ແມ່ຍິງ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ໄດ້ຮັບການຍົກລະດັບວຽກງານກວດກາ

ໃນວັນທີ 18 ພະຈິກ 2022 ທີ່ຜ່ານມາ, ສະຫະພັນແມ່ຍິງກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານກວດກາ ໃຫ້ບັນດາຄະນະບໍລິຫານງານສະຫະພັນແມ່ຍິງຫນ່ວຍ ລັດວິສາຫະກິດໄຟຟ້າລາວ ແລະ ໜ່ວຍສະຫະພັນແມ່ຍິງ ບໍລິສັດ ຜະລິດໄຟຟ້າລາວມະຫາຊົນ ໂດຍການເປັນປະທານຮ່ວມຂອງ ສະຫາຍ ນາງ ໂຄຕາມີ ຈັນທະມາລີນ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ປະທານກວດກາ ສະຫະພັນແມ່ຍິງກະຊວງ ແລະ ສະຫາຍ ນາງ ຂັນຄໍາ ສີອໍາພອນ ຮອງຫົວໜ້າກົມກວດກາ, ສູນກາງສະຫະພັນແມ່ຍິງລາວ. ມີນັກສຳມະນາກອນຈາກໜ່ວຍແມ່ຍິງລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດຜະລິດໄຟຟ້າລາວມະຫາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ໂດຍ: ຄະນະບໍລິຫານງານ ສນຍ ກະຊວງ