ພິທີມອບ-ຮັບວຽກງານ ລະຫວ່າງ ຄະນະໜ່ວຍຮາກຖານ ຊປປລ ຫ້ອງການ ຊຸດເກົ່າ ແລະ ຊຸດໃໝ່

          ພິທີໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນບ່າຍວັນທີ 14 ກໍລະກົດ 2023 ຢູ່ຫ້ອງປະຊຸມ 102 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ສັກຂີ່ພິຍານຂອງ ສະຫາຍ ຄຳໂສ້ ກຸໂພຄຳ ຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າຫ້ອງການກະຊວງ ພ້ອມດ້ວຍເລຂາ, ຮອງເລຂາ, ຄະນະໜ່ວຍ ແລະ ສະມາຊິກຊາວໜຸ່ມພາຍໃນໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.
         ໃນພິທີ ສະຫາຍ ຄຳແສງ ແກ້ວປະເສີດ ຄະນະປະຈຳ ຄະນະບໍລິຫານງານ ຊປປລ ກະຊວງ, ເລຂາໜ່ວຍຮາກຖານ ຊປປລ ຫ້ອງການກະຊວງ ຜູ້ເກົ່າ ໄດ້ຂຶ້ນຜ່ານບົດສະຫຼຸບຫຍໍ້ການຊີ້ນຳ-ນຳພາ ວຽກງານຊາວໜຸ່ມຫ້ອງການໃນໄລຍະ5ປີຜ່ານມາ. ພ້ອມກັນນີ້, ສະຫາຍ ກໍ່ໄດ້ຍົກເຫັນຂ້ຄົງຄ້າງ ແລະ ວຽກງານທີ່ຈະຕ້ອງໄດ້ສືບຕໍ່ໃນຕໍ່ໜ້າ. ຫຼັງຈາກນັ້ນ ກໍ່ໄດ້ມີພິທີເຊັນມອບ-ຮັບຢ່າງເປັນທາງການ ລະຫວ່າງ ສະຫາຍ ຄຳແສງ ແກ້ວປະເສີດ ເລຂາໜ່ວຍຊຸດເກົ່າ ແລະ ສະຫາຍ ແທ່ນຄຳ ຣາຊາສົມບັດ ເລຂາໜ່ວຍຊຸດໃໝ່.
          ຕອນທ້າຍຂອງພິທີ ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ເລຂາໜ່ວຍພັກ, ຫົວໜ້າຫ້ອງການກະຊວງ. ເຊິ່ງກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍຄະນະໜ່ວຍຊຸດເກົ່າ ທີ່ໄດ້ສຳເລັດປະຕິບັດໜ້າທີ່ ທີ່ຂັ້ນເທິງ ກໍ່ຄືມະຫາຊົນໄດ້ມອບໝາຍໃຫ້. ພ້ອມກັນນີ້, ສະຫາຍ ກໍ່ໄດ້ເນັ້ນໜັກໃຫ້ຄະນະໜ່ວຍຊຸດໃໝ່ ສືບຕໍ່ຮັກສາມູນເຊື້ອທີ່ຄະນະໜ່ວຍຊຸດເກົ່າໄດ້ຊີ້ນຳ-ນຳພາ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໜັກແໜ້ນຂຶ້ນ ແລະ ແກ້ໄຂຂໍ້ຄົງຄ້າງໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ເປັນຮູບປະທຳຫຼາຍຂຶ້ນ.
ໂດຍ: ທີມງານສູນຂ່າວພະລັງງານ ແລະ ບໍ່ແຮ່