
ໃນຕອນບ່າຍຂອງວັນທີ່ 28 ກັນຍາ 2023 ຢູ່ທີຫ້ອງປະຊຸມກົມສົ່ງເສີມ ແລະ ປະຢັດພະລັງງານ ໄດ້ເປີດກອງປະຊຸມ ສະຫຼຸບ ແລະ ປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະ II (2022-2023) ຂອງ ໜ່ວຍສະຫະພັນແມ່ຍິງ ກົມແຜນການ ແລະ ການຮ່ວມມື ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ໂຄຕະມີ ຈັນທະມາລີນ ຮອງປະທານ, ທັງເປັນປະທານກວດກາສະຫະພັນແມ່ຍິງ ກະຊວງພະລັງງານ ແລະ ບໍ່ແຮ່, ຮອງເລຂາໜ່ວຍພັກ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ມີຕາງໜ້າຈາກອົງການຈັດຕັ້ງ ກໍາມະບານ, ຊາວໜຸ່ມ, ປະທານ, ຮອງປະທານໜ່ວຍ ແລະ ສະມາຊິກສະຫະພັນແມ່ຍິງ ພາຍໃນກົມ ກໍ່ໄດ້ເຂົ້າຮ່ວມ ແລະ ພາຍໃນກອງປະຊຸມ ຍັັັັັງໄດ້ຮັບຟັງ ສະຫາຍ ນ. ມາລີວັນ ພົມແສງສະຫວັນ ປະທານ ສະຫະພັນແມ່ຍິງໜ່ວຍ ກົມແຜນການ ແລະ ການຮ່ວມມື ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງ ຂັນ 3 ດີ ໄລຍະ II (2022-2023) ແລະ ທິດທາງແຜນການໃນຕໍ່ໜ້າ. ມີສະມາຊິກສະຫະພັນແມ່ຍິງເຂົ້່າຮ່ວມທັງໝົດ 17 ສະຫາຍ.


