ຄະນະບໍລິຫານງານ ຊປປລ ກະຊວງ ສຳເລັດກອງປະຊຸມຄົບຄະນະບໍລິຫານງານ ຊປປລ ກະຊວງເປີດກວ້າງ ຄັ້ງທີ1, ສະໄໝທີ IV ຕິດພັນກັບກອງປະຊຸມສ່ອງແສງວຽກງານຊາວໜຸ່ມ ປະຈຳໄຕມາດ1 ປີ 2025

          ຕອນບ່າຍວັນທີ 6 ພຶດສະພາ 2025 ນີ້ ຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ດຳເນີນກອງປະຊຸມຄົບຄະນະບໍລິຫານງານ ຊປປລ ກະຊວງເປີດກວ້າງ ຄັ້ງທີ1, ສະໄໝທີ IV ຕິດພັນກັບກອງປະຊຸມສ່ອງແສງວຽກງານຊາວໜຸ່ມ ປະຈຳໄຕມາດ1 ປີ 2025 ຢ່າງເປັນທາງການຢູ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດໄຟຟ້າລາວ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ສຸກວິສັນ ຄິນສະໝອນ ເລຂາຄະນະບໍລິຫານງານ ຊປປລ ກະຊວງ, ມີບັນດາ ສະຫາຍ ຮອງເລຂາ, ຄະນະປະຈຳ, ຄະນະບໍລິຫານງານ ຊປປລ ກະຊວງ, ເລຂາ, ຮອງເລຂາ ແລະ ຄະນະບັນດາຮາກຖານ ຊປປລ ອ້ອມຂ້າງກະຊວງ ພ້ອມດ້ວຍເລຂາບັນດາໜ່ວຍຊາວໜຸ່ມທີ່ຂຶ້ນກັບ 4 ຄະນະ ຊປປລ ຮາກຖານອ້ອມຂ້າງກະຊວງເຂົ້າຮ່ວມ.

           ສະຫາຍ ເລຂາ ຄະນະບໍລິຫານງານ ຊປປລ ກະຊວງ ກ່າວເປີດກອງປະຊຸມ ກ່ອນອື່ນ ສະຫາຍ ໄດ້ຍົກໃຫ້ເຫັນ ສະພາບທີ່ພົ້ນເດັ່ນຂອງໂລກ, ພາກພື້ນ, ພາຍໃນປະເທດ ແລະ ຢູ່ໃນຂົງເຂດພະລັງງານ ແລະ ບໍ່ແຮ່ ເຊິ່ງຕິດພັນກັບການເຄື່ອນໄຫວວຽກງານຂອງຊາວໜຸ່ມລາວ ເວົ້າລວມ, ເວົ້າສະເພາະຊາວໜຸ່ມພາຍໃນກະຊວງພະລັງງານ ແລະ ບໍ່ແຮ່.
ລັງຈາກນັ້ນ, ກອງປະຊຸມກໍ່ໄດ້ຮັບຟັງການລາຍງານວຽກງານທີ່ສຳຄັນເປັນຕົ້ນແມ່ນ: ການຄຸ້ມຄອງວຽກງານການເງິນ, ການຄຸ້ມຄອງ ແລະ ບໍລິຫານວຽກງານນໍ້າດື່ມ, ແຜນການເຄື່ອນໄຫວໃນໄລຍະລໍຖ້າການປັບປຸງກົງຈັກຂອງກະຊວງ, ສະພາບພົ້ນເດັ່ນຂອງແຕ່ລະຮາກຖານ ແລະ ທາບທາມຄວາມສະໝັກໃຈຂອງ ຄະນະບໍລິຫານງານ ຊປປລ ກະຊວງ ຊຸດປັດຈຸບັນ ກ່ຽວກັບການລົງສະໝັກເຂົ້າໃນຄະນະບໍລິຫານງານ ຊປປລ ກະຊວງ ຊຸດໃໝ່ (ກະຊວງໃໝ່ ພາຍຫຼັງສຳເລັດການປັບປຸງ).
          ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນບົດຮຽນຮ່ວມກັນຢ່າງກົງໄປກົງມາ ໃນວຽກງານຕ່າງໆ ທັງນີ້ກໍ່ເພື່ອຮັບປະກັນໃຫ້ການເຄື່ອນໄຫວວຽກງານຊາວໜຸ່ມຂອງຂະແໜງການມີບັນຍາກາດຟົດຟື້ນ, ຄຶກຄື້ນ ແລະ ມີຄວາມໝາຍສໍາຄັນ ທັງຮັບປະກັນມີຜົນສໍາເລັດຕາມແຜນການທີ່ວາງໄວ້.
ໂດຍ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506