
ພິທີເຊັນສັນຍາຮ່ວມມືດັ່ງກ່າວໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 7 ມິຖຸນາ 2024 ນີ້, ຢູ່ກະຊວງພະລັງງານ ແລະ ບໍ່ແຮ່ ຕາງໜ້າລົງນາມຝ່າຍ ຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ໂດຍ ທ່ານ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຄະນະບໍລິຫານງານ ສຊປປລ, ເລຂາຄະນະບໍລິຫານງານ ຊປປລ ກະຊວງ ແລະ ຝ່າຍບໍລິສັດ ລົງນາມໂດຍ ທ່ານ ບຸນຫຼາຍ ວົງສາ ຜູ້ອຳນວຍການບໍລິສັດໂຮງງານນໍ້າດື່ມປະທຸມມາ ໂດຍຊ່ອງໜ້າການເຂົ້າຮ່ວມເປັນສັກຂີ່ພິຍານຂອງ ທ່ານ ທອງພັດ ອິນທະວົງ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຫົວໜ້າຫ້ອງການກະຊວງດ ຫົວໜ້າກົມ, ສະຖາບັນ, ຜູ້ອຳນວຍການລັດວິສາຫະກິດອ້ອມຂ້າງກະຊວງ ແລະ ພະນັກງານຂອງທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຄະນະບໍລິຫານງານ ສຊປປລ, ເລຂາຄະນະບໍລິຫານງານ ຊປປລ ກະຊວງ ໄດ້ກ່າວວ່າ: ຄະນະບໍລິຫານງານ ຊປປລ ກະຊວງ ກໍ່ເປັນອົງການຈັດຕັ້ງໜຶ່ງ ທີ່ຂຶ້ນກັບການຊີ້ນໍາ-ນຳພາ ໂດຍກົງ, ຮອບດ້ານຂອງອົງຄະນະພັກກະຊວງ, ມີພາລະບົດບາດເປັນເສນາທິການໃຫ້ການນຳກະຊວງ ແລະ ການນຳທຸກຂັ້ນ ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານ ເປັນຕົ້ນແມ່ນ: ວຽກງານການສຶກສາອົບຮົມການເມືອງແນວຄິດ ຕິດພັນກັບການຝຶກຝົນຫຼໍ່ຫຼ້ອມພະນັກງານ, ສະມາ ຊິກພັກ ໃນຖັນແຖວຊາວໜຸ່ມໄວໜຸ່ມ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ກາຍເປັນພະນັກງານຜູ້ສືບທອດຂອງພັກ ໃຫ້ສົມກັບພັກໄດ້ມອບນາມມະຍົດໃຫ້ຊາວໜຸ່ມພວກເຮົາວ່າ: ຊາວໜຸ່ມເປັນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງປະເທດ.
ຍ້ອນມີບົດບາດສຳຄັນຄືແນວນັ້ນ, ການເຄື່ອນໄຫວວຽກງານຊາວໜຸ່ມໃນໄລຍະໃໝ່ ຈຶ່ງຮຽກຮ້ອງໃຫ້ຊາວໜຸ່ມພວກເຮົາມີຄວາມແຂັ້ມແຂງຢ່າງຮອບດ້ານ ເຊິ່ງໜຶ່ງໃນປັດໄຈຕົ້ນຕໍ່ ແລະ ສຳຄັນທີ່ສຸດກໍ່ຄື ດ້ານງົບປະມານການເຄື່ອນໄຫວວຽກງານ ທີ່ມີລັກສະນະໝັ້ນຄົງ, ຍາວນານ ແລະ ຍືນຍົງ. ຜ່ານມາ ຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ຂອງພວກເຮົາໄດ້ສຸມທຸກກຳລັງຄວາມຮູ້, ຄວາມສາມາດ ເຄື່ອນໄຫວວຽກງານທີ່ໄດ້ຮັບການມອບໝາຍດ້ວຍຜົນສຳເລັດທີ່ຕັ້ງໜ້າ ອັນພົ້ນເດັ່ນ ແມ່ນການເປັນເສນາທິການໃຫ້ການນຳແຕ່ລະຂັ້ນ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນພັດທະນາຂະແໜງການພະລັງງານ ແລະ ບໍ່ແຮ່ ໃນແຕ່ລະໄລຍະ; ການເຄື່ອນໄຫວຊ່ວຍເຫຼືອສັງຄົມດ້ວຍວັດຖຸປັດໄຈ, ອຸປະກອນ ແລະ ເງິນສົດ. ນັບແຕ່ປີ 2020 ເປັນຕົ້ນມາ ຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ຂອງພວກເຮົາໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມແລ້ວ ລວມເປັນມູນຄ່າທັງໝົດ 343.438.000 (ສາມຮ້ອຍສີ່ສິບສາມລ້ານສີ່ແສນສາມສິບແປດພັນ).

ທ່ານ ເລຂາຄະນະບໍລິຫານງານ ຊປປລ ກະຊວງກ່າວຕື່ມວ່າ: ຄ່າໃຊ້ຈ່າຍທັງໝົດທີ່ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງຊາວໜຸ່ມພວກເຮົາ ຕະຫຼອດໄລຍະ 4 ປີກວ່າຜ່ານມານີ້, ຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ຂອງພວກເຮົາ ບໍ່ມີງົບປະມານສະເພາະທີ່ໄດ້ຮັບການຈັດສັນຈາກ ລັດຖະບານ ຄືກັນກັບ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຂວງ/ນະຄອນຫຼວງ ແລະ ບັນດາກະຊວງຈຳນວນໜຶ່ງ ຢູ່ໃນຂົງເຂດປ້ອງກັນຊາດ ປ້ອງກັນຄວາມສະຫງົບ. ລາຍຮັບ 90% ແມ່ນໄດ້ມາຈາກການລະດົມ ເຊິ່ງເປັນແຫຼ່ງລາຍຮັບທີ່ບໍ່ແນ່ນອນ, ບໍ່ມີຄວາມໝັ້ນຄົງ ແລະ ຍືນຍົງ, ອີກ 10% ໄດ້ມາຈາກເງິນສະຖິຂອງ ສະມາຊິກທີ່ປະຕິບັດໃນແຕ່ລະເດືອນ.
ສະນັ້ນ, ເພື່ອເຮັດໃຫ້ຊາວໜຸ່ມຢູ່ໃນກະຊວງພະລັງງານ ແລະ ບໍ່ແຮ່ ຂອງພວກເຮົາມີລາຍຮັບທີ່ໝັ້ນຄົງ, ຍືນຍົງ. ເລີ່ມແຕ່ຕົ້ນປີ 2021 ຄະນະບໍລິຫານງານ ຊປປລ ຊຸດທີ III ຂອງພວກເຮົາ ຈຶ່ງມີແນວຄວາມຄິດສ້າງໂຄງການຕ່າງໆ ທີ່ສາມາດສ້າງລາຍຮັບລາຍໄດ້ໃຫ້ກັບຊາວໜຸ່ມ ໃນນີ້ລວມມີ: ໂຄງການຜະລິດເສື້ອຍືດຊາວໜຸ່ມ ພບ, ໂຄງການສ້າງສະໜາມກິລາອະເນກປະສົງ ແລະ ໂຄງການຜະລິດນໍ້າດື່ມ ໂດຍການຮ່ວມມືກັບພາກເອກະຊົນ. ຜ່ານການສຶກສາ, ຄົ້ນຄວ້າ ແລະ ຖອດຖອນບົດຮຽນຈາກພາກສ່ວນອື່ນຢ່າງຖີ່ຖ້ວນ ມາຮອດຕົ້ນປີ 2024 ນີ້, ພວກເຮົາກໍ່ສຳເລັດການສ້າງບົດວິພາກເສດຖະກິດ-ເຕັກນິກ ແລະ ຊອກຄູ່ຮ່ວມມືໄດ້. ຫຼັງຈາກນັ້ນ ກໍ່ໄດ້ລາຍງານຂໍທິດຊີ້ນຳຈາກຄະນະພັກກະຊວງ ແລະ ກໍ່ໄດ້ຮັບການຊີ້ນຳຕົກລົງເຫັນດີຈາກການນຳກະຊວງໃນວັນທີ 30 ເມສາ 2024 ທີ່ຜ່ານມາ.

ຜ່ານການເຮັດວຽກຢ່າງບໍ່ຮູ້ອິດ, ບໍ່ຮູ້ເມືອຍ ຂອງຊາວໜຸ່ມພວກເຮົາ ໂດຍຮ່ວມມືກັບໂຮງງານນໍ້າດື່ມປະທຸມມາ, ມາຮອດມື້ນີ້ ໂຄງການຜະລິດນໍ້າດື່ມຍີ່ຫໍ້ ນໍ້າດື່ມບໍລິສຸດ ພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນທາງການ. ເປົ້າໝາຍການບໍລິການ ໃຫ້ຫ້ອງການກະຊວງ, ບັນດາກົມ, ສະຖາບັນ, ລັດວິສາຫະກິດອ້ອມຂ້າງກະຊວງ; ບັນດາຜູ້ປະກອບການລົງທຶນໃນຂະແໜງການພະລັງງານ ແລະ ບໍ່ແຮ່ ແລະ ບັນດາ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ, ອົງການ, ແຂວງ/ນະຄອນຫຼວງວຽງຈັນ.
ພາບ: ວັນໄຊ ສີສົມພູ
ຂ່າວ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506