
ວັນທີ 05 ເມສາ 2024 ທີ່ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍສະຫະພັນແມ່ຍິງ ຂອງກົມຂື້ນ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສຸລິນທາ ໂຄດຕະວົງ, ປະທານໜ່ວຍສະຫະພັນແມ່ຍິງ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ເລື່ອງ ພົມສຸວັນ, ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່, ສະຫາຍ ບົວເທບ ມາໄລຄຳ ກຳມະການພັກກະຊວງ, ເລຂາໜວ່ຍພັກຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ມີຜູ້ຕາງໜ້າຈາກບັນດາໜ່ວຍສະຫະພັນແມ່ຍິງອ້ອມຂ້າງກະຊວງ, ໜ່ວຍຮາກຖານ ຊປປລ ແລະ ໜ່ວຍຮາກຖານ ກຳມະບານ ຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ພ້ອມດ້ວຍຜູ້ແທນສົມບູນກອງປະຊຸມໃຫ່ຍຈຳນວນ 30 ສະຫາຍ ເຂົ້າຮ່ວມ.

ສະຫາຍ ນາງ ສຸລິນທາ ໂຄດຕະວົງ ປະທານໜ່ວຍສະຫະພັນແມ່ຍິງ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ໄດ້ຕາງໜ້າເອື້ອຍນ້ອງແມ່ຍິງພາຍໃນກົມ ລາຍງານຜົນງານການເຄື່ອນໄຫວຂອງໜ່ວຍສະຫະພັນແມ່ຍິງ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ຕະຫຼອດໄລຍະຜ່ານມາ ແລະ ແຜນການ 5 ປີ ໃນຕໍ່ໜ້າ ໃນນີ້ສະຫາຍໄດ້ຍົກໃຫ້ເຫັນຜົນງານທີ່ປະຕິບັດໄດ້, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ທີ່ຈະຕ້ອງໄດ້ສືບຕໍ່ ແລະ ແກ້ໄຂ, ຈັດຕັ້ງປະຕິບັດໃນຕໍ່ ໜ້າ ໃຫ້ຮັບຜົນດີກວ່າເກົ່າ, ປັບປຸງ, ຍົົກສູງບົດບາດການນຳພາຂອງແມ່ຍິງ ກົມຄຸ້ມຄອງຄວາມປອດໄພອຸດສາຫະ ກຳພະລັງງານ ໃຫ້ສູງຂື້ນ ແລະ ມີບັນຍາກາດຟົດຟື້ນກວ່າເກົ່າ.

ຜ່ານການດຳເນີນກອງປະຊຸມໃຫຍ່ຄັ້ງນີ້ ຜູ້ແທນກອງປະຊຸມໄດ້ເປັນເອກະສັນກັນຢ່າງສົມບູນ ຮັບຮອງເອົາບັນດາເນື້ອໃນສຳຄັນ ດັ່ງລຸ່ມນີ້:
1. ຮັບຮອງເອົາ ບົດລາຍງານການເມືອງຂອງ ຄະນະໜ່ວຍສະຫະພັນແມ່ຍິງ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ໃນ 2ປີ (2022-2023) ຜ່ານມາ, ຊຶ່ງໄດ້ຕີລາຄາຢ່າງພາວະວິໄສ, ກົງໄປກົງມາ ຕໍ່ຜົນສຳເລັດໃນການນຳພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດວຽກງານ ຂອງຄະນະໜ່ວຍສະຫະພັນແມ່ຍິງ ໂດຍສະເພາະແມ່ນ ມະຕິກອງປະຊຸມໃຫຍ່ຂອງ ໜ່ວຍສະຫະພັນແມ່ຍິງ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ປະສົບຜົນສຳເລັດຕາມລະດັບຄາດໝາຍທີ່ໄດ້ວາງໄວ້.

2. ຮັບຮອງເອົາທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມ 05 ປີ ຕໍ່ໜ້າ (ປີ 2024-2028), ຊຶ່ງລວມມີ 03 ຄາດໝາຍ.
3. ຮັບຮອງເອົາ ບົດສໍາຫຼວດການນໍາພາລວມ ຂອງຄະນະໜ່ວຍສະຫະພັນແມ່ຍິງ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ຊຶ່ງໄດ້ຕີລາຄາສູງຕໍ່ບົດບາດການນໍາພາ, ຄວາມຮັບຜິດຊອບ, ຄວາມເປັນເອກະພາບຂອງຄະນະ ໜ່ວຍຊຸດເກົ່າ;

4. ບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາ ຄະນະໜ່ວຍສະຫະພັນແມ່ຍິງ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ສະໄໝທີ I ໂດຍມີຜູ້ລົງສະໝັກທັງໝົດ 03 ສະຫາຍ ເພື່ອຄັດເລືອກເອົາ 2 ສະຫາຍ, ຊຶ່ງປະກອບດ້ວຍຜູ້ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້;
ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກຂອງ ໜ່ວຍສະຫະພັນແມ່ຍິງ ກົມຄຸ້ມຄອງຄວາມປອດໄພອຸດສາຫະ ກຳພະລັງງານ ໄດ້ເປັນເອກະສັນເລືອກຕັ້ງເອົາ:
1.) ສະຫາຍ ນ ຄໍາຄູນ ປານປັນຍາ ເປັນປະທານໜ່ວຍສະຫະພັນແມ່ຍິງ;
2.) ສະຫາຍ ນ ເພັດທິດາ ສີສົມບັດ ເປັນຮອງປະທານ, ທັງເປັນປະທານກວດກາໜ່ວຍ;

ກອງປະຊຸມໄດ້ຮັບຟັງ ການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງສອງສະຫາຍ ນາງ ເລື່ອງ ພົມສຸວັນ ຮອງປະທານຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່, ສະຫາຍ ບົວເທບ ມາໄລຄຳ, ກໍາມະການພັກກະຊວງ, ເລຂາໜ່ວຍພັກ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ເຊິ່ງການໂອ້ລົມຂອງທັງສອງສະຫາຍ ໄດ້ສະແດງເຖິງຄວາມເປັນຫ່ວງເປັນໃຍ ແລະ ຮຽກຮ້ອງໃຫ້ ຄະນະໜ່ວຍຊຸດໃໝ່ ພ້ອມດ້ວຍສະມາຊິກພາຍໃນ ໜ່ວຍຈົ່ງສືບຕໍ່ເອົາໃຈໃສ່ວຽກງານການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຖັນແຖວພະນັກງານຍິງ ໄດ້ຮັບຮູ້ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ,

ເອົາໃຈໃສ່ ແລະ ຖືສໍາຄັນໃນການແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດແຈ້ງ ເພື່ອເປັນບ່ອນອີງໃນການເຕົ້າໂຮມຄວາມສາມັກຄີຂອງພະນັກງານຍິງໃນໜ່ວຍ ເພື່ອຄວາມເປັນເອກະພາບ ໃຫ້ມີຜົນສໍາເລັດໃນແຕ່ລະໄລຍະ, ເນັ້ນການສ້າງບຸກຄົນ 03 ດີໃນແຕ່ລະດ້ານ ໂດຍສະເພາະແມ່ນໃຫ້ຄົ້ນຄວ້າສ້າງໃຫ້ໄດ້ບຸກຄົນຕົວແບບພາຍໃນໜ່ວຍ, ເອົາໃຈໃສ່ການເຮັດວຽກງານຄຸ້ມຄອງສະມາຊິກໃຫ້ມີຄວາມໜັກແໜ້ນ, ເອົາໃຈໃສ່ສ້າງກົນໄກ ແລະ ແບບແຜນວິທີເຮັດວຽກຂອງຄະນະໜ່ວຍ, ເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ຊີ້ນໍານໍາພາສະມາຊິກເອື້ອຍນ້ອງແມ່ຍິງ ໃຫ້ປະກອບສ່ວນໃນທຸກວຽກງານດ້ວຍຄວາມສະໝັກໃຈ ແລະ ມີປະສິດທິຜົນສູງ ແລະ ພ້ອມດຽວກັນນັ້ນ, ຄະນະໜ່ວຍຊຸດໃໝ່ ຕ້ອງໄດ້ພ້ອມກັນຊີ້ນໍາ-ນໍາພາສະມາຊິກ ເພື່ອບັນລຸໄດ້ທິດທາງລວມ ແລະ ຄາດໝາຍສູ້ຊົນທີ່ໄດ້ກໍານົດໄວ້ໃນແຜນ 05 ປີຕໍ່ໜ້າຂອງໜ່ວຍ.

ພາບ ແລະ ຂ່າວ: ສົມສະນຸກ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506



