ກະຊວງ ພະລັງງານ ແລະ ບໍ່ແຮ່ ຈັດພິທີສະເຫຼີມສະຫຼອງລະນຶກວັນສາກົນ ເພື່ອລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

           ພິທີ່ດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 21 ທັນວາ 2022 ຢູ່ຫ້ອງປະຊຸມໃຫຍ່ຊັ້ນ5 ໂດຍການເປັນປະທານຮ່ວມຂອງ ສະຫາຍ ນາງ ແສງເດືອນ ວົງອິນ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະພັກແມ່ຍິງກະຊວງ ພະລັງງານ ແລະ ບໍ່ແຮ່, ທັງເປັນຮອງປະທານຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງ ແມ່ຍິງ, ແມ່ ແລະ ເດັກ ກະຊວງ ພະລັງງານ ແລະ ບໍ່ແຮ່, ສະຫາຍ ນາງ ມະນີວອນ ຫຼວງສົມບັດ ຫົວໜ້າຫ້ອງການກອງເລຂາຄະນະກຳມະທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່-ເດັກ. ມີຄະນະພັກ, ຄະນະນໍາ ແລະ ພະນັກງານລັດຖະກອນ ຂອງຫ້ອງການ, ບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງ ເຂົ້າຮ່ວມ.

          ໃນໂອກາດດັ່ງກ່າວ, ສະຫາຍ ນາງ ແສງເດືອນ ວົງອິນ ໄດ້ໃຫ້ກຽດປະຖະກະຖາ ແລະ ເລົ່າຄືນເຖິງຄວາມໝາຍ, ຄວາມສໍາຄັນຂອງວັນດັ່ງກ່າວ ບາງຕອນສະຫາຍໄດ້ກ່າວວ່າ: ໃນວັນທີ 25 ພະຈິກ ຂອງທຸກໆປີ ເປັນວັນລະນຶກສາກົນ ເພື່ອລຶບລ້າງທຸກຮູບແບບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຊື່ງວົງຄະນາຍາດສາກົນ ໄດ້ຖືໂອກາດນີ້ ຢໍ້າຄືນຄວາມໝາຍໝັ້ນຂອງຕົນເພື່ອຕ້ານ ແລະ ລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນທົ່ວໂລກ.
          ລັດຖະບານ ແຫ່ງ ສປປ ລາວ ໃນຖານະເປັນປະເທດ ສະມາຊິກ ຂອງອົງການສະຫະປະຊາຊາດ ໃຫ້ຄວາມສໍາຄັນເປັນຢ່າງຍິ່ງ ຕໍ່ກັບວັນລະນຶກສາກົນດັ່ງກ່າວນີ້ ຊຶ່ງໃນປີນີ້ ຈະໄດ້ດໍາເນີນໄປ ພາຍໃຕ້ຫົວຂໍ້: ““ຮ່ວມກັນ! ເຄື່ອນໄຫວເພື່ອຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ”” ໃນນັ້ນ ແມ່ນຮຽກຮ້ອງໃຫ້ບັນດາປະເທດໃນທົ່ວໂລກ ເພີ່ມທະວີຄວາມຮັບຮູ້ຄວາມເຂົ້າໃຈ ພ້ອມທັງ ສົ່ງເສີມຄວາມຮູ້ ແລະ ນະວັດຕະກຳທັນສະໄໝ ໃຫ້ແກ່ປະຊາຊົນຂອງຕົນ ແນໃສ່ລຶບລ້າງທຸກຮູບແບບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໃຫ້ໝົດໄປຕະຫຼອດການ. ໝາກຜົນຂອງຂະບວນການດັ່ງກ່າວນີ້ ຈະເກີດຂຶ້ນໄດ້ ກໍຕໍ່ເມື່ອໄດ້ຮັບການສະໜັບສະໜູນ ຈາກລັດຖະບານປະເທດຕ່າງໆ, ທຸກຊັ້ນຄົນ ໃນສັງຄົມ ກໍຄື ຈາກບັນດາອົງການຈັດຕັ້ງສາກົນ.

             ສປປ ລາວ ໄດ້ເລີ່ມຈັດຕັ້ງຂະບວນການລະນຶກວັນສາກົນ ເພື່ອລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ນັບແຕ່ປີ 2011 ເປັນຕົ້ນມາ ເພື່ອໂຄສະນາປູກຈິດສໍານຶກ ໃຫ້ທຸກພາກສ່ວນໃນສັງຄົມ ໄດ້ມີຄວາມຮັບຮູ້ເຂົ້າໃຈວ່າ ຄວາມຮຸນແຮງຕໍ່ແມ່ຍິງ ແມ່ນການລະເມີດສິດຂັ້ນພື້ນຖານ ຂອງແມ່ຍິງ, ເປັນການຈຳແນກ, ທັງສ້າງອຸປະສັກ ໃນການມີສ່ວນຮ່ວມໃນດ້ານຕ່າງໆ ເຊິ່ງສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ການພັດທະນາແມ່ຍິງ, ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
          ພ້ອມກັນນີ້, ສະຫາຍ ຮອງປະທານຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງ ແມ່ຍິງ, ແມ່ ແລະ ເດັກ ກະຊວງ ຍັງໄດ້ຮຽກຮ້ອງມາຍັງບັນດາການຈັດຕັ້ງ ແລະ ທຸກພາກສ່ວນໃນຂະແໜງການພະລັງງານ ແລະ ບໍ່ແຮ່, ຈົ່ງຍົກສູງຄວາມຮັບຜິດຊອບ ເອົາໃສ່ປະກອບສ່ວນຈັດຕັ້ງປະຕິບັດແຜນພັດທະນາເພື່ອຄວາມສະເໝີພາບຍິງ-ຊາຍ 5 ປີ ຄັ້ງທີ II(2021-2025) ໃຫ້ເຊື່ອມສານເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງຕົນ ເພື່ອພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຄຽງຄູ່ກັນນັ້ນ ສືບຕໍ່ໂຄສະນາເຜີຍແຜ່ ແລະ ຊຸກຍູ້ການປະຕິບັດນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ປັບປຸງຂອດການປະສານງານ ແລະ ການບໍລິການຊ່ວຍເຫຼືອທີ່ຈຳເປັນ ແລະ ມີຄຸນນະພາບແກ່ແມ່ຍິງ ແລະ ເດັກຍິງ ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ, ຮຽກຮ້ອງມາຍັງພະນັກງານໃນຂະແໜງການພະລັງງານ ແລະ ບໍ່ແຮ່ ແລະ ບັນດາໂຄງການພັດທະນາພະລັງງານ ແລະ ບໍ່ແຮ່ ຈົ່ງຍົກສູງຄວາມເປັນເຈົ້າການໃນການປ້ອງກັນເພື່ອບໍ່ໃຫ້ເກີດຄວາມຮຸນແຮງ ແລະ ໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຢ່າງເໝາະສົມ ໂດຍເລີ່ມຈາກການປັບປ່ຽນທັດສະນະຄະຕິດ້ວຍການເຄົາລົບໃນສິດຂອງແມ່ຍິງ ແລະ ບໍ່ຈຳແນກຕໍ່ແມ່ຍິງ ແລະ ສົ່ງເສີມສິດສະເໝີພາບຍິງ-ຊາຍ ໃນທຸກດ້ານຕາມກົດໝາຍໄດ້ກຳນົດໄວ້.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄໍາແສງ ແກ້ວປະເສີດ