ໃນການຈັດຕັ້ງປະຕິບັດໂດຍໄດ້ຮັບການຊີ້ນໍາ-ນໍາພາ ຈາກຄະນະພັກກະຊວງ ພບ ເປັນຢ່າງດີ ແລະ ມີຜົນສໍາເລັດເປັນກ້າວໆເຮັດໃຫ້ ເອື້ອຍນ້ອງແມ່ຍິງໃນຂະແໜງການ ພບ ມີຄວາມເຂັ້ມແຂງຂື້ນ, ແຕ່ເຖິງຢ່າງໃດກໍຕາມການສ້າງຄວາມເຂັ້ມແຂງໃຫ້ກັບ ເອື້ອຍນ້ອງແມ່ຍິງພາຍໃນຂະແໜງການພະລັງງານ ແລະ ບໍ່ແຮ່ ຂອງພວກເຮົາ ກໍຍັງຕ້ອງສືບຕໍ່ເລື້ອຍໆ. ມາຮອດປະຈຸບັນນີ້ ສະມາຊິກແມ່ຍິງທັງໝົດ ມີຈໍານວນ 837 ສະຫາຍ ໃນນັ້ນ, ເປັນພະນັກງານລັດຖະກອນ 160 ສະຫາຍ ແລະ ພະນັກງານລັດວິສາຫະກິດ 677 ສະຫາຍ, ທີ່ໄດ້ປະກອບສ່ວນຢ່າງເຕັມເມັດເຕັມໜ່ວຍຕາມຄວາມຮັບຜິດຊອບທີ່ໄດ້ຖືກມອບໝາຍ.