ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ຫວນຄືນວັນສ້າງຕັ້ງອົງການຈັດຕັ້ງ ສະຫະພັນແມ່ຍິງລາວຄົບຮອບ 69 ປີ

ພິທີດັ່ງກ່າວໄດ້ຈັດຂຶ້ນຢ່າງຄຶກຄື້ນໃນຕອນບ່າຍວັນທີ 5 ສິງຫາ 2024 ຢູ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດໄຟຟ້າລາວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່; ທ່ານ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ມີຄະນະພັກຮາກຖານ, ຄະນະໜ່ວຍພັກ, ບັນດາ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ຄະໜ່ວຍແມ່ຍິງ ພ້ອມດ້ວຍເອື້ອຍນ້ອງແມ່ຍິງອ້ອມຂ້າງກະຊວງເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ນາງ ແສງເດືອນ ວົງອິນ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານກະຊວງ ໄດ້ກ່າວລາຍງານຕໍ່ພິທີວ່າ: ສະຫະພັນແມ່ຍິງກະຊວງໄດ້ເລີ່ມສ້າງຂະບວນການຕ້ອນຮັບ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ດ້ວຍການສ້າງຂະບວນການຊ່ວຍເຫຼືອສັງຄົມ ຮ່ວມກັບ ອົງການຈັດຕັ້ງຊາວໜຸ່ມ, ກໍາມະບານຂອງກະຊວງ ໃນການບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ ຊຶ່ງສາມາດເກັບກໍາຜູ້ບໍລິຈາກເລືອດໄດ້ ຈໍານວນ 99 ຄົນ, ໄດ້ນໍາພາ ເອື້ອຍນ້ອງແມ່ຍິງເຂົ້າຢ້ຽມຊົມຫໍມູນເຊື້ອຂອງແມ່ຍິງລາວ ແລະ ຍັງມີແຜນຈະໄປແລກປ່ຽນບົດຮຽນ ໃນການເຄື່ອນໄຫວແລະຊຸກຍູ້ວຽກງານສະຫະພັນແມ່ຍິງຢູ່ຂັ້ນທ້ອງຖີ່ນ, ນອກຈາກນີ້ ສະຫະພັນແມ່ຍິງ ກະຊວງໄດ້ນໍາສະເໜີຄະນະພັກ-ຄະນະນໍາກະຊວງ ຂໍເປີດຂະບວນການແຂ່ງຂັນຂຽນແຜນໂຄງການແມ່ຍິງກັບການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດຂອງຂະແໜງການ ພບ, ຊຶ່ງຂະບວນການດັ່ງກ່າວກໍແມ່ນຜັນຂະຫຍາຍແຜນພັດທະນາແມ່ຍິງແຫ່ງຊາດຕິດພັນກັບ 2 ວາລະແຫ່ງຊາດ ໄດ້ເລີ່ມເປີດຂະບວນການຕັ້ງແຕ່ເດືອນ ມີນາ 2024 ເປັນຕົ້ນມາ ແລະ ຈະມີພິທີປິດຂະບວນການດັ່ງກາວໃນມື້ນີ້, ຊຶ່ງເປັນຂະບວນການສ້າງຄວາມເຂັ້ມແຂງ ແລະ ສົ່ງເສີມຄວາມກ້າວໜ້າໃຫ້ກັບແມ່ຍິງ ແລະ ເພື່ອຍົກໃຫ້ເຫັນຄວາມສາມາດທີ່ບົ່ມຊ້ອນຂອງເອື້ອຍນ້ອງແມ່ຍິງໃຫ້ເປັນຮູບປະທໍາ.

ການຈັດພິທີສະເຫຼີມສະຫຼອງໃນຄັ້ງນີ້ ເພື່ອເປັນການຫວນຄືນ ມູນເຊື້ອອັນດີງາມຂອງ ການຈັດຕັ້ງສະຫະພັນແມ່ຍິງແມ່ຍິງລາວ ຕັ້ງແຕ່ອາດີດ ຈົນເຖິງປະຈຸບັນ ແລະ ເພື່ອເປັນການສ້າງຄວາມສາມັກຄີ ຮັກແພງ, ການພົບປະ ຊຶງກັນ ແລະ ກັນຂອງເອື້ອຍນ້ອງແມ່ຍິງໃນທົ່ວຂະແໜງການ, ພິທີໃນມື້ນີ້ຖືເປັນການອະນຸລັກວັດທະນາອັນດີງາມຂອງຊາດລາວ ໂດຍຜ່ານຂະບວນການແຕ່ງກາຍຊຸດຂອງບັນດາຊົນເຜົາຕ່າງໆທີ່ເປັນເອກະລັກສະເພາະ ທັງນີ້ກໍເພື່ອເປັນການສົ່ງເສີມຜະລິດຕະພັນພາຍໃນຂອງລາວເຮົາທີ່ມີຄວາມສວຍງາມສາມາດເປັນເອກະລັກສະເພາະຕົວ ແລະ ນອກຈາກນັ້ນ ກໍມີການວາງຂາຍສິນຄ້າຜະລິດຕະພັນພື້ນບ້ານຂອງລາວເຮົາ ທີ່ບັນດາໜ່ວຍສະຫະພັນແມ່ຍິງໄດ້ນໍາມາຂາຍ ເພື່ອເປັນການຊຸກຍູ້ສົ່ງເສີມຜະລິດຕະພັນພາຍໃນປະເທດ. ໃນປີ 2024 ຖືວ່າເປັນປີສຸມໃສ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກຄັ້ງທີ 11 ໄລຍະທ້າຍສະໄໝໃຫ້ປະກົດຜົນເປັນຈິງ ພ້ອມກັບການກະກຽມການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ສໍາລັບສະຫະພັນແມ່ຍິງກະຊວງ ກໍພວມ ຂຸ້ນຂ້ຽວສ້າງຜົນງານ ແລະ ຂະບວນການເພື່ອຕ້ອນຮັບກອງປະຊຸມໃຫຍ່ຂອງຕົນໃນທ້າຍປີ 2024 ຊຶ່ງກໍໄດ້ມີການກະກຽມບັນດາເອກະສານຕ່າງໆ ແລະ ບັນດາໜ່ວຍສະຫະພັນແມ່ຍິງ ອ້ອມຂ້າງກະຊວງທັງ 17 ໜ່ວຍ ກໍໄດ້ສໍາເລັດກອງປະຊຸມຂອງຕົນ.

ພ້ອມກັນນີ້ ໃນພິທີ ຍັງໄດ້ປະກາດຜົນການແຂ່ງຂັນ ຕິດພັນກັບ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງທາງດ້ານເສດຖະກິດ-ການເງິນ ແລະ ວ່າດ້ວຍການ ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຂອງສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່, ເຊິ່ງເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດໃຫ້ເປັນອັນລະອຽດ, ໂດຍແນໃສ່ ປະກອບສ່ວນຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ຜົນແຂ່ງຂັນ ສາມາດສັງລວມທັງໝົດ 3 ຫົວຂໍ້, ເຊິ່ງປະກອບມີ: 1) ຫຼຼຸດຜ່ອນການຊົມໃຊ້ນໍໍ້າມັນເຊື້ອໄຟ ແລະ ສົ່ງເສີມການນໍາໃຊ້ລົດໄຟຟ້າໃຫ້ຫຼາຍຂື້ນ. 2) ແມ່ຍິງກັບການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ (ການສ້າງເສດຖະກິດ ຄອບຄົວ) ແລະ 3) ແມ່ຍິງກັບການປະກອບສ່ວນຕ້ານການຄ້າແລະເສບຢາເສບຕິດ.
ຜ່ານການແຂ່ງຂັນຢ່າງຫ້າວຫັນ, ມີຄວາມຮັບຜິດຊອບ ແລະ ມີຫົວຄິດປະດິດສ້າງຂອງແມ່ຍິງພາຍໃນກະຊວງພະລັງງານ ແລະບໍ່ແຮ່ ສາມາດຊອກຫາທີມຊະນະເລີດອັນດັບ1,2,3 ດັ່ງນີ້:
+ ຫົວຂໍ້ທີໜຶ່ງ:
– ອັນດັບທີIII: ແມ່ຍິງ ກົມຄຸ້ມຄອງບໍ່ແຮ່ ໃນຫົວບົດ ທ່າແຮງການນໍາໃຊ້ລົດໄຟຟ້າໃນນະຄອນຫຼວງວຽງຈັນ;
– ອັນດັບທີII: ໜ່ວຍ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ໃນຫົວບົດ ການຫັນປ່ຽນສິ່ງເສດເຫຼືອມາເປັນພະລັງງານຊີວະພາບ;
– ອັນດັບທີI: ໜ່ວຍ ກົມສົັ່ງເສີມການປະຢັດ ແລະ ອະນຸລັກພະລັງງານ ໃນຫົວຂໍ້ ສົ່ງເສີມການນໍາໃຊ້ ລົດໄຟຟ້າສອງລໍ້ (ລົດຈັກ) ເພື່ອຫຼຼຸດຜ່ອນການນໍາ ໃຊ້ນໍ້າມັນ ໄດ້
+ ຫົວຂໍ້ທີສອງ:
ອັນດັບທີIII: ແມ່ຍິງໜ່ວຍ ລັດວິສາຫະກິດຖືຮຸ້ນລາວ ໃນຫົວບົດ: ການປູກຝັງ, ຈໍາໜ່າຍຜັກສົດ ແລະ ແປຮູບຜະລິດຕະພັນຕາມລະດູການ ;
– ອັນດັບທີII: ໜ່ວຍແມ່ຍິງ ລັດວິສາຫະກິດໄຟຟ້າລາວ ໃນຫົວບົດ ແມ່ຍິງຍຸກໃໝ່ໃສ່ໃຈສຸຂະພາບດ້ວຍການນໍາໃຊ້ອຸປະກອນທັນສະໄໝສ້າງລາຍ ໄດ້ເສີມ (ຮ້ານນວດ) ;
– ອັນດັບທີI: ໜ່ວຍແມ່ຍິງ ກົມແຜນການ ແລະ ການຮ່ວມມື ໃນຫົວບົດ : ການສືບສານ ແລະ ການຕໍ່ຍອດ ສີມືແຮງງານຫັດຖະກໍາຕໍ່າຫູກ .
+ ຫົວຂໍ້ທີສາມ:
ອັນດັບທີIII: ແມ່ຍິງໜ່ວຍ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ຫົວບົດ ຜົນຮ້າຍຂອງຢາເສບຕິດ ແລະ ວິທີແກ້ໄຂ ບັນຫາຢາເສບຕິດ ;
– ອັນດັບທີII: ໜ່ວຍແມ່ຍິງກົມຈັດຕັ້ງ ແລະ ພະນັກງານໃນຫົວບົດ: ໂຄງການສົ່ງເສີມໃຫ້ລູກຫຼານກະຊວງພະລັງງານ ແລະ ບໍ່ແຮ່ ຫ່າງໄກຈາກຢາເສບຕິດ ພາຍ ໃຕ້ຄໍາຂວັນ: “ເຍົາວະຊົນເຂັມແຂງຍູ້ແຮງຕ້ານຢາເສບຕິດ” ;
– ອັນດັບທີI: ໜ່ວຍແມ່ຍິງລັດວິສາຫະກິດ ໄຟຟ້າລາວ ໃນຫົວບົດ: ການຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍຂອງຢາເສບຕິດ .
ສຳລັບເງິນລາງວັນ ທີມທີ່ໄດ້ຊະນະເລີດ, ຮອງຊະນະເລີດ ແລະ ອັນດັບສາມ ມີ: ລາງວັນທີ 1 ມີ 3 ລາງວັນ, ລາງວັນລະ 5,000,000 ກີບ ພ້ອມໃບຍ້ອງຍໍ ; ລາງວັນທີ 2 ມີ 3 ລາງວັນ, ລາງວັນລະ 3,000,000 ກີບ ພ້ອມໃບຍ້ອງຍໍ ແລະ ລາງວັນທີ 3 ມີ 3 ລາງວັນ, ລາງວັນລະ 1,000,000 ກີບພ້ອມໃບຍ້ອງຍໍ. ສຳລັບລາງວັນຊົມເຊີຍ (ທີມທີ່ຜ່ານເຂົ້າຮອບ 2 ມີທັງໝົດ 3 ລາງວັນ, ລາງວັນລະ 500,000 ກີບ ພ້ອມໃບຍ້ອງຍໍ
ນອກຈາກນີ້, ຍັງມີລາງວັນທີມທີ່ໄດ້ເຂົ້າຮ່ວມ ເຊິ່ງບໍ່ສາມາດຜ່ານເຂົ້າຮອບ2 ມີທັງໝົດ 13 ລາງວັນ ໄດ້ຮັບເງິນສົດລາງວັນລະ 300,000 ກີບ ພ້ອມໃບຍ້ອງຍໍ.
ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຂໍ້ມູນ: ສະຫະພັນແມ່ຍິງກະຊວງ
ຮຽບຮຽງ: ຄຳແສງແກ້ວປະເສີດ