
ເນື່ອງໃນໂອກາດພົບປະ, ໂອ້ລົມ ຄະນະນຳຊາວໜຸ່ມປະຊາຊົນປະຕິວັດລາວກະຊວງພະລັງງານ ແລະ ບໍ່ແຮ່ ໃນຕອນເຊົ້າມື້ນີ້ ວັນທີ 21 ກຸມພາ 2023, ສະຫາຍ ປອ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳຫຼາຍບັນຫາ ຕໍ່ຄະນະຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ກ່ອນອື່ນ ສະຫາຍ ເລຂາຄະນະບໍລິຫານງານພັກກະຊວງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຊາວໜຸ່ມກະຊວງຍາດມາໄດ້ໃນໄລຍະຜ່ານມາ ເຊິ່ງມີຫຼາຍດ້ານທີ່ພົ້ນເດັ່ນ ແລະ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຜົນສຳເລັດທີ່ໜັກແໜ້ນ ເປັນຕົ້ນແມ່ນ: ວຽກງານການສຶກສາອົບຮົມທາງດ້ານການເມືອງແນວຄິດໃຫ້ຖັນແຖວຊາວໜຸ່ມ-ໄວໜຸ່ມພາຍໃນກະຊວງ ມີຄວາມໜັກແໜ້ນທາງການເມືອງ, ແນວຄິດ, ກຳໄດ້ແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດຢ່າງເລິກເຊິ່ງ. ການປັບປຸງກົງຈັກການຈັດຕັ້ງ ແລະ ການຊັບຊ້ອນບຸກຄະລາກອນ ກໍ່ເຫັນວ່າສອດຄ່ອງ ແລະ ຖືກຕ້ອງຕາມທິດຊີ້ນຳຂອງຂັ້ນເທິງ, ວຽກງານຂະບວນການກໍ່ເປັນວຽກງານໜຶ່ງທີ່ມີອັນພົ້ນເດັ່ນ ໂດຍສະເພາະແມ່ນການຊ່ວຍເຫຼືອສັງຄົມ, ວຽກງານການເງິນ ກໍ່ມີການຄຸ້ມຄອງ ແລະ ວາງກົນໄກທີ່ເຂັ້ມງວດ ເພື່ອຄຸ້ມຄອງລາຍຮັບ-ລາຍຈ່າຍຂອງຕົນ.

ເພື່ອເປັນແນວທາງການເຄື່ອນໄຫວວຽກງານຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ໃນຕໍ່ໜ້າໃຫ້ມີຄວາມໜັກແໜ້ນ ແລະ ເປັນຂະບວນຟົດຟື້ນກວ່າເກົ່າ, ສະຫາຍ ເລຂາຄະນະບໍລິຫານງານພັກກະຊວງ ຍັງໄດ້ຊີ້ນຳໃຫ້ຄະນະນຳຊາວໜຸ່ມກະຊວງທຸກຂັ້ນຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ ກ່ອນອື່ນແມ່ນຖືເອົາວຽກງານການເມືອງແນວຄິດເປັນກົກ ໃນການກໍ່ສ້າງ, ຝຶກຝົນຫຼໍ່ຫຼ້ອມຊາວໜຸ່ມໃຫ້ກາຍເປັນແຂນຂວາຂອງພັກ, ເປັນກຳລັງແຮງ ແລະ ເປັນຜູ້ສືບທອດພາລະກິດຂອງຊາດ; ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ, ເຊື່ອມຊຶມນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ກໍ່ຄືແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃຫ້ກວ້າງຂວາງ ແລະ ເປັນປະຈຳ ເພື່ອເຮັດໃຫ້ຊາວໜຸ່ມມີຄວາມເຂົ້າໃຈ ແລະ ກຳໄດ້ຢ່າງເລິກເຊິ່ງ; ສຶກສາ, ຄົ້ນຄວ້າ ການຈັດຕັ້ງປະຕິບັດວຽກງານ 3 ສ້າງທີ່ພັກວາງອອກ ໃຫ້ຕິດພັນຢ່າງສະໜິດແໜ້ນກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ໂດຍສະເພາະແມ່ນການປຸກລະດົມຄົ້ນຂວາຍຜູ້ລົງທຶນໃນຂົງເຂດພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນຂະບວນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ສ້າງຄວາມເຂັ້ມແຂງດ້ານວິຊາການ, ເຕັກນິກ-ວິຊາສະເພາະໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນ ແລະ ວຽກງານອື່ນໆອີກ

ສະຫາຍ ຈັນທະເລດ ວໍລະບຸດ ກຳມະການຄະນະບໍລິຫານງານພັກກະຊວງ, ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ໄດ້ລາຍງານໃຫ້ຮູ້ວ່າ: ຄະນະບໍລິຫານງານ ຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່ ມີສະມາຊິກທັງໝົດ 2.335 ສະຫາຍ, ຍິງ 743 ສະຫາຍ, ເປັນສະມາຊິກພັກ 526 ສະຫາຍ, ຍິງ 192 ສະຫາຍ, ມີຄະນະບໍລິຫານງານຊາວໜຸ່ມກະຊວງທັງໝົດ 22 ສະຫາຍ, ຍິງ 6 ສະຫາຍ (ເບື້ອງຕົ້ນມີ 23 ສະຫາຍ), ມີເລຂາ 1 ສະຫາຍ, ຮອງເລຂາ 3 ສະຫາຍ, ຄະນະປະຈໍາ 8 ສະຫາຍ; ມີ 4 ຄະນະຊາວໜຸ່ມຮາກຖານ, 13 ໜ່ວຍຊາວໜຸ່ມຮາກຖານຂຶ້ນກັບ ແລະ 30 ໜ່ວຍຂຶ້ນກັບຄະນະຊາວໜຸ່ມຮາກຖານ. ນອກຈາກນີ້, ຍັງມີຫ້ອງການ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ເປັນກົງຈັກຊ່ວຍວຽກ ເຊິ່ງປະກອບມີ ຫົວໜ້າຫ້ອງການ 1 ສະຫາຍ, ຮອງຫົວໜ້າຫ້ອງການ 8 ສະຫາຍ ແລະ 8 ໜ່ວຍງານຂຶ້ນກັບ. ນັບແຕ່ປີ 2014 ເປັນຕົ້ນມາ ໄດ້ຮັບການຢັ້ງຢືນເປັນ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ 4 ບຸກ 5 ຄັ້ງ, ໄດ້ຮັບທຸງໄຊນຳໜ້າ 1 ສະໄໝ. ພ້ອມກັນນີ້, ນັບແຕ່ປີ 2020 ມາຮອດປັດຈຸບັນ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ປະກອບສ່ວນຢ່າງຫ້າວຫັນທາງດ້ານວັດຖຸ ແລະ ເງິນສົດເພື່ອຊ່ວຍເຫຼືອສັງຄົມທັງໝົດ 170ກວ່າລ້ານກີບ. ໃນນີ້ອັນເດັ່ນກວ່າໝູ່ແມ່ນ : ສະໜັບສະໜູນອຸປະກອນໄຟຟ້າແສງຕາເວັນໃຫ້ທະຫານເຂດຊາຍແດນທຸລະກັນດານທີ່ຕາຂ່າຍໄຟຟ້າບໍ່ສາມາດສະໜອງໄດ້ ; ໂຄງການສະໜັບສະໜູນວຽກງານກໍ່ສ້າງຮາກຖານການເມືອງຂອງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ; ວຽກງານບັນເທົ່າທຸກໃຫ້ຊາວໜຸ່ມບັນດາແຂວງຕ່າງໆ ທີ່ປະສົບໄພພິບັດທາງທຳມະຊາດເຊັ່ນ: ນ້ຳຖ້ວມ, ໄພໜາວ ; ການສະໜັບສະໜູນໂຄງການຊ່ວຍນ້ອງຂອງ, ໂຄງການຊ່ວຍເຫຼືອການແຮກສ່ຽວ ກັບຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ເມືອງ ແອດ, ແຂວງ ຫົວພັນ ແລະ ໂຄງການອື່ນໆ.
ພາບ: ວິລະຊາດ ສາຍອັດຕະປື
ຂ່າວ: ຄຳແສງ ແກ້ວປະເສີດ