕາເວັນ ເຊິ່ງບັນດາໂຄງການດັ່ງກາວແມ່ນສໍາເລັດລົງໃນທ້າຍປີ 2020 ແລະ ໄດ້ຮັບການຈັດຕັ້ງປະຕິບັດທີ່ດີ.
ຄວາມເປັນມາກ່ຽວກັບໂຄງການໃໝ່ທີ່ USAID ສະເໜີຊ່ວຍ ພບ
• ຊື່ໂຄງການ: LES (Lao Energy Security)
• ໂຄງການຈະມີໄລຍະປະຕິບັດ 5 ປີ (2020-2025)
• ໂຄງການມີຈຸດປະສົງຊ່ວຍເຫຼືອ ໃນ 3 ຂົງເຂດຄື:
– ການປັບປຸງວຽກວາງແຜນພະລັງງານ (Improve energy sector planning)
– ສ້າງຄວາມເຂັ້ມແຂງດ້ານນະໂຍບາຍ, ກົດໝາຍ ແລະ ລະບຽບການຂອງຂະແໜງການ
– ການຍົກສູງການຈັດຕັ້ງປະຕິບັດວຽກງານຂອງ ລັດວິສາຫະກິດໄຟຟ້າ.
ມູນຄ່າໂຄງການ ແລະ ຮູບແບບການຊ່ວຍເຫຼືອ: ໄດ້ຕັ້ງງົບປະມານໄວ້ປະມານ 13,2 ລ້ານໂດລາໃນໄລຍະ 5 ປີ ໃນເບື້ອງຕົ້ນ USAID ຈະຊ່ວຍເຫຼືອ 1 ລ້ານໂດລາສໍາລັບກິດຈະກໍາທີ່ຈະຕົກລົງຮ່ວມກັນກັບ ພບ (ຕົວເລກຕົວຈິງແມ່ນຂຶ້ນກັບກິດຈະກໍາຂອງກະຊວງ ພບ ທີ່ສະເໜີປະຈໍາປີ ບົນພື້ນຖານເປົ້າໝາຍການຮ່ວມມືໃນ 3 ຂົງເຂດຂ້າງເທິງ)
ການຊ່ວຍເຫຼືອ ຂອງ USAID ຈະຜ່ານບໍລິສັດ Numark ທີ່ຈະເປັນຫຼັກຮ່ວມກັນກັບບໍລິສັດອີກຈຳນວນໜຶ່ງ ເປັນຜູ້ຈັດຕັ້ງປະຕິບັດ ພາຍຫຼັງການ ເຊັນ MOU ທີ່ຕ້ອງການເຊັນກັບກະຊວງ ພະລັງງານ ແລະ ບໍ່ແຮ່.
ພາບ-ຂ່າວ: ພະແນກ ປະຊາສຳພັນ ແລະ ໄອທີ