ປະຕິບັດຕາມບົດບັນທຶກຊ່ວຍຈໍາການແຮກສ່ຽວ ລະຫວ່າງ ຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຄະນະບໍລິຫານງານ ຊປປລ ແຂວງຫົວພັນ ສະບັບປີ 2021 ແລະ ອີງໃສ່ຄວາມຮຽກຮ້ອງຕ້ອງການເຄື່ອງກັ່ນໜາວຂອງຫຼານນ້ອຍເຍົາວະຊົນ-ຊາວໜຸ່ມ ຢູ່ພາຍໃນແຂວງຫົວພັນ; ຄວາມຕ້ອງການອຸປະກອນໄຟຟ້າແສງຕາເວັນຂອງພະນັກງານນັກຮົບປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ເຂດຫ່າງໄກສອກຫຼີກ, ທຸລະກັນດານ ບ່ອນຕາໜ່າງໄຟຟ້າບໍ່ທັນເຂົ້າເຖິງ. ຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ປຸກລະດົມພະນັກງານ, ລັດຖະກອນ ແລະ ສະມາຊິກຊາວໜຸ່ມພາຍໃນກະຊວງ ຊ່ວຍປະກອບສ່ວນຊ່ວຍເຫຼືອເຄື່ອງນຸ່ງຮົ່ມທີ່ຈຳເປັນ (ເຄື່ອງເກົ່າ-ເຄື່ອງໃໝ່) ທີ່ຍັງສາມາດນຳໃຊ້ໄດ້ ພ້ອມດ້ວຍເງິນສົດ ເພື່ອຈັດຊື້ອຸປະກອນໄຟຟ້າແສງຕາເວັນ.
ດ້ວຍຄວາມເປັນຫ່ວງເປັນໃຍ ແລະ ຄວາມເອົາໃຈໃສ່ຂອງຄະນະພັກ, ຄະນະນໍາກະຊວງ ກໍ່ຄືຄະນະນຳຊາວໜຸ່ມກະຊວງພະລັງງານ ແລະ ບໍ່ແຮ່ ເຮັດການປຸກລະດົມຄົ້ນຂວາຍພະນັກງານ, ລັດຖະກອນ ແລະ ກຳມະກອນ ພາຍໃນກະຊວງ ເຂົ້າຮ່ວມຂະບວນການຊ່ວຍເຫຼືອລູກຫຼານ, ນ້ອງນ້ອຍເຍົາວະຊົນ, ຊາວໜຸ່ມ ຢູ່ແຂວງຫົວພັນ ໃນລະດູໜາວປີ 2025 ນີ້ບັນຍາກາດຟົດຟື້ນ ແລະ ຄຶກຄື້ນ ສາມາດລະດົມເຄື່ອງນຸ່ງຮົ່ມໄດ້ທັງໝົດ 30 ຖົງ, ຄິດເປັນມູນຄ່າ 20 ລ້ານກວ່າກີບ; ອຸປະກອນໄຟຟ້າແສງຕາເວັນ ຈຳນວນ 19 ຊຸດ ລວມມູນຄ່າ 11 ລ້ານກວ່າກີບ.
ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 3 ກຸມພາ 2025 ຢູ່ສຳນັກງານ ຄະນະ ຊປປລ ແຂວງຫົວພັນ. ຕາງໜ້າ ຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ກ່າວມອບໂດຍ ສະຫາຍ ນາງ ແສງທະລາ ເລືອງຄຳມາ ຄະນະບໍລິຫານງານ ຊປປລ ກະຊວງ ແລະ ກ່າວຮັບໂດຍ ສະຫາຍ ພົງໄກ ສຸພັນທອງ ຮອງເລຂາຄະນະບໍລິຫານງານ ຊປປລ ແຂວງຫົວພັນ ໂດຍການເຂົ້າຮ່ວມເປັນສັກຂີ່ພິຍານຂອງ ພະນັກງານທັງສອງຝ່າຍ.
