ພາບບັນຍາກາດ ການສ້າງຂະບວນການຂອງ ສະຫະພັນແມ່ຍິງກະຊວງ ແລະ ບັນດາໜ່ວຍສະຫະພັນແມ່ຍິງອ້ອມຂ້າງກະຊວງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ

           ເພື່ອເຮັດໃຫ້ງານສະເຫຼີມສະຫຼອງວັນສ້າງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ ໃນວັນທີ 20 ກໍລະກົດ 1955-20 ກໍລະກົດ 2023 ນີ້ມີບັນຍາກາດຟົດຟື້ນ ແລະ ມ່ວນຊື່ນ, ສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບບັນດາໜ່ວຍສະຫະພັນແມ່ຍິງອ້ອມຂ້າງກະຊວງ ໄດ້ພ້ອມກັນຈັດກິດຈະກຳ ແລະ ຂະບວນການຕ່າງໆ ເປັນຕົ້ນ: ພິທີເລົ່າຄືນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຕະຫຼອດໄລຍະ 68 ປີຜ່ານມາ, ຂະບວນການບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ ໂດຍບໍ່ຫວັງຜົນຕອບແທນ, ຂະບວນການທັດສະນະສຶກສາຢ້ຽມຊົມສະຖານທີ່ສຳຄັນທາງປະຫວັດສາດ, ຂະບວນການຢ້ຽມຢາມ ແລະ ແລກປ່ຽນບົດຮຽນກັບສະມາຄົມແມ່ຍິງພິການລາວ, ຂະບວນການຍ້ອງຍໍຜົນງານເອື້ອຍນ້ອງແມ່ຍິງ ທີ່ມີຜົນງານການເຄື່ອນໄຫວໃນວຽກງານຕ່າງໆ ແລະ ຂະບວນການອື່ນໆ.
          ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທີມງານສູນຂ່າວພະລັງງານ ແລະ ບໍ່ແຮ່ ຂໍອວຍພອນໄຊອັນປະເສີດແດ່ເອື້ອຍນ້ອງແມ່ຍິງລາວທຸກທົ່ວໜ້າ ເວົ້າລວມ, ເວົ້າສະເພາະແມ່ຍິງທີ່ປະຕິບັດໜ້າທີ່ຢູ່ໃນຂົງເຂດພະລັງງານ ແລະ ບໍ່ແຮ່ ຈົ່ງມີສຸຂະພາບເຂັ້ມແຂງ, ແຂງແຮງ, ມີຄວາມສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ການງານ, ຄິດສິ່ງໃດກໍ່ຂໍໃຫ້ສົມດັງໃຈປາດຖະໜາທຸປະການ.
ພາບ: ສະຫະພັນແມ່ຍິງກະຊວງ
ຂ່າວ: ຄຳແສງ ແກ້ວປະເສີດ