
ເພື່ອຫວນຄືນວິລະກຳໜ້າອັດສະຈັນຂອງຂະບວນການຕໍ່ສູ້ປົດປ່ອຍຊາດຂອງຊາດເຮົາ ແລະ ທັງເປັນການປູກຈິດສຳນຶກໃຫ້ຊາວໜຸ່ມລາວໄດ້ຮໍ່າຮຽນ ແລະ ຈາລຶກຄຸນງາມຄວາມດີຂອງບັນພະບຸລຸດ ກໍ່ຄືການນຳແນວລາວຮັກຊາດໃນເມື່ອກ່ອນ. ຄະນະບໍລິຫານງານສູນກາງ ຊປປລ ໄດ້ຈັດຂະບວນຄາຣາວານຕາມຮອຍໄຊຊະນະບັ້ນຮົບນໍ້າບາກຂຶ້ນ ໂດຍໄດ້ມອບໝາຍໃຫ້ບັນດາ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວບັນດາກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນ ກະກຽມເຂົ້າຮ່ວມຂະບວນຄາຣາວານດັ່ງກ່າວຢ່າງເປັນຂະບວນຟົດຟື້ນ ເຊິ່ງຈະຈັດຂຶ້ນລະຫວ່າງວັນທີ 10-13 ພະຈິກ 2022 ນີ້. ຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງ ພະລັງງານ ແລະ ບໍ່ແຮ່ ກໍ່ເປັນຄະນະໜຶ່ງທີ່ຈະເຂົ້າຮ່ວມໃນຂະບວນການດັ່ງກ່າວ. ເພື່ອກະກຽມໃຫ້ການເຂົ້າຮ່ວມຂະບວນການດັ່ງກ່າວມີເນື້ອໃນສຳຄັນ ທັງຕິດພັນກັບວຽກງານວິຊາສະເພາະ, ຄະນະບໍລິຫານງານ ຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຄົ້ນຄວ້າ, ປຸກລະດົມຊາວໜຸ່ມຢູ່ບັນດາກົມກອງອ້ອມຂ້າງກະຊວງ ແລະ ຜູ້ລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ປະກອບສ່ວນວັດຖຸປັດໄຈ ແລະ ເງິນສົດ ເພື່ອນຳໄປຈັດຊື້ອຸປະກອນໄຟຟ້າແສງຕາເວັນ ທີ່ຈະນຳໄປມອບໃຫ້ເປົ້າໝາຍການເຄື່ອນໄຫວຂອງ ຄາຣາວານຊາວໜຸ່ມຄັ້ງນີ້.

ປະຕິບັດຕາມເນື້ອໃນຈິດໃຈດັ່ງກ່າວ, ຕອນເຊົ້າວັນທີ 2 ພະຈິກ 2022 ນີ້ ຢູ່ຫ້ອງປະຊຸມ 102 ໄດ້ມີພິທີມອບ-ຮັບອຸປະກອນໄຟຟ້າແສງຕາເວັນ ຈຳນວນ 10 ຊຸດ ຈາກຄະນະພັກ, ຄະນະໜ່ວຍຊາວໜຸ່ມກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ໂດຍໃຫ້ກຽດມອບຂອງ ສະຫາຍ ວຽງໄຊ ຈັນທາ ຮອງເລຂາໜ່ວຍພັກ, ຮອງຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ທັງເປັນຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂອງກົມ ແລະ ກ່າວຮັບຂອງ ສະຫາຍ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຄະນະບໍລິຫານງານ ສູນກາງ ຊປປລ, ເລຂາ ຄຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່ ໂດຍມີພະນັກງານຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
